Thursday, May 16, 2024
Homeຂ່າວພາຍໃນກອງປະຊຸມພົບປະ ຄະນະພັກ ສນຊ ແລະ ຄະນະພັກກະຊວງພາຍໃນ

ກອງປະຊຸມພົບປະ ຄະນະພັກ ສນຊ ແລະ ຄະນະພັກກະຊວງພາຍໃນ

ໃນວັນທີ 21 ກຸມພາ ນີ້ທີ່ ສນຊ, ຄະນະພັກສູນກາງແນວລາວສ້າງຊາດ (ສນຊ) ນໍາໂດຍ ສະຫາຍ ສິນລະວົງ ຄຸດໄພທູນ ກໍາມະການກົມການເມືອງສູນກາງພັກ ເລຂາຄະນະພັກ ສນຊ ແລະ ກະຊວງພາຍໃນ ນໍາໂດຍ ສະຫາຍ ທອງຈັນ ມະນີໄຊ ກໍາມະການສູນກາງພັກ ເລຂາຄະນະພັກ ລັດຖະມົນຕີກະຊວງພາຍໃນ ພ້ອມດ້ວຍຄະນະພັກສອງຝ່າຍເຂົ້າຮ່ວມ. ກອງປະຊຸມໄດ້ຮັບຟັງການລາຍງານ ຈາກຄະນະປະຈໍາພັກເປັນຕົ້ນແມ່ນ ວຽກງານສາສະໜາ, ວຽກງານຊົນເຜົ່າ, ການປະສານງານ ລະຫວ່າງ ສນຊ ແລະ ກະຊວງພາຍໃນ, ວຽກງານບຸກຄະລາກອນຂອງແນວລາວສ້າງຊາດຢູ່ທ້ອງຖິ່ນໃນໄລຍະໃໝ່ ການຜະລິດຫຼຽນ ເພື່ອສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດ ຄົບຮອບ 75 ປີ ແລະ ການແບ່ງຄວາມຮັບຜິດຊອບລະຫວ່າງ ສອງຂະແໜງ (ແນວລາວສ້າງຊາດ ແລະ ພາຍໃນ) ກ່ຽວກັບການຄຸ້ມຄອງມູນນິທິ, ສະມາຄົມຕ່າງໆ. ຜູ້ເຂົ້າຮ່ວມໄດ້ພ້ອມກັນປະກອບຄໍາເຫັນຢ່າງກົງໄປກົງມາ, ປຶກສາຫາລື, ຊີ້ແຈງ, ຄົ້ນຄວ້າວິທີການເພື່ອຮ່ວມກັນແກ້ໄຂບັນຫາຕ່າງໆໃນຕໍ່ໜ້າ ທີ່ເຫັນວ່າບໍ່ທັນສອດຄ່ອງ ຊຶ່ງສະຫາຍເລຂາຄະນະພັກກະຊວງພາຍໃນໄດ້ມີຄໍາເຫັນວ່າ: ໃນການສະເຫຼີມສະຫຼອງວັນສ້າງຕັ້ງແນວລາວສ້າງຊາດຄົບຮອບ 75 ປີ ໃນປີ 2025 ແມ່ນຍິນດີໃຫ້ການຮ່ວມມືກ່ຽວກັບການຜະລິດຫຼຽນມະຫາສາມັກຄີ ດ້ວຍການປະສານສົມທົບກັນ; ພ້ອມກັນຈັດກອງປະຊຸມແບບວິຊາການໃນລະຫວ່າງໄຕມາດທີ III 2024 ກ່ອນກອງປະຊຸມສະຫຼຸບວຽກງານພະສົງ ທົ່ວປະເທດໃນທ້າຍປີ, ການຈັດຕັ້ງປະຕິບັດຕາມດໍາລັດເລກທີ 203 ວ່າດ້ວຍການກໍານົດຕໍາແໜ່ງບໍລິຫານເຫັນວ່າຍັງບໍ່ທັນສອດຄ່ອງໃນບາງຂົງເຂດ ຊຶ່ງຈະໄດ້ຮ່ວມກັນກັບພາກສ່ວນກ່ຽວຂ້ອງປຶກສາຫາລື, ຄົ້ນຄວ້າໃນການປັບປຸງຕື່ມໃນຕໍ່ໜ້າ.

ສະຫາຍເລຂາຄະນະພັກ ສນຊ ໄດ້ສະແດງຄວາມຊົມເຊີຍຕໍ່ພັກ-ລັດຖະບານ ທີ່ວາງນະໂຍບາຍວຽກງານຊົນເຜົ່າ ຊຶ່ງໄລຍະຜ່ານມາ ບັນດາຊົນເຜົ່າໃນລາວ ມີຄວາມສາມັກຄີເປັນປຶກແຜ່ນໃນການສ້າງສາພັດທະນາປະເທດຊາດ, ແຕ່ສັງເກດເຫັນວ່າມີ 3 ອັນ: (1) ບໍ່ມີອົງກອນໃດຮັບຜິດຊອບວຽກງານພັດທະນາເຜົ່າ, ເວົ້າເຖິງນະໂຍບາຍວຽກງານເຜົ່າມີຫຼາຍ ແຕ່ຜູ້ພັດທະນາເຜົ່າແມ່ນອົງກອນໃດຮັບຜິດຊອບ ມອບໃຫ້ທ້ອງຖິ່ນ, ທ້ອງຖິ່ນກະວ່າຕ້ອງມີບ່ອນຂຶ້ນກັບ, (2) ພ້ອມກັນພັດທະນາຊົນເຜົ່າທີ່ດ້ອຍໂອກາດດ້ວຍເງື່ອນໄຂທີ່ສອດຄ່ອງ ເໝາະສົມ (3) ແບ່ງຄວາມຮັບຜິດຊອບລະຫວ່າງ ສນຊ ແລະ ກະຊວງພາຍໃນ ກ່ຽວກັບວຽກງານສາສະໜາ ຊຶ່ງພ້ອມກັນເອົາໃຈໃສ່ໃນການຄຸ້ມຄອງດູແລເຂົາເຈົ້າໃນການເຄື່ອນໄຫວຖືກຕ້ອງສອດຄ່ອງກັບລະບຽບກົດໝາຍ ເພື່ອພ້ອມກັນສ້າງສາພັດທະນາປະເທດຊາດໃຫ້ມີຄວາມສະຫງົບ ແລະ ຈະເລີນສີວິໄລ.

(ຂ່າວ-ພາບ: ສຸວັນລີ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments