Saturday, July 27, 2024
Homeຂ່າວໜ້າໜຶ່ງສະຫຼຸບວຽກງານຮ່ວມມືດ້ານເສດຖະກິດ ການຄ້າແລະ ເຕັກນິກ ລາວ-ຈີນ

ສະຫຼຸບວຽກງານຮ່ວມມືດ້ານເສດຖະກິດ ການຄ້າແລະ ເຕັກນິກ ລາວ-ຈີນ

ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ປະຈໍາປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ຈັດຂຶ້ນໃນວັນທີ 21-22 ກຸມພານີ້ທີ່ກະຊວງແຜນການແລະການລົງທຶນໂດຍການເປັນປະທານຂອງທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການແລະການລົງທຶນທັງເປັນປະທານຄະນະກຳມະການຮ່ວມມື ລາວ-ຈີນ (ຄລຈ)ໃຫ້ກຽດເຂົ້າຮ່ວມແລະໂອ້ລົມຂອງທ່ານສະເຫຼີມໄຊກົມມະສິດຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດຜູ້ຊີ້ນຳວຽກງານຮ່ວມມືລາວ-ຈີນ,ມີບັນດາທ່ານຮອງລັດຖະມົນຕີຈາກກະຊວງ ແລະ ອົງການລັດທຽບເທົ່າ ຮອງເຈົ້າຄອງນວ,ຮອງເຈົ້າແຂວງພ້ອມຜູ້ຕາງໜ້າຈາກຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ຄໍາເຈນ ວົງໂພສີ ໄດ້ຍົກໃຫ້ເຫັນເຖິງບາງຜົນງານທີ່ພົ້ນເດັ່ນໃນໜຶ່ງປີຜ່ານມາໂດຍສັງເຂບເປັນຕົ້ນແມ່ນການປະຕິບັດໂຄງການຊ່ວຍເຫຼືອແມ່ນໄດ້ປະຕິບັດສໍາເລັດໂຄງການທີ່ສໍາຄັນຫຼາຍໂຄງການການຮ່ວມມືດ້ານການຄ້າ ເຫັນວ່າໂຕເລກມູນຄ່າການຄ້າສອງຝ່າຍເພີ່ມຂຶ້ນຢ່າງກ້າວກະໂດດ ສາມາດບັນລຸໄດ້ 7,09 ຕື້ໂດລາ ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 26,6% (ປີ 2022 ແມ່ນ 5,68 ຕື້ໂດລາ)ການດຶງດູດການລົງທຶນສາມາດດຶງດູດການລົງທຶນຈາກສປຈີນໄດ້ຈຳນວນ17ໂຄງການ ລວມມູນຄ່າການລົງທຶນປະມານ 986 ລ້ານໂດລາສໍາລັບການຮ່ວມມືພັດທະນາຊັບພະຍາກອນມະນຸດ ສປ ຈີນ ຍັງສືບຕໍ່ໃຫ້ການຊ່ວຍເຫຼືອຢ່າງຕໍ່ເນື່ອງ ສະເພາະການຊ່ວຍເຫຼືອຝຶກອົບຮົມ ແລະສໍາມະນາໄລຍະສັ້ນ ແມ່ນສືບຕໍ່ປະຕິບັດຢ່າງປົກກະຕິໃນແຕ່ລະປີ ທັງໃນຮູບແບບຫຼາຍຝ່າຍ ແລະ ສອງຝ່າຍ ຢູ່ພາຍໃນລາວ ແລະ ຢູ່ຈີນ.

ໂອກາດນີ້, ທ່ານສະເຫຼີມໄຊກົມມະສິດກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງບັນດາການນຳທຸກຂັ້ນແລະພະນັກງານຮັບຜິດຊອບວຽກງານການຮ່ວມມືລາວ-ຈີນຢູ່ຂັ້ນສູນກາງກໍຄືທົ່ວປະເທດຄຽງຄູ່ກັບຜົນງານທີ່ຍາດມາໄດ້ນັ້ນກໍເຫັນວ່າຍັງມີຈຸດອ່ອນຂໍ້ຄົງຄ້າງຈຳນວນໜຶ່ງທີ່ຕ້ອງໄດ້ເອົາໃຈໃສ່ປັບປຸງແກ້ໄຂຕື່ມຊຶ່ງທ່ານໄດ້ມີຄໍາເຫັນເພີ່ມເຕີມບາງຈຸດ ເພື່ອເປັນທິດທາງລວມ ແລະ ລົງເລິກໃນບາງບັນຫາທີ່ເປັນອັນສະເພາະ ໃນການສືບຕໍ່ຜັນຂະຫຍາຍການຮ່ວມມືກັບ ສປ ຈີນ ໃນຕໍ່ໜ້າດັ່ງນີ້:ໃຫ້ ຄລຈ ສືບຕໍ່ເປັນເຈົ້າການເອົາໃຈໃສ່ຕິດຕາມແນວທາງນະໂຍບາຍໃນການຊ່ວຍເຫຼືອຕໍ່ຕ່າງປະເທດຂອງຈີນຢ່າງໃກ້ຊິດ ຊຶ່ງໃນໄລຍະຫຼັງໆມານີ້ທຶນການຊ່ວຍເຫຼືອຈາກ ສປ ຈີນ ເຫັນວ່າຈໍາກັດ ຮຽກຮ້ອງໃຫ້ຂະແໜງການ ແລະ ທ້ອງຖິ່ນກ່ຽວຂ້ອງຕ້ອງນໍາໃຊ້ຢ່າງມີປະສິດທິຜົນ ຕ້ອງເປັນເຈົ້າການຄົ້ນຄວ້າ ແລະ ຄັດເລືອກເອົາໂຄງການທີ່ດີ ເພື່ອນໍາສະເໜີຂໍການຊ່ວຍເຫຼືອຈາກຝ່າຍຈີນ ພວກເຮົາຄວນໃຫ້ບຸລິມະສິດແກ່ໂຄງການທີ່ມີຄວາມຈໍາເປັນແທ້ເປັນຕົ້ນແມ່ນໂຄງການທີ່ບໍ່ມີປະສິດທິຜົນທາງເສດຖະກິດໂດຍກົງ ແຕ່ເປັນໂຄງການທີ່ເປັນພື້ນຖານທີ່ດີທີ່ຈະສາມາດຕໍ່ຍອດແກ່ການພັດທະນາວຽກງານອື່ນໆ ພ້ອມກັນນັ້ນ ກໍຕ້ອງຄໍານຶງເຖິງຄວາມຍືນຍົງຂອງໂຄງການ. ສະນັ້ນ,ຄລຈ ຕ້ອງສືບຕໍ່ກໍາໄດ້ທິດທາງນະໂຍບາຍການຊ່ວຍເຫຼືອຂອງຈີນ ທີ່ມີການປ່ຽນແປງແຕ່ລະໄລຍະ ແລ້ວນໍາມາຄົ້ນຄວ້າ ແລະ ເຜີຍແຜ່ແນະນໍາ ໃຫ້ຂະແໜງການກ່ຽວຂ້ອງ ທັງສູນກາງ ແລະ ທ້ອງຖິ່ນໃຫ້ເຂົ້າໃຈ ສ່ວນຂະແໜງການ ແລະ ທ້ອງຖິ່ນຕ່າງໆກໍຕ້ອງເອົາໃຈໃສ່ກໍາໃຫ້ໄດ້ສະພາບຄວາມຮຽກຮ້ອງຕ້ອງການຂອງຂະແໜງການ ແລະ ຂອງທ້ອງຖິ່ນຂອງຕົນ ນໍາມາສະເໜີນໍາ ຄລຈ ເພື່ອພ້ອມກັນສະເໜີໂຄງການທີ່ດີ ມີປະສິດທິຜົນດີ ແລະ ສອດຄ່ອງກັບນະໂຍບາຍຂອງຜູ້ໃຫ້ທຶນ.

ວຽກງານການຄ້າອີງຕາມໂຕເລກການຄ້າໃນປີ 2023 ມູນຄ່າການຄ້າລາວ-ຈີນສາມາດບັນລຸໄດ້ 7 ຕື້ກວ່າໂດລາຊຶ່ງເປັນໂຕເລກທີ່ໃກ້ຄຽງທີ່ສຸດກັບມູນຄ່າການຄ້າກັບປະເທດທີ່ເປັນຄູ່ຄ້າອັນດັບໜຶ່ງຂອງລາວ (ຄືລາວ-ໄທ) ອີງຕາມສະຖິຕິນີ້ ຄາດວ່າອີກບໍ່ດົນປະເທດຈີນກໍຈະກາຍເປັນຄູ່ຄ້າອັນດັບໜຶ່ງຂອງລາວ ໃນອະນາຄົດອັນໃກ້ນີ້. ສະນັ້ນ,ຕໍ່ກັບສິນຄ້າທີ່ຈະສົ່ງອອກ ໃຫ້ເອົາໃຈໃສ່ຜະລິດສິນຄ້າທີ່ໄດ້ມາດຕະຖານ ພ້ອມທັງມີປະລິມານທີ່ແນ່ນອນ ພິເສດສິນຄ້າກະສິກຳຕ້ອງເອົາໃຈໃສ່ຍາດແຍ່ງໃຫ້ໄດ້ເຊັນສັນຍາ SPSຫຼາຍຂຶ້ນເພື່ອສ້າງເງື່ອນໄຂໃຫ້ສິນຄ້າກະສິກໍາຂອງເຮົາສາມາດເຂົ້າສູ່ຕະຫຼາດຈີນໄດ້ສະດວກຂຶ້ນຂໍໃຫ້ຂະແໜງການກ່ຽວຂ້ອງເອົາໃຈໃສ່ຊຸກຍູ້ ແລະ ສົ່ງເສີມວຽກງານດັ່ງກ່າວນີ້ ໃຫ້ປະຕິບັດໄດ້ຢ່າງມີປະສິດທິຜົນສູງຂຶ້ນຕື່ມ ໃຫ້ສົມກັບທ່າແຮງທີ່ເຮົາມີ ແລະ ເງື່ອນໄຂສະດວກ.

ປັດຈຸບັນ, ຈີນພວມດຳເນີນການປັບປຸງໂຄງການສ້າງເສດຖະກິດ ໂດຍເລັ່ງໃສ່ການປະດິດຄິດສ້າງທາງດ້ານນະວັດຕະກຳໃໝ່ຫຼາຍຂຶ້ນ ຫຼາຍຂະແໜງການຜະລິດມີທ່າອ່ຽງຢາກອ່ວຍ ຫຼື ໂອນຖ່າຍໃຫ້ປະເທດທີ່ມີລະດັບການພັດທະນາທີ່ຕໍ່າກວ່າ. ສະນັ້ນ, ຈີນຈຶ່ງມີນະໂຍບາຍເດີນອອກນອກປະເທດ ແລະ ມີນະໂຍບາຍການຮ່ວມມືດ້ານຄວາມອາດສາມາດໃນການຜະລິດກັບຕ່າງປະເທດ. ຕໍ່ກັບເງື່ອນໄຂດັ່ງກ່າວ ພວກເຮົາຕ້ອງເອົາໃຈໃສ່ດຶງດູດການລົງທຶນຈາກຈີນ ໂດຍເນັ້ນໃສ່ການເລືອກເຟັ້ນເອົາສິ່ງທີ່ດີ ພ້ອມທັງຫຼີກລ່ຽງສິ່ງທີ່ຈະທໍາລາຍສະພາບແວດລ້ອມ ແລະ ເລືອກເອົາສິ່ງທີ່ແທດເໝາະກັບທ່າແຮງໄດ້ປຽບຂອງປະເທດເຮົາ.

ພ້ອມກັນນັ້ນ, ກໍໃຫ້ເອົາໃຈໃສ່ຕິດຕາມຊຸກຍູ້ໂຄງການລົງທຶນ ແລະ ຮ່ວມມືຂະໜາດໃຫຍ່ເຊັ່ນ:ໂຄງການທາງລົດໄຟລາວ-ຈີນ, ໂຄງການລົງທຶນກໍ່ສ້າງທາງດ່ວນ, ໂຄງການກໍ່ສ້າງສາຍສົ່ງໄຟຟ້າ ແລະ ອື່ນໆ ໃຫ້ສາມາດດຳເນີນໄປຢ່າງມີປະສິດທິຜົນ.ພາກສ່ວນຕ່າງໆ ຕ້ອງປະສານສົມທົບກັນ ເລັ່ງໃສ່ແກ້ໄຂບັນຫາພົ້ນເດັ່ນຈໍານວນໜຶ່ງເຊັ່ນ:ທາງລົດໄຟລາວ-ຈີນ ກໍມີການອຳນວຍຄວາມສະດວກໃນການຂົນສົ່ງໃຫ້ໂລ່ງລ່ຽນ, ໂຄງການລົງທຶນສ້າງເຂື່ອນໄຟຟ້ານໍ້າຕົກ ກໍມີບັນຫາເລື່ອງໜີ້ສິນຄຸມເຄືອ ຕ້ອງໄດ້ເອົາໃຈໃສ່ແກ້ໄຂໂດຍໄວ ເພື່ອບໍ່ໃຫ້ກະທົບຕໍ່ການລົງທຶນ ກໍຄືສາຍພົວພັນຂອງສອງປະເທດແລະບັນຫາອື່ນໆ.

(ຂ່າວ-ພາບ: ຊີລິການດາ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments