Saturday, July 27, 2024
Homeຂ່າວການເມືອງພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງ ຜທ ຄົບຮອບ 48 ປີ

ພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງ ຜທ ຄົບຮອບ 48 ປີ

ກະຊວງແຜນການ ແລະ ການລົງທຶນ (ຜທ) ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກະຊວງຂອງຕົນ ຄົບຮອບ 48 ປີ (20/2/1976-20/2/2024) ຂຶ້ນໃນວັນທີ 20 ກຸມພານີ້ ທີ່ກະຊວງ ຜທ, ເປັນກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ທ່ານ ຄໍາເຈນ ວົງໂພສີ ລັດຖະມົນຕີ ກະຊວງແຜນການ ແລະ ການລົງທຶນ, ມີບັນດາຄະນະນໍາ ຜທ, ອະດີດການນໍາ, ຄະນະກົມ ແລະ ພະນັກງານຫຼັກແຫຼ່ງຂອງກະຊວງແຜນການ ແລະ ການລົງທຶນ ເຂົ້າຮ່ວມຢ່າງພ້ອມພຽງ.

ພິທີສະເຫຼີມສະຫຼອງວັນສ້າງຕັ້ງ ຜທ ໃນຄັ້ງນີ້ແມ່ນມີຄວາມໝາຍຄວາມສຳຄັນອັນຍິ່ງໃຫຍ່ສຳລັບຂະແໜງ ຜທ ໃນຂອບເຂດທົ່ວປະເທດ ທີ່ໄດ້ປະກອບສ່ວນອັນສໍາຄັນເຂົ້າໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕະຫຼອດໄລຍະ 48 ປີພາຍໃຕ້ຮົ່ມທຸງຂອງພັກ ດ້ວຍຄວາມຫ້າວຫັນ ແລະ ມີຄວາມຮັບຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຄະນະພັກ, ຄະນະນໍາຂອງຂະແໜງແຜນການ ແລະ ການລົງທຶນໃນແຕ່ລະຮຸ່ນ ແລະ ແຕ່ລະສະໄໝ, ໃນໂອກາດດັ່ງກ່າວຍັງໄດ້ຮັບຟັງການເຜີຍແຜ່ດຳລັດວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 223/ນຍ, ລົງວັນທີ 3 ກໍລະກົດ 2023; ໂອກາດດຽວກັນນີ້ທ່ານ ຄໍາເຈນ ວົງໂພສີ ໄດ້ເຜີຍແຜ່ມູນເຊື້ອປະຫວັດຄວາມເປັນມາ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງວຽກງານຂະແໜງ ຜທ ຕະຫຼອດໄລຍະ 48 ປີ ຜ່ານມາ ຊຶ່ງໄດ້ຍົກໃຫ້ເຫັນ ການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກະຊວງ ຜທ ໃນແຕ່ລະໄລຍະ, ຜົນສໍາເລັດທີ່ພົ້ນເດັ່ນດ້ານວຽກງານວິຊາສະເພາະຂອງກະຊວງແຜນການ (ວຽກງານສະຖິຕິ, ການເຕີບໂຕທາງດ້ານເສດຖະກິດ, ຜົນງານການຄົ້ນຄວ້າ, ວຽກງານແຜນການ, ວຽກງານລົງທຶນຂອງເອກະຊົນພາຍໃນ ແລະ ຕ່າງປະເທດ ແລະ ການພັດທະນາເຂດເສດຖະກິດພິເສດ, ວຽກງານຮ່ວມມື ແລະ ຍາດແຍ່ງເອົາການຊ່ວຍເຫຼືອຈາກສາກົນ, ວຽກງານປະເມີນຜົນ, ວຽກງານຫ້ອງການ, ວຽກງານຈັດຕັ້ງ ແລະ ວຽກງານກວດກາ), ການເສີມຂະຫຍາຍມູນເຊື້ອ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງຂະແໜງແຜນການ ແລະ ການລົງທຶນ.

ໃນໂອກາດທີ່ສະຫງ່າລາສີນີ້, ທ່ານ ສອນໄຊ ສີພັນດອນ ໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ ກະຊວງ ຜທ ຍາດມາໄດ້ໃນຕະຫຼອດ ໄລຍະ 48 ປີ ຜ່ານມາ ພ້ອມທັງໂອ້ລົມ ຕໍ່ບັນດາຄະນະນໍາ ຜທ, ສະມາຊິກພັກ, ພະນັກງານຫຼັກແຫຼ່ງ-ພະນັກງານລັດຖະກອນ ທົ່ວກະຊວງ ຜທ ຊຶ່ງໄດ້ເນັ້ນໜັກບາງຈຸດຕື່ມ ເພື່ອໃຫ້ຂະແໜງແຜນການ ແລະ ການລົງທຶນ ຕ້ອງໄດ້ເອົາໃຈໃສ່ ແລະ ຮີບຮ້ອນນໍາໄປແກ້ໄຂ ຄື: ໃຫ້ສືບຕໍ່ຈັດຕັ້ງປະຕິບັດບັນດາຄາດໝາຍ ແລະ ວຽກງານຈຸດສຸມຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ທ້າຍສະໄໝ ຮອດປີ 2025, ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ປະຈຳປີ 2024 ສົມທົບກັບການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ແລະ ວຽກງານເຄັ່ງຮ້ອນດ້ານເສດຖະກິດ-ການເງິນໃນການແກ້ໄຂອັດຕາເງິນເຟີ້, ລາຄາສິນຄ້າ, ອັດຕາແລກປ່ຽນ ແລະ ໜີ້ສິນ ໂດຍການຫັນເປັນອັນລະອຽດ ແລະ ເປັນຄວາມຮັບຜິດຊອບໃນທົ່ວການຈັດຕັ້ງພັກ-ລັດ; ສຸມໃສ່ປັບປຸງການຄຸ້ມຄອງງົບປະມານການລົງທຶນຂອງລັດ ໃຫ້ມີປະສິດທິພາບກວ່າເກົ່າ ໂດຍການປັບປຸງກົນໄກ, ນິຕິກຳຕ່າງໆ, ຂະຫຍາຍຖານລາຍຮັບພາສີ-ອາກອນໃໝ່ທີ່ຍືນຍົງ ແລະ ເລັ່ງຂະຫຍາຍການຫັນເປັນທັນສະໄໝໃນການເກັບລາຍຮັບ, ຄຽງຄູ່ກັບການປະຕິບັດມາດຕະການປະຢັດ ແລະ ຕ້ານການຟຸ່ມເຟືອຍ ຕິດພັນກັບການຍົກສູງປະສິດທິພາບການຄຸ້ມຄອງໂຄງການລົງທຶນຂອງລັດ ໃຫ້ດີຂຶ້ນກວ່າເກົ່າ ແລະ ຫຼີກລ່ຽງການສ້າງໜີ້ສິນເພີ່ມ; ຕິດພັນກັບໜີ້ສິນການລົງທຶນຂອງລັດ ຕ້ອງໄດ້ເຂັ້ມງວດວິໄນແຜນການ-ການເງິນ, ກະຊວງ ແຜນການ ແລະ ການລົງທຶນ ສົມທົບແໜ້ນກັບຂະແໜງການ ແລະ ທ້ອງຖິ່ນ ເປັນເຈົ້າການຮ່ວມກັນບໍ່ໃຫ້ສ້າງໜີ້ສິນເພີ່ມຂຶ້ນອີກ ເປັນຕົ້ນ: ຕ້ອງລົງທຶນຢ່າງມີຈຸດສຸມ, ມີການເລືອກເຟັ້ນຕາມບຸລິມະສິດ, ຍົກສູງປະສິດທິຜົນຂອງການລົງທຶນດ້ວຍການລົງທຶນໃສ່ແຕ່ລະເປົ້າໝາຍການພັດທະນາ ຢ່າງສອດຄ່ອງ, ສືບຕໍ່ກວດກາບັນດາໂຄງການລົງທຶນນອນໃນແຜນທີ່ສະພາແຫ່ງຊາດອະນຸມັດຕາມແຈ້ງການເລກທີ 533/ຫສນຍ, ລົງວັນທີ 20 ເມສາ 2022 ໂດຍໃຫ້ກະຊວງແຜນການ ແລະ ການລົງທຶນ ເປັນໃຈກາງສົມທົບກັບຂະແໜງການ ແລະ ອົງການປົກຄອງທ້ອງຖິ່ນ ກວດກາຄືນ ບັນດາໂຄງການລົງທຶນຂອງລັດທີ່ໄດ້ຮັບອະນຸມັດໄປແລ້ວ ຖ້າໂຄງການໃດບໍ່ທັນໄດ້ຈັດຕັ້ງປະຕິບັດ ຫຼື ຈັດຕັ້ງປະຕິບັດໄດ້ສ່ວນໃດສ່ວນໜຶ່ງ ແຕ່ເຫັນວ່າບໍ່ທັນມີຄວາມຈຳເປັນໃຫ້ຕັດອອກຈາກແຜນ ແລະ ໂຈະການດໍາເນີນໄວ້ກ່ອນ; ສືບຕໍ່ປັບປຸງກົນໄກ, ລະບຽບການ ແລະ ສ້າງເງື່ອນໄຂເພື່ອດຶງດູດການລົງທຶນຈາກຕ່າງປະເທດ ໃຫ້ເພີ່ມຂຶ້ນ; ຊຸກຍູ້ໂຄງການຂະໜາດໃຫຍ່ທີ່ໄດ້ອະນຸມັດແລ້ວ ໃຫ້ໄປຕາມແຜນທີ່ກຳນົດໄວ້; ພະນັກງານຕ້ອງໄດ້ເພີ່ມຄວາມເປັນເຈົ້າການ, ຄວາມຮັບຜິດຊອບ ດັ່ງພາຍໃຕ້ຄໍາຂວັນ” ສືບຕໍ່ສ້າງການຫັນປ່ຽນໃໝ່ ວຽກງານແຜນການ ແລະ ການລົງທຶນ ຢ່າງແຂງແຮງ ແລະ ເລິກເຊິ່ງ” ຕ້ອງມີການບຸກທະລຸທາງດ້ານຈິນຕະນາການ ຄິດໃໝ່ລຸກໃໝ່ ສ້າງການຫັນປ່ຽນໃນການເຮັດວຽກໃຫ້ວ່ອງໄວຂຶ້ນ, ມີປະສິດທິພາບຂຶ້ນ, ຍົກສູງສະຕິໃນການປະຕິບັດວິໄນທາງດ້ານແຜນການ-ການເງິນຢ່າງເຄັ່ງຄັດ ແລະ ເຂົ້າໃຈເຖິງສະພາບການປ່ຽນແປງທີ່ເກີດຂຶ້ນໃນແຕ່ລະໄລຍະຢ່າງພາວະວິໄສ ແລະ ແກ້ໄຂໃຫ້ທັນ ໂດຍໃຫ້ເຍືອງໃສ່ 3 ຫຼັກການທີ່ກຳນົດໃນວາລະແຫ່ງຊາດ ຄື: ເດັດດ່ຽວ-ເຂັ້ມງວດ, ໂປ່ງໃສ ແລະ ເປັນມືອາຊີບຄືການສ້າງຄວາມເປັນນັກວິຊາການ, ສ້າງຄວາມເປັນຊ່ຽວຊານໃຫ້ແກ່ອົງກອນ ແລະ ຕົນເອງ; ກຳນົດໃຫ້ແຈ້ງແຜນການຜະລິດ ແລະ ເຜີຍແຜ່ຂໍ້ມູນ, ພ້ອມທັງເລັ່ງໃສ່ການສ້າງຖານຂໍ້ມູນສະຖິຕິລວມສູນ ແລະ ໃຫ້ມີການນໍາໃຊ້ລະບົບທີ່ທັນສະໄໝເຂົ້າໃນວຽກງານການຜະລິດ ແລະ ເຜີຍແຜ່ຂໍ້ມູນໃຫ້ເປັນຮູບປະທຳ; ສູນສະຖິຕິແຫ່ງຊາດ ເປັນເຈົ້າການໃນການແນະນໍາບັນດາກະຊວງ ແລະ ທ້ອງຖິ່ນກ່ຽວກັບການສ້າງ ແລະ ພັດທະນາລະບົບສະຖິຕິ ເພື່ອໃຫ້ວຽກງານສະຖິຕິແຫ່ງຊາດສອດຄ່ອງ ແລະ ໄປລວງດຽວກັນ; ຄົ້ນຄວ້າຍຸດທະສາດໃນການສົ່ງເສີມການລົງທຶນທີ່ມີຄຸນນະພາບໃນເງື່ອນໄຂໃໝ່ຢ່າງມີຈຸດສຸມ, ຕາມທິດທາງນະໂຍບາຍ ການພັດທະນາແບບຍືນຍົງ ແລະ ເຕີບໂຕສີຂຽວຂອງລັດຖະບານ; ເພີ່ມທະວີການດຶງດູດເອົາທຶນຮອນ ແລະ ເຕັກໂນໂລຊີທີ່ທັນສະໄໝ ຂອງພາກເອກະຊົນເຂົ້າມາລົງທຶນໃນຮູບການລົງທຶນຮ່ວມລະຫວ່າງພາກລັດ ແລະ ເອກະຊົນ (PPP) ໃຫ້ເປັນຮູບປະທຳ; ໃຫ້ກະຊວງ ຜທ ປະສານສົມທົບກັບຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ ເລັ່ງປະເມີນການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ໄລຍະ 2021-2023 ແລະ ສືບຕໍ່ປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ແລະ ວຽກງານອື່ນໆ.

ໃນພິທີ ຍັງໄດ້ຮັບຟັງທ່ານ ນາງ ລີວົງ ລາວລີ ຮອງລັດຖະມົນຕີກະຊວງພາຍໃນ ຂຶ້ນຜ່ານດໍາລັດ ວ່າດ້ວຍການຮັບຮອງເອົາວັນສ້າງຕັ້ງ ກະຊວງ ຜທ, ສະບັບເລກທີ 223/ນຍ, ລົງວັນທີ 3 ກໍລະກົດ2023 ອີກດ້ວຍ.

(ຂ່າວ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments