Saturday, July 27, 2024
HomeUncategorizedເປີດເຜີຍທິມຕົວເກງແຊັມ “ຢູໂຣປາ ລີກ” ຫຼ້າສຸດ ຫຼັງໄດ້ຄົບ 16 ທີມສຸດທ້າຍ

ເປີດເຜີຍທິມຕົວເກງແຊັມ “ຢູໂຣປາ ລີກ” ຫຼ້າສຸດ ຫຼັງໄດ້ຄົບ 16 ທີມສຸດທ້າຍ

ວັນທີ 23 ກຸມພາ 2024 ຄວາມເຄື່ອນໄຫວຂອງການແຂ່ງຂັນບານເຕະ ຢູຟາ ຢູໂຣປາ ລີກ ລະດູການ 2023-24 ຫຼ້າສຸດ ໄດ້ທີມຜ່ານເຂົ້າຮອບຄົບ 16 ທີມເປັນທີ່ຮຽບຮ້ອຍ.

ຫຼ້າສຸດ, Bet 365, ບໍລິສັດຮັບພະນັນທີ່ຖືກຕ້ອງຕາມກົດໝາຍໃນປະເທດອັງກິດ ໄດ້ອອກລາຄາຕໍ່ຮອງກັນວ່າທີມໃດຈະໄດ້ເປັນແຊັມໃນລະດູການນີ້ ປະກົດວ່າ ອັນດັບ 1 ໄດ້ແກ່ ລິເວີພູລ ມີອັດຕາຕໍ່ຮອງຢູ່ທີ່ 4/7 (ເດີມ ພັນ 4, ຈ່າຍ 7 ບໍ່ລວມທຶນ), ຕິດຕາມມາດ້ວຍຕົວເກງອັນດັບ 2 ໄບເອີ ເລເວີຄູເຊນ ມີອັດຕາຕໍ່ຮອງຢູ່ທີ່ 7/2 (ເດີມພັນ 2, ຈ່າຍ 7, ບໍ່ລວມທຶນ).

ສໍາລັບຜົນການຈັບສະຫຼາກປະກົບຄູ່ ຮອບ 16 ທີມ ຈະມີຂຶ້ນໃນຕອນແລງຂອງມື້ນີ້ ເວລາ 18:00 ໂມງ ທີ່ເມືອງ ນີຢົງ ປະເທດສະວິດ. ນັດທຳອິດແມ່ນແຂ່ງວັນທີ 7 ມີນາ, ນັດທີ 2 ວັນທີ 14 ມີນາ 2024.

• ຮອບ 16 ທີມສຸດທ້າຍຂອງ ຢູໂຣປາ ລີກ ມີດັ່ງນີ້:

1. ເວສແຮມ ຢູໄນເຕັດ ແຊັມກຸ່ມ A

2. ໄບຣຕັນ ແຊັມກຸ່ມ B

3. ເຣນເຈີ, ແຊັມກຸ່ມ C

4. ອາຕາລັນຕາ ແຊັມກຸ່ມ D

5. ລີເວີພູລ, ແຊັມກຸ່ມ E

6. ບີຢາຣິວ, ແຊັມກຸ່ມ F

7. ສະລາເວຍ ປຣາກ, ແຊັມກຸ່ມ G

8. ໄບເອີ ເລເວີຄູເຊນ, ແຊັມກຸ່ມ H

9. ໂຣມາ ມາຈາກຮອບໄປ-ກັບ (play-offs).

10. ເອຊີ ມິລານ ມາຈາກຮອບໄປ-ກັບ (play-offs)

11. ໄຟບວກ ມາຈາກຮອບໄປ-ກັບ (play-offs)

12. ສະປໍຕິ້ງ ລິສບອນ ມາຈາກຮອບໄປ-ກັບ (play-offs)

13. ເບນຟີກາ ມາຈາກຮອບໄປ-ກັບ (play-offs)

14. ສະປາຕາ ມາຈາກຮອບໄປ-ກັບ (play-offs).

15. ຄາຣາບັກ ມາຈາກຮອບໄປ-ກັບ (play-offs).

16. ມາກເຊ ມາຈາກຮອບໄປ-ກັບ (play-offs)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments