Saturday, July 27, 2024
Homeຂ່າວພາຍໃນບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ ປະຈໍາປີ 2024 ເປີດຂຶ້ນຢ່າງເປັນທາງການ

ບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາພູພຽງບໍລະເວນ ປະຈໍາປີ 2024 ເປີດຂຶ້ນຢ່າງເປັນທາງການ

ແຫລ່ງຂ່າວຈາກ ແຂວງຈໍາປາສັກ ໃຫ້ຮູ້ວ່າ: ຄະນະພັກ-ອົງການປົກຄອງແຂວງຈໍາປາສັກ ຮ່ວມກັບ ພະແນກອຸດສາຫະກໍາ ແລະ ການຄ້າແຂວງ, ເມືອງປາກຊ່ອງ ແລະ ສະມາຄົມກາເຟລາວ ບຸນກາເຟ-ຊາ ແລະຜະລິດຕະພັນກະສິກໍາພູພຽງບໍລະເວນ ປະຈໍາປີ 2024 ຢ່າງເປັນທາງການ ໃນວັນທີ 21 – 23 ກຸມພາ 2024 ຢູ່ເດີ່ນອະນຸສາວະລີ ທ່ານ ສີທົນ ກົມມະດໍາ ເພື່ອຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າທີ່ເປັນທ່າແຮງ ໂດຍສະເພາະແມ່ນສິນຄ້າກະສິກຳໃຫ້ເຂັ້ມແຂງ ແລະ ຍືນຍົງ, ເປັນການໂຄສະນາເຄື່ອງໝາຍການຄ້າກາເຟແຂວງຈໍາປາສັກ, ປະກອບສ່ວນຍົກລະດັບຄຸນຄ່າ ແລະ ຢັ້ງຢືນເຖິງຖານະບົດບາດກາເຟຂອງແຂວງຈໍາປາສັກ ຢູ່ໃນເວທີຕະຫລາດໂລກ, ທັງເປັນການຍົກສູງ, ເຊີດຊູຜູ້ປູກ, ປຸງແຕ່ງ ແລະ ຜູ້ດໍາເນີນທຸລະກິດກາເຟ, ປຸກລະດົມການມີສ່ວນຮ່ວມ ໃນການພັດທະນາການປູກ ແລະ ຂະບວນການຜະລິດກາເຟ ຢູ່ ສປປ ລາວ ໂດຍສະເພາະ ຢູ່ເຂດທ້ອງຖິ່ນພູພຽງບໍລະເວນ ໂດຍມີ ທ່ານ ວິໄລວົງ ບຸດດາຄໍາ ເຈົ້າແຂວງຈໍາປາສັກ, ປະທານຈັດງານ, ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກຳ, ທ່ານ ໂພສີ ແກ້ວມະນີວົງ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ມີການນຳແຂວງດັກລັກ, ແຂວງບິ່ງເຟືອກ, ແຂວງດົ້ງຖາບ ສສ ຫວຽດນາມ, ການນຳແຂວງຊຽງແຕງ, ແຂວງກະແຈະ, ແຂວງຣັດຕະນະຄີລີ, ແຂວງພຣາວິເຮຍ, ແຂວງສຽມຣຽບ, ແຂວງມົນດົນກິຣິ ຣາຊະອານາຈັກກໍາປູເຈຍ ແລະ ການນໍາຈັງຫວັດອຸບົນຣາຊະທານີ, ຈັງຫວັດອໍານາດຈະເລີນ ຣາຊະອານາຈັກໄທ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ ຢ່າງຫລວງກລາຍ.

ໃນພິທີ, ທ່ານ ບຸນຍະເດດ ທອງສະຫວັນ ຫົວໜ້າພະແນກອຸດສາຫະກໍາ ແລະ ການຄ້າແຂວງຈໍາປາສັກ ໄດ້ໃຫ້ຮູ້ວ່າ: ບຸນກາເຟ-ຊາ ແລະ ຜົນຜະລິດກະສິກໍາ ພູພຽງບໍລະເວນ ປະຈໍາປີ 2024, ມີຫົວໜ່ວຍທຸລະກິດພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ 45 ຫົວໜ່ວຍ, ລວມມີ 54 ຫ້ອງ, ປະກອບມີກຸ່ມຜູ້ຜະລິດເມືອງປາກຊ່ອງ, ສະຫະກອນກາເຟ-ຊາ, ບໍລິສັດເກັບຊື້ ແລະ ສົ່ງອອກ, ສະມາຄົມກາເຟ, ສະມາຄົມຫັດຖະກໍາ, ໂຮງງານອຸດສາຫະກໍາປຸງແຕ່ງ, ທະນາຄານທຸລະກິດ, ທຸລະກິດຈໍາໜ່າຍພາຫະນະ, ກຸ່ມສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ (ODOP), ບໍລິສັດຜູ້ຜະລິດ, ບໍລິສັດການຄ້າຈໍາໜ່າຍຜະລິດຕະພັນກາເຟພາຍໃນແຂວງ, ຕ່າງແຂວງ ແລະ ຕ່າງປະເທດ. ພ້ອມນີ້, ແຂວງບິ່ງເຟືອກ ສສ ຫວຽດນາມ ກໍໄດ້ເຂົ້າຮ່ວມໃນງານວາງສະແດງ ມີ 1 ຫົວໜ່ວຍ (1 ຫ້ອງ) ປະກອບມີ: ຜະລິດຕະພັນກາເຟ, ພິກໄທ, ໝາກໄມ້ອົບແຫ້ງ ແລະ ຜະລິດຕະພັນອື່ນໆ.

ສ່ວນສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາໜ່າຍຄັ້ງນີ້ ປະກອບມີ: ຜະລິດຕະພັນກະສິກໍາ ແລະ ອຸດສາ ຫະກໍາປຸງແຕ່ງ ເປັນຕົ້ນ ຜະລິດຕະພັນກາເຟ, ຊາ, ພືດຜັກ, ເຄື່ອງຫັດຖະກໍາ, ເຄື່ອງຈັກສານໄມ້, ຫວາຍ, ຜ້າຝ້າຍ, ຜ້າໄໝ, ໂຄສະນາແຫລ່ງທ່ອງທ່ຽວ, ພາຫະນະ ແລະ ສິນຄ້າປະເພດຕ່າງໆ, ຄາດຄະເນມູນຄ່າສິນຄ້າທີ່ນໍາເຂົ້າມາວາງສະແດງ ແລະ ຈໍາໜ່າຍ ໃນງານຄັ້ງນີ້ ປະມານ 10 ຕື້ກີບ, ຄາດວ່າຈະມີການຮ່ວມມືທາງດ້ານທຸລະກິດ, ການແລກປ່ຽນຊື້-ຂາຍ ສິນຄ້າຮ່ວມກັນ ແລະ ຈະມີເງິນໝູນວຽນໃນແຕ່ລະວັນ ປະມານ 1 ຕື້ກ່ວາກີບ. ນອກນີ້, ພາຍໃນງານຍັງມີສໍາມະນາວິທະຍາສາດ ທີ່ກ່ຽວຂ້ອງ ພາຍໃຕ້ຫົວຂໍ້ທີ່ສໍາຄັນ 3 ຫົວຂໍ້ ຄື: ສໍາມະນາ ການປະເມີນກາເຟລາວ ປີ 2024, ການສົ່ງເສີມຊາວສວນ ເພື່ອຍົກສະ ມັດຕະພາບການຜະລິດກາເຟ ແລະ ຫົວຂໍ້ ເສັ້ນທາງການເປັນ Barista ມືອາຊີບ ແກ່ໄວໝຸ່ມ ເພື່ອຍົກສູງຄຸນນະ ພາບ, ສະມັດຕະພາບການຜະລິດກາເຟລາວ ສູ່ຕະຫລາດສາກົນ ແລະ ມີກິດຈະກໍາແຂ່ງຂັນ ຂົ້ວ, ຊົງ, ຊີມ ກາເຟ ຕື່ມອີກ.

ຂ່າວ-ພາບ: ທູນທອງໃຈ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments