Saturday, July 27, 2024
Homeຂ່າວໜ້າໜຶ່ງກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45

ກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45

ກະຊວງອຸດສາຫະກໍາ ແລະ ການຄ້າ ໃນນາມຮັບຜິດຊອບເສົາຄໍ້າເສດຖະກິດອາຊຽນ ໄດ້ເປັນເຈົ້າພາບຈັດກອງປະຊຸມເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ (HLTF-EI) ຄັ້ງທີ 45 ໃນລະຫວ່າງວັນທີ 20-21 ກຸມພາ 2024, ທີ່ ເມືອງວັງວຽງ, ແຂວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ປອ. ມະໂນທອງ ວົງໄຊ, ຮອງລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ທັງເປັນຫົວໜ້າເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້ ມີບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງ ເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ, ຕິມໍແລັດສເຕ (ໃນຖານະປະເທດສັງເກດການ), ທ່ານຮອງເລຂາທິການໃຫຍ່ອາຊຽນ ແລະ ບັນດາຄະນະຜູ້ແທນຈາກປະເທດສະມາຊິກອາຊຽນເຂົ້າຮ່ວມ. ໃນກອງປະຊຸມຄັ້ງນີ້ ຍັງໄດ້ມີການພົບປະລະຫວ່າງຄະນະເຈົ້າໜ້າທີ່ສະເພາະກິດລະດັບສູງເພື່ອການເຊື່ອມໂຍງເສດຖະກິດອາຊຽນ ແລະ ຄະນະຜູ້ຊົງຄຸນວຸດທິດ້ານເສດຖະກິດອາຊຽນ ແລະ ສະມັດຊາລັດຖະສະພາລະຫວ່າງຊາດອາຊຽນ.

ຈຸດປະສົງ ຂອງກອງປະຊຸມແມ່ນ ເພື່ອປຶກສາຫາລື ແລະ ແລກປ່ຽນຄໍາຄິດເຫັນຮ່ວມກັນ ເພື່ອມີຂໍ້ສະເໜີແນະດ້ານນະໂຍບາຍການເຊື່ອມໂຍງເສດຖະກິດອາຊຽນ ໃຫ້ແກ່ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ແບບວົງແຄບ ຄັ້ງທີ 30 (AEM Retreat) ທີ່ ສປປ ລາວ ຈະໄດ້ເປັນປະທານ ແລະ ເປັນເຈົ້າພາບຈັດກອງປະຊຸມ ໃນຕົ້ນເດືອນມີນາ 2024. ກອງປະຊຸມຮັບຊາບຄວາມຄືບໜ້າກ່ຽວກັບການກໍານົດແຜນວຽກບູລິມະສິດດ້ານເສດຖະກິດອາຊຽນ (PEDs) ພາຍໃຕ້ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ເຊິ່ງກວມເອົາ 3 ກຸ່ມຍຸດທະສາດຄື: 1) ການເຊື່ອມໂຍງ ແລະ ເຊື່ອມຈອດດ້ານເສດຖະກິດ, 2) ການສ້າງອະນາຄົດແບບຍືນຍົງ ແລະ ທຸກພາກສ່ວນມີສ່ວນຮ່ວມ ແລະ 3) ການຫັນປ່ຽນເພື່ອກ້າວໄປສູ່ດິຈິຕອນໃນອະນາຄົດ, ຊຶ່ງໃນນັ້ນ ປະກອບມີ 14 ຫົວຂໍ້ແຜນວຽກບູລິມະສິດ ເພື່ອສະເໜີໃຫ້ບັນດາລັດຖະມົນຕີເສດຖະກິດອາຊຽນພິຈາລະນາຮັບຮອງເອົາໃນກອງປະຊຸມ AEM Retreat ຄັ້ງທີ 30. ພ້ອມນັ້ນ, ກໍໄດ້ປຶກສາຫາລືກ່ຽວກັບຮ່າງແຜນຍຸດທະສາດວິໄສທັດປະຊາຄົມອາຊຽນ ພາຍຫຼັງປີ 2025 (AEC-Post 2025), ການຈັດຕັ້ງປະຕິບັດວຽກງານປິ່ນອ້ອມພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ ໂດຍສະເພາະບັນດາຂໍ້ລິເລີ່ມຕ່າງໆໃນການພັດທະນາໃນຂົງເຂດພາກພື້ນອາຊຽນ ເປັນຕົ້ນແມ່ນ: ASEAN Carbon Neutrality, Blue Economy and DEFA.

ໃນໂອກາດນີ້, ທ່ານ ປອ. ມະໂນທອງ ວົງໄຊ ໃນນາມປະທານກອງປະຊຸມ ໄດ້ກ່າວສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນ ແລະ ແຈ້ງກ່ຽວກັບສະພາບຈຸດພິເສດຂອງແຂວງ ກໍຄືເມືອງວັງວຽງ ເຊິ່ງເປັນເມືອງທ່ອງທ່ຽວທາງທຳມະຊາດທີ່ສວຍງາມໃນ ສປປ ລາວ ພ້ອມທັງເຊີນຊວນບັນດາເຈົ້າໜ້າທີີ່ສະເພາະກິດລະດັບສູງເພືີ່ອການເຊືີ່ອມໂຍງເສດຖະກິດອາຊຽນ ແລະ ບັນດາຄະນະຜູ້ແທນທີ່ມາຮ່ວມປະຊຸມຫາໂອກາດໄປທ່ຽວຊົມສະຖານທີ່ທ່ອງທ່ຽວຕ່າງໆທີ່ສວຍງາມໃນຕົວເມືອງວັງວຽງ.

ພ້ອມກັນນັ້ນ, ກໍໄດ້ສະແດງຄວາມຂອບໃຈ ຕໍ່ການໃຫ້ການສະໜັບສະໜູນຂອງບັນດາປະເທດສະມາຊິກອາຊຽນ ເຊິ່ງຈະເຮັດໃຫ້ການເປັນເຈົ້າພາບ ແລະ ເປັັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ປະສົບຜົນສໍາເລັດຕາມຄາດໝາຍທີ່ວາງໄວ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments