Saturday, July 27, 2024
Homeທຸລະກິດບໍລິສັດ ສົມວັນຈະເລີນ ເປໂຕລຽມ ເຈວລີ ໄດ້ຮັບລາງວັນ ວິສາຫະກິດດີເດັ່ນ

ບໍລິສັດ ສົມວັນຈະເລີນ ເປໂຕລຽມ ເຈວລີ ໄດ້ຮັບລາງວັນ ວິສາຫະກິດດີເດັ່ນ

ກົມສວຍສາອາກອນ ກະຊວງການເງິນ ໄດ້ມອບໂລລາງວັນ ແລະ ໃບຍ້ອງຍໍ ໃຫ້ວິສາຫະກິດທີ່ປະຕິບັດພັນທະໃນການຊຳລະອາກອນ ດີເດັ່ນປະຈໍາປີ 2022 ຈໍານວນ 249 ບໍລິສັດ. ໃນນັ້ນ, ໄດ້ຮັບໃບຍ້ອງຍໍປະເພດ I ຈໍານວນ 29 ບໍລິສັດ, ປະເພດ II ມີ 53 ບໍລິສັດ ແລະ ຍ້ອງຍໍປະເພດ III ມີ 167 ບໍລິສັດ. ໃນນັ້ນ, ບໍລິສັດ ສົມວັນຈະເລິນ ເປໂຕລ້ຽມ ເຈວລີ ຈຳກັດ ນຳເຂົ້າ ແລະ ສົ່ງອອກ ໄດ້ຮັບໃບຍ້ອງຍໍປະເພດ II ແລະ ບໍລິສັດ ສົມວັນຈະເລີນ ເປໂຕລ້ຽມ ຈຳໜ່າຍພາຍໃນ ຈຳກັດ ໄດ້ຮັບໃບຍ້ອງຍໍປະເພດ III.

ໃນພິທີ, ທ່ານ ບຸນປະເສີດ ສີກຸນລະບຸດ ຫົວໜ້າກົມສ່ວຍສາອາກອນ ກະຊວງການເງິນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ບັນດາວິສາຫະກິດທີ່ໄດ້ຮັບ ການຍ້ອງຍ້ອງ ດີເດັ່ນແຕ່ລະປະເພດ, ພ້ອມທັງເຊື້ອໝັ້ນວ່າ ໃນການ ຈັດຕັ້ງປະຕິບັດບັນດາລະບຽບກົດໝາຍຂອງ ບັນດາວິສາຫະກິດ ທີ່ຂຶ້ນກັບການຄຸ້ມຄອງຂອງກົມສ່ວຍສາອາກອນ ຈະນັບມື້ນັບເຂັ້ມແຂງ ເປັນແບບຢ່າງໃຫ້ແກ່ບັນດາວິສາຫະກິດ ໃນຂອບເຂດທົ່ວປະເທດ ເຊິ່ງວິສາຫະກິດຢູ່ໃນປະເພດ III ປີໜ້າກໍ່ສູ້ຊົນໃຫ້ໄດ້ປະເພດ II, ສ່ວນວິສາຫະກິດທີ່ໄດ້ປະເພດ II ປີໜ້າສູ້ຊົນໃຫ້ໄດ້ປະເພດ I ເຊິ່ງພັນ ທະການປະກອບສ່ວນນີ້ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ກໍຄື ປະເທດຊາດ ໃຫ້ມີຄວາມເຂັ້ມແຂງ ສີວິໄລ ຂຶ້ນເທື່ອລະກ້າວ.

ການມອບລາງວັນ ແລະ ໃບຍ້ອງຍໍໃຫ້ບັນດາວິສາຫະກິດໃນຄັ້ງນີ້, ເປັນຈຸດເລີ່ມຕົ້ນໃນການສ້າງມາດຕະ ຖານ, ສ້າງຄວາມຕື່ນຕົວ ແລະ ເປັນການຍ້ອງຍໍ ໃຫ້ບັນດາຫົວໜ່ວຍວິສາຫະກິດ ທີ່ປະກອບສ່ວນເຂົ້າໃນການ ມອບພັນທະອາກອນ ໃຫ້ແກ່ລັດຖະບານ ເພື່ອສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນຮຸ່ງເຮືອງ. ພ້ອມກັນນີ້, ຍັງເປັນແບບຢ່າງທີ່ດີເດັ່ນ ໃຫ້ແກ່ຫົວໜ່ວຍທຸລະກິດໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນໃນການສ້າງສາພັດທະນາປະເທດຊາດ ເຊິ່ງກົມສ່ວຍສາອາກອນ, ຈະສືບຕໍ່ຂະຫຍາຍໄປໃນຂອບເຂດທົ່ວປະເທດ ເພື່ອໃຫ້ເປັນມາດຖານໃນການຍົກລະດັບ ໃຫ້ຫົວໜ່ວຍທຸລະກິດປະຕິບັດພັນທະໄດ້ດີ, ຖືກຕ້ອງຕາມລະບຽບກົດໝາຍ, ຮັບປະກັນມອບເຂົ້າງົບປະມານແຫ່ງລັດຖືກຕ້ອງຄົບຖ້ວນ.

ຂ່າວ-ພາບ: ກິດຕາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments