Saturday, July 27, 2024
Homeທຸລະກິດຄອບຄົວຢືດຖືອາຊີບເປັນຊ່າງຫັດຖະກຳຫຼໍ່ບ່ວງ ແລະ ເຄື່ອງທີ່ລະນຶກ

ຄອບຄົວຢືດຖືອາຊີບເປັນຊ່າງຫັດຖະກຳຫຼໍ່ບ່ວງ ແລະ ເຄື່ອງທີ່ລະນຶກ

ຊ່າງຫັດຖະກຳບ້ານນາເພຍ ເມືອງຜາໄຊ ແຂວງຊຽງຂວາງ ເປັນກຸ່ມຫັດຖະກຳຫຼໍ່ບ່ວງ ແລະ ເຄື່ອງທີ່ລະນຶກ ເພື່ອຈຳໜ່າຍໃຫ້ນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ ໂດຍປະຊາຊົນ 10 ຄອບຄົວໄດ້ເຕົ້າໂຮມເປັນກຸ່ມ ແລະຢືດຖືການເຮັດຫັດຖະກຳຫຼໍ່ບ່ວງມາໄດ້ 30 ກວ່າປີ.

ຄອບຄົວ ທ່ານ ແສງເພັດ ຄຸນປະເສີດ ເປັນ 1 ໃນ 10 ຄອບຄົວຢືດຖືອາຊີບເປັນຊ່າງຫັດຖະກຳຫຼໍ່ບ່ວງ ແລະ ເຄື່ອງທີ່ລະນຶກມາແຕ່ປີ 2000 ໄດ້ຮັບຊື້ເສດໂລຫະທີ່ເປັນອາລູມິນຽມ ແລະໄດ້ມີຕະ ຫຼາດຈໍາໜ່າຍຢູ່ວຽງຈັນ, ຊໍາເໜືອ ແລະ ໄປຕ່າງປະເທດ ສະເລ່ຍລາຍຮັບຫລາຍກວ່າ 10 ລ້ານກີບຕໍ່ເດືອນ. ຫັດຖະກຳນີ້ກາຍເປັນຂອງຕ້ອນ ແລະ ເປັນທີ່ລະນຶກໃນເວລານັກທ່ອງທ່ຽວມາທ່ຽວຊົມ.

ທ່ານ ສົມພັນ ບຸນສີລາ ຄະນະບ້ານນາເພຍ ມ.ຜາໄຊ ຂ.ຊຽງຂວາງ ໃຫ້ຮູ້ວ່າ: ປະຊາຊົນຢູ່ບ້ານນາເພຍເມືອງຜາໄຊ ແຂວງຊຽງຂວາງ ຈໍານວນ 10 ຄອບຄົວຈາກທັງໝົດ 58 ຄອບຄົວໄດ້ເຕົ້າໂຮມເປັນກຸ່ມ ແລະ ຢືດຖືການເຮັດຫັດຖະກຳຫຼໍ່່ບ່ວງມາໄດ້ 30 ກວ່າປີ ຈາກເບື້ອງຕົ້ນໄດ້ຊື້ເສດໂລຫະຈາກໂລລະ 2.500 ກີບ ປັດຈຸບັນໂລລະ 45.000 ກີບ ຂາຍບ່ວງກ້ານລະ 2.500 ກີບ ແລະ ເຄື່ອງຫັດຖະກຳດັ່ງກ່າວໄດ້ກາຍເປັນເຄື່ອງທີ່ລະນຶກ ກາຍເປັນຂອງຕ້ອນຂອງຝາກສໍາລັບນັກທ່ອງທ່ຽວ ແລະ ໄດ້ເຫັນຂັ້ນຕອນຂອງການຫຼໍ່ບ່ວງ ແລະ ເຄື່ອງທີ່ລະນຶກ ເປັນເອກະລັກສະເພາະຂອງກຸ່ມຫັດຖະກຳບ້ານນາເພຍເມືອງຜາໄຊ ແຂວງຊຽງຂວາງ.

ຈັນສະໝອນ ວົງສົດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments