Thursday, May 16, 2024
Homeຂ່າວຕ່າງປະເທດສ.ກົາຫລີ ຈະເອີ້ນລົດຄືນ ປະມານ 50.000ຄັນຫລັງພົບຂໍ້ຜິດພາດດ້ານການຜະລິດ

ສ.ກົາຫລີ ຈະເອີ້ນລົດຄືນ ປະມານ 50.000ຄັນຫລັງພົບຂໍ້ຜິດພາດດ້ານການຜະລິດ

ສຳນັກຂ່າວຊິນຮວາ ຂອງ ສປ ຈີນ ວັນທີ 21 ກຸມພານີ້ ກະຊວງທີ່ດິນໂຄງສ້າງພື້ນຖານ ແລະ ການຂົນສົ່ງ ຂອງ ສ.ເກົາຫລີ ເປີດເຜີຍວ່າ: ກຸ່ມຜູ້ຜະລິດລົດພາຍໃນ ແລະ ຕ່າງປະເທດ ຈຳນວນ 6 ແຫ່ງ ຈະເອີ້ນລົດຄືນໂດຍສະໝັກໃຈປະມານ 54.8000 ຄັນ ເນື່ອງຈາກກວດພົບຂໍ້ຜິດພາດດ້ານການຜະລິດ ເປັນຕົ້ນເທສລາ ໂຄເຣຍ (Tesla Korea) ຈະເອີ້ນລົດຄືນ 51.789 ຄັນ ຈຳນວນ 4 ລຸ້ນ ລວມທັງໂມເດລ 3 (Model 3) ເນື່ອງຈາກຂະໜາດຕົວອັດສອນຂອງຈໍພວງມະໄລນ້ອຍກວ່າ ມາດຕະຖານ ແລະ ລົດອີກ 2 ລຸ້ນ ຈຳນວນ 852 ຄັນ ເຊັ່ນ: ລຸ້ນໂດເດລເອັສ (Model X) ເພື່ອແກ້ໄຂຂໍ້ຜິດພາດຂອງຊອບແວ ກ້ອງດ້ານຫລັງ.

ເກຍຄອບ (Kia Corp) ຈະເອີ້ນຄືນ ລົດລຸ້ນອີວີ 6 (EV6) ຈຳນວນ 366 ຄັນ ລວມທັງລຸ້ນໄອໂອນິກ 5 (Ioniq 5) ເນື່ອງຈາກ ການສົ່ງກຳລັງ ຂອງລໍ້ຫລັງຜິດປົກກະຕິ. ຂະນະທີ່ ຈີເອສ ໂກລ ບໍລ (GS Global), ຜູ້ນຳເຂົ້າລົດຂອງບີວາຍດີ (BYD) ໃນ ສ.ເກົາຫລີ ຈະເອີ້ນຄືນລົດຈຳນວນ 606 ຄັນ ຈຳນວນ 5 ລຸ້ນ ລວມທັງລົດບັດສນີວ ບີວາຍດີ ອີບັດສ (NEW BYD eBus-12) ເນື່ອງຈາກລະບົບທີ່ກ່ຽວກັບການຮັບຜູ້ໂດຍສານທີ່ຕ່ຳກວ່າມາດຕະຖານ.

ຂະນະທີ່ຟອດເຊລແອນເຊີວິດ ໂຄເຣຍ (Ford Sales & Service Korea) ຈະເອີ້ນຄືນລົດເນວິເກເຕີ (Navigator) ຈຳນວນ 350 ລຸ້ນ ເພື່ອແກ້ໄຂຂໍ້ຜິດພາດຂອງກ້ອງດ້ານຫລັງ ສ່ວນບຳຮັນ ໂມບໍລີຕີ (Bumhan Mobility) ຜູ້ນຳເຂົ້າລົດ ຂອງຫວງໄຫ່ (Huanghai) ໃນສ.ເກົາຫລີ ຈະເອີ້ນຄືນລົດ 100 ຄັນ ຈຳນວນ 2 ລຸ້ນ ເຊັ່ນ: ອີ-ສະກາຍ11 (E-SKY11) ເນື່ອງຈາກລະບົບທີ່ກ່ຽວຂ້ອງກັບ ການຮັບຜູ້ໂດຍສານ ທີ່ຕ່ຳກວ່າ ມາດຕະຖານ.

(ບັນນາທິການຂ່າວ: ຕ່າງປະເທດ), ຮຽບຮຽງ ຂ່າວໂດຍ: ສະໄຫວ ລາດປາກດີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments