Saturday, July 27, 2024
Homeຂ່າວການເມືອງສະຫລຸບວຽກ ປກຊ-ປກສ 4 ແຂວງພາກໃຕ້ 1 ກອງພົນ ປະຈໍາປີ 2023

ສະຫລຸບວຽກ ປກຊ-ປກສ 4 ແຂວງພາກໃຕ້ 1 ກອງພົນ ປະຈໍາປີ 2023

ແຫລ່ງຂ່າວຈາກ ແຂວງເຊກອງ ໃຫ້ຮູ້ວ່າ: ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ (ປກຊ)-ປ້ອງກັນຄວາມສະຫງົບ (ປກສ) 4 ແຂວງພາກໃຕ້ 1 ກອງພົນ ປະຈໍາປີ 2023 ແລະ ທິດທາງແຜນການ, ວຽກຈຸດສຸມ ປະຈໍາປີ 2024 ຈັດຂຶ້ນໃນວັນທີ 22 ກຸມພາ 2024 ຢູ່ແຂວງເຊກອງ ພາຍໃຕ້ການເປັນປະທານ ຂອງສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ-ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີສະຫາຍ ເຫລັກໄຫລ ສີວິໄລ ກໍາມະການສູນກາງພັກ, ປະທານ ປກຊ-ປກສ ແຂວງ, ເຈົ້າແຂວງເຊກອງ, ມີບັນດາປະທານ-ຮອງປະທານ, ຄະນະກໍາມະການ ປກຊ-ປກສ 4 ແຂວງ (ເຊກອງ, ສາລະວັນ, ຈໍາປາສັກ, ອັດຕະປື), ຄະນະພັກ-ຄະນະບັນຊາກອງພົນທີ 5 ແລະ ພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ຄະນະປະຈໍາພັກແຂວງ, ຄະນະກໍາມະການ ປກຊ-ປກສ ແຂວງ ຫົວໜ້າການທະຫານກອງບັນຊາການທະຫານແຂວງເຊກອງ ໄດ້ລາຍງານວ່າ: ໃນປີ 2023 ຜ່ານມາ, ຄະນະກໍາມະການ ປກຊ-ປກສ 4 ແຂວງ ໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາ ກໍາລັງປະກອບອາວຸດເຄື່ອນໄຫວຕິດຕາມ ກວດກາ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆ ຕິດພັນກັບການປັບປຸງກໍ່ສ້າງ, ຈັດຕັ້ງຝຶກອົບຮົມ-ຫັດແອບດ້ານສິລະປະຍຸດ-ຍຸດທະວິທີ, ວິຊາສະເພາະເຕັກນິກໃຫ້ກໍາລັງ ປກຊ-ປກສ ເພື່ອກຽມພ້ອມຮັບມືກັບທຸກສະຖານະການທີ່ອາດເກີດຂຶ້ນໃຫ້ທັນເວລາ; ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານຢ່າງແຂງແຮງ ແລະ ມີຈຸດສຸມ; ເອົາໃຈໃສ່ເຮັດວຽກງານ 3 ສ້າງ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ. ໃນນີ້, ສາມາດສ້າງບ້ານປ້ອງກັນຊາດເຂັ້ມແຂງໄດ້ 752 ບ້ານ 27.861 ຄອບຄົວ; ບ້ານປ້ອງກັນຄວາມສະຫງົບດີ 719 ບ້ານ 150.381 ຄອບຄົວ; ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນ 162 ກຸ່ມບ້ານ; ຂຶ້ນບັນຊີເກັບກໍາທ້ອນໂຮມອາວຸດເສິກໄດ້ 379 ກະບອກ; ມ້າງຄະດີຢາເສບຕິດໄດ້ 263 ລາຍ, ກັກຜູ້ຕ້ອງຫາໄດ້ 383 ຄົນ, ຍຶດຂອງກາງ ປະເພດຢາບ້າໄດ້ 391.340 ເມັດ, ຢາໄອ 157 ກິໂລ, ໃບກະທ້ອມ 36 ກິໂລ, ລົດຈັກ 94 ຄັນ, ລົດໃຫຍ່ 29 ຄັນ ແລະ ໂທລະສັບ 391 ໜ່ວຍ; ມີອັກຄີໄພເກີດຂຶ້ນທັງໝົດ 30 ຄັ້ງ ມູນຄ່າເສຍຫາຍ 4,2 ຕື້ກວ່າກີບ ແລະ ມີອຸບັດເຫດຕາມທ້ອງຖະໜົນເກີດຂຶ້ນທັງໝົດ 578 ຄັ້ງ ມູນຄ່າເສຍຫາຍ 7,4 ຕື້ກວ່າກີບ. ພ້ອມນີ້, ກໍໄດ້ເອົາໃຈໃສ່ນໍາພາ-ຊີ້ນໍາກໍາລັງປະກອບອາວຸດ, ກໍາລັງຫລວງ, ກໍາລັງທ້ອງຖິ່ນ ເຮັດໜ້າທີ່ປ້ອງກັນເວນຍາມສະຖານທີ່ສໍາຄັນຕ່າງໆ, ແຂກການນໍາຂັ້ນສູງທັງພາຍໃນ ແລະ ຕ່າງປະເທດ.

ໃນໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ມີຄໍາເຫັນຊີ້ນໍາໃຫ້ຄະນະກໍາມະການ ປກຊ-ປກສ 4 ແຂວງ ສືບຕໍ່ສຶກສາອົບຮົມການເມືອງແນວຄິດໃຫ້ກໍາລັງ ປກຊ-ປກສ, ປະຊາຊົນບັນດາເຜົ່າ ຮັບຮູ້-ເຂົ້າໃຈ ແລະ ປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢ່າງແຂງແຮງ; ປັບປຸງແບບແຜນການນໍາພາ-ບັນຊາ, ຈັດຕັ້ງຝຶກອົບຮົມ, ຫັດແອບສິລະປະຍຸດ-ຍຸດທະວິທີ ແລະ ວິຊາສະເພາະ; ຫັນລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກປະຊາຊົນ, ສ້າງທ່າສະໜາມສົງຄາມປະຊາຊົນ 3 ຂັ້ນ, ສ້າງບ້ານປ້ອງກັນຊາດເຂັ້ມແຂງ, ບ້ານປ້ອມໝັ້ນ-ກຸ່ມບ້ານສູ້ຮົບຕິດລ່ຽນໃຫ້ຫລາຍຂຶ້ນ; ເສີມຂະຫຍາຍມູນເຊື້ອວຽກງານ ປກຊ-ປກສ ຕິດພັນກັບ 4 ແຜນງານໃຫຍ່ 26 ໂຄງການ ຂອງກະຊວງປ້ອງກັນປະເທດ ແລະ 4 ແຜນງານ 41 ໂຄງການ ຂອງກະຊວງປ້ອງກັນຄວາມສະຫງົບ ແລະ ເອົາໃຈໃສ່ແກ້ໄຂບັນຫາປະກົດການຫຍໍ້ທໍ້ຕ່າງໆໃນສັງຄົມ. ທັງນີ້, ກໍເພື່ອເຮັດໃຫ້ 4 ແຂວງ ສືບຕໍ່ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບສຸກ-ເປັນລະບຽບຮຽບຮ້ອຍໂດຍພື້ນຖານ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ ແລະ ພັດທະນາຊີວິດການເປັນຢູ່ຂອງປະຊາຊົນໃຫ້ດີຂຶ້ນເປັນກ້າວໆ.

ຂ່າວ-ພາບ: ສັນຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments