Saturday, July 27, 2024
Homeທຸລະກິດຢາພື້ນເມືອງ ການົກສັນຕິພາບຄູ່ເປັນທີ່ຍອມຮັບຂອງສັງຄົມ

ຢາພື້ນເມືອງ ການົກສັນຕິພາບຄູ່ເປັນທີ່ຍອມຮັບຂອງສັງຄົມ

ຕາມການໃຫ້ສໍາພາດຂອງທ່ານ ດ້າຍໄໝ ໃສຕາວັນ ເຈົ້າຂອງຜະລິດຜະພັນຢາພື້ນເມືອງການົກສັນຕິພາບຄູ່ ຊຶ່ງແມ່ນສິນຄ້າໜຶ່ງເມືອງໜຶ່ງຜະລິດຕະພັນ ຫຼື ໂອດອບຂອງເມືອງໄຊບູລີ ແຂວງສະຫວັນນະເຂດ. ໂອກາດທີ່ທ່ານໄດ້ນຳຜະລິດຕະພັນຂອງຕົນມາວາງສະແດງ ແລະ ຈໍາໜ່າຍໃນພິທີເປີດປີທ່ອງທ່ຽວລາວ 2024 ຕິດພັນກັບງານທ່ອງທ່ຽວປະເພນີເດືອນສາມເພັງ ທີ່ດ່ານປາກເຊບັ້ງໄຟ ເມືອງໄຊບູລີ ເມື່ອບໍ່ດົນມານີ້ວ່າ: ຜະລິດຕະພັນຢາພື້ນເມືອງການົກສັນຕິພາບຄູ່ ເລີ່ມຜະລິດມາແຕ່ປີ 2019 ໂດຍມີຫ້ອງປຸງແຕ່ງຢາທີ່ບ້ານນາແດງ ເມືອງໄຊບູລີ ມີຜະລິດຕະພັນທັງໝົດ 18 ຊະນິດ, ອັນໄດ້ກາຍເປັນທີ່ຮູ້ຈັກ ແລະ ຊົມໃຊ້ຢ່າງແຜ່ຫຼາຍຂອງສັງຄົມ, ຊຶ່ງສິນຄ້າທີ່ສັງຄົມນໍາໃຊ້ຫຼາຍທີ່ສຸດ ແມ່ນຢານວດເສັ້ນ-ເອັນ, ນໍ້າມັນຄາຍເສັ້ນ, ຢາດົມອາລົມດີ, ຢາສໍາລັບດອງ, ຢາປົວໂລກກະເພາະ, ພະຍາດຍິງ, ຢາຕົ້ມສໍາລັບຜູ້ທີ່ປວດເສັ້ນເອັນ ແລະ ຜະລິດຕະພັນອື່ນໆ.

ທ່ານ ດ້າຍໄໝ ໃສຕາວັນ ຍັງຍົກໃຫ້ເຫັນຕື່ມວ່າ: ກ່ອນຈະໄດ້ມາເປັນໝໍຢາພື້ນເມືອງແຕ່ຍັງນ້ອຍກໍໄດ້ເດີນຕາມຮອຍປູ່ ທີ່ເປັນໝໍຢາພື້ນເມືອງທີ່ມີຊື່ສຽງໂດ່ງດັ່ງຢູ່ເຂດບ້ານນາແດງ ເມືອງໄຊບູລີ. ຜ່ານການສຳຜັດຈາກການຮຽນຮູ້ນຳປູ່, ບວກກັບຄວາມມັກຈຶ່ງໄດ້ສະແຫວງຫາ ແລະ ຈົດຈຳເຄັດລັບຈາກປູ່, ມາຮອດປັດຈຸບັນສາມາດນຳໃຊ້ພືດເປັນຢາໄດ້ແລ້ວຈຳນວນ 614 ຊະນິດ. ພືດດັ່ງກ່າວ ແມ່ນມີຢູ່ໃນປ່າແຖວບ້ານເຮົາ, ແຕ່ໜ້າເປັນຫ່ວງປັດຈຸບັນນີ້ ການພັດທະນາແມ່ນທ່ວງທ່າຂະຫຍາຍຕົວໂດຍສະເພາະການບຸກເບີກປ່າເພື່ອມາປູກອ້ອຍ, ປູກມັນຕົ້ນ ແລະ ອື່ນໆ ເຮັດໃຫ້ພືດທີ່ເປັນຢາກໍຖືກທຳລາຍໄປພ້ອມ. ໃນໂອກາດນີ້, ທ່ານ ດ້າຍໄໝ ໃສຕາວັນ ໄດ້ຮຽກຮ້ອງ ມາຍັງຜູ້ທີ່ມີຈຸດປະສົງຢາກປິ່ນປົວສຸຂະພາບສາມາດຕິດຕໍ່ປຶກສາໄດ້ ໂທ ຫຼື WhatsApp 020 58474089 ຫຼື ໄປຫາດ້ວຍໂຕເອງໄດ້ທີ່ບ້ານນາແດງ ເມືອງໄຊບູລີ.

(ຂ່າວ: ສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments