Monday, April 29, 2024
Homeຂ່າວກິລາເມສຊີ່ ກຽມນໍາ Ballon d'Or ສະໄໝທີ 8 ມາຕັ້ງສະແດງທີ່ພິພິທະພັນ ບາເຊໂລນ່າ ພ້ອມກັບອີກ 7 ສະໄໝກ່ອນໜ້າ

ເມສຊີ່ ກຽມນໍາ Ballon d’Or ສະໄໝທີ 8 ມາຕັ້ງສະແດງທີ່ພິພິທະພັນ ບາເຊໂລນ່າ ພ້ອມກັບອີກ 7 ສະໄໝກ່ອນໜ້າ

ລີໂອເນວ ເມສຊີ່ ກອງໜ້າຕົວເກັ່ງຂອງທີມຊາດອາກຊັງຕິນ ທີ່ຫາກໍພາທີມຊາດອາກຊັງຕິນ ຄວ້າແຊັມບານໂລກ 2022 ໄດ້ກຽມນຳເອົາ Ballon d’Or ສະໄໝທີ 8 ມາຕັ້ງໄວ້ຢູ່ທີ່ພິພິທະພັນ ບາເຊໂລນາ ເພື່ອຕອກຢໍ້າວ່າບໍ່ເຄີຍລືມວ່າຕົນເອງເລີ່ມຕົ້ນມາຈາກສະຖານທີ່ແຫ່ງໃດ.

ໂດຍ E-Noticies ສຳນັກຂ່າວດິນແດນແອັດສະປາຍ ເປີດເຜີຍວ່າ: ເຖິງແມ່ນ ລີໂອເນວ ເມສຊີ ຈະໄດ້ຮັບລາງວັນ Ballon d’Or ສະໄໝທີ 8 ຕອນທີ່ສັງກັດຢູ່ກັບ ອິນເຕີ ໄມອາມີ ແຕ່ຜູ້ກ່ຽວມີຄວາມປະສົງທີ່ຈະນໍາເອົາ Ballon d’Or ສະໄໝຫຼ້າສຸດມາຕັ້ງສະແດງຢູ່ຄຽງຂ້າງກັບ Ballon d’Or ທັງ 7 ສະໄໝທີ່ເຂົາໄດ້ຝາກໄວ້ທີ່ພິພິທະພັນ ບາເຊໂລນາ.

ກ່ອນໜ້ານີ້ ລີໂອເນວ ເມສຊີ່ ເຄີຍກ່າວໄວ້ວ່າ: ” ທຸກສິ່ງທີ່ຂ້ອຍມີຢູ່ໃນບາເຊໂລນ່າ ທີ່ນັ້ນຢູ່ໃນພິພິທະພັນ ບໍ່ວ່າຈະເປັນ Ballon d’Or, ເກີບຄໍາ, ທຸກສິ່ງທຸກຢ່າງ ” ເຮັດໃຫ້ກອງເຊຍບານ ຕ່າງຊາບຊຶ້ງໃນສາຍສໍາພັນລະຫວ່າງ ເມສຊີ່ ກັບ ບາເຊໂລນ່າ.

ສໍາລັບ ລີໂອເນວ ເມສຊີ ເຂົາລົງຮັບໃຊ້ ບາເຊໂລນ່າ ໄປທັງໝົດ 520 ເກມ ຍິງໄດ້ 474 ປະຕູ ກັບສົ່ງໃຫ້ໝູ່ຍິງອີກ 216 ນັດໃນລາລີກາ ກ່ອນຈະຍ້າຍໄປຢູ່ກັບ PSG ເປັນເວລາ 2 ລະດູການ ກະທັ່ງປັດຈຸບັນ ເປັນແກນຫຼັກຂອງ ອິນເຕີ ໄມອາມີ ຮ່ວມກັບ ຈໍດີ ອັລບາ. ເຊຄິໂອ ບຸສເກັດ ລວມເຖິງ ຫຼຸຍ ຊົວເຣຊ ທີ່ຫາກໍ່ຍ້າຍມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments