Saturday, July 27, 2024
Homeທຸລະກິດຫັນມາປູກສາລີຫວານ ສາມາດສ້າງລາຍໄດ້ດີໝັ້ນຄົງ

ຫັນມາປູກສາລີຫວານ ສາມາດສ້າງລາຍໄດ້ດີໝັ້ນຄົງ

ດັ່ງທີ່ເຮົາຮູ້ນໍາກັນແລ້ວວ່າ ປະຊາຊົນລາວເຮົາມີມູນເຊ້ືອດຸໝັ່ນຂະຫຍັນພຽນ  ໃນການສ້າງສາພັດທະນາເສດຖະກິດຄອບຄົວຕາມທ່າແຮງ  ແລະ  ເງື່ອນໄຂຂອງແຕ່ລະຄົນບໍ່ວ່າຈະຢູ່ໃນເມືອງ ຫລື ນະຊົນນະບົດ ຖ້າຮູ້ປັບໂຕໃຫ້ທັນກັບຄວາມ ຕ້ອງການຂອງຕະຫລາດ ກໍສາມາດສ້າງລາຍຮັບໄດ້ເໝືອນ ທ່ານ ປັນຍາ ໄຊຍະວົງ ປະຊາຊົນບ້ານ ບົວໄຂ  ເມືອງໄຊບູລີ ແຂວງສະຫວັນນະເຂດ ທີ່ເຮັດອາຊີບກະສິກໍາມາຫລາຍປີ ກໍພໍແຕ່ກຸ້ມກິນຈຶງໄດ້ຫັນອາຊີບມາປູກສາລີຫວານ ໃນໄລຍະ 4-5 ປີຜ່ານມານີ້ . ສາມາດສ້າງລາຍຮັບໄດ້ ເກືອບ 200 ລ້ານ ກີບ ຈາກການປູກສາລີຫວານ.

ທ່ານ ປັນຍາ ໄຊຍະວົງ ທີ່ເປັນຄອບ ຄົວຕົວແບບການຜະລິດກະສິກຳ ປູກຝັງ-ລ້ຽງສັດຂອງບ້ານບົວໄຂ ເມືອງໄຊບູລີ ແຂວງສະຫວັນນະເຂດ ໃຫ້ຮູ້ວ່າ: ປັດຈຸບັນທົ່ວບ້ານ ບົວໄຂ ມີເນື້ອທີ່ການຜະລິດຢູ່ 45 ເຮັກຕາ, ສະເພາະຢູ່ແຄມຝັ່ງແມ່ນໍ້າຂອງແມ່ນ 30 ເຮັກຕາ, ທໍາການຜະລິດຢູ່ 49 ຄອບຄົວກວມເອົາ 45% ຈຸດເດັ່ນຂອງບ້ານໄລຍະ 4 ຫາ 5 ປີຜ່ານມານີ້ແມ່ນການປູກສາລີຫວານ ເພາະເປັນພືດທີ່ຂາຍດທີ່ສຸດຈົນເນື້ອທີ່ປູກສາລີກວມເຖິງ 27% ເຫລືອນັ້ນເປັນການປູກພືດຜັກ ປະເພດຕ່າງໆເຊັ່ນ: ໝາກເຜັດ, ແຕງ, ເລັ່ນ, ຝັກ. ສໍາລັບຄອບຄົວຂອງຕົນເອງແມ່ນປູກໃນ ເນື້ອທີ່ ກວ້າງ 64 ແມັດ ຍາວ 200 ແມັດ, ປີນີ້ໄດ້ປູກສາລີຫວານ, ໝາກແຕງ, ເຜັດ, ກະລໍ່າ ການເກັບກ່ຽວສາລີເທື່ອໜຶ່ງຈະໄດ້ຢູ່ 150 ກະເປົາຄິດເປັນເງິນ 50 ກວ່າລ້ານກີບ, ໝາກແຕງໄດ້ 700 ໝື່ນຄິດເປັນເງິນ 53 ລ້ານກີບ ຄາດຄະເນໝົດປີຈະສູ້ຊົນໃຫ້ໄດ້ເທົ່າປີກາຍນີ້ ຄື 217 ລ້ານກີບ. ສໍາລັບສັດຕູພືດທ່ີມາທໍາລາຍຜົນລະປູກຂອງປະຊາຊົນຈະມີບົ້ງເກືອບທຸກສ່ວນ ແລະ ຍັງມີບັນຫາຝັກສາລີ ມີເມັດບໍ່ເຕັມເຊິ່ງເປັນນໍາລະດູການຄືໄລຍະນີ້ເອງເຊິ່ງຕ້ອງ ເລີ່ມປູກແຕ່ເດືອນ 12 ລາວ ຕົກມາຮອດເດືອນ 3 ຫາ ເດືອນ 4 ລາວ ແມ່ນຈະປະສົບກັບບັນຫາແຕ່ແນວໃດກໍດີຍ້ອນວ່າມີປະສົບການໃນການປູກຝັງອັນເປັນມູນເຊື້ອມາແຕ່ຮຸ່ນພໍ່ແມ່ ແລະ ຖ່າຍທອດຮຸ່ນສູ່ຮຸ່ນຈົນເຮັດໃຫ້ຊີວິດການເປັນຢູ່ນັບມ້ືນັບດີຂຶ້ນເທື່ອ ລະກ້າວ.  ທ່ານ ປັນຍາ  ເວົ້າຕື່ມວ່າ: ການເຮັດອາຊີບກະສິກໍາເຖິງຈະເຮັດມາຫລາຍປີ ແຕ່ກໍພໍໄດ້ຢູ່ໄດ້ກິນຈົນໄລຍະ 4-5 ມານີ້  ໄດ້ຫັນມາປູກສາລີຫວານ  ເຫັນວ່າຄອບຄົເສດຖະກິດດີຂຶ້ນກວ່າເມື່ອກ່ອນຫລາຍ ເພາະວ່າ ສາລີຫວານເປັນທີ່ຕ້ອງການຂອງຕະຫລາດຈຶ່ງບໍ່ມີບັນຫາເລື່ອງການຂາຍ ເຊິ່ງໃນແຕ່ລະມື້ກໍມີພໍ່ຄ້າຄົນກາງນໍາລົດເຂົ້າມາຮັບຊື້ກັບສວນສະເພາະສາລີ ມື້ໜຶ່ງສາມາດເກັບຂາຍໄດ້ຫລາຍເຖິງ 300 ຫາ 400  ກະສອບ ເຖິງຈະຫລາຍແຕ່ກໍ່ບໍ່ເຄີຍອັ່ງຄ້າງພ້ອມສັງຄົມນິຍົມກິນ.

ໂດຍ: ມາລີ ດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments