Saturday, July 27, 2024
Homeຂ່າວພາຍໃນກອງປະຊຸມເຜີຍແຜ່ວຽກງານການທູດເສດຖະກິດ ໃຫ້ແກ່ 6 ແຂວງພາກເໜືອ

ກອງປະຊຸມເຜີຍແຜ່ວຽກງານການທູດເສດຖະກິດ ໃຫ້ແກ່ 6 ແຂວງພາກເໜືອ

ກົມເສດຖະກິດ ກະຊວງການຕ່າງປະເທດ ໄດ້ຈັດກອງປະຊຸມເຜີຍແຜ່ ກ່ຽວກັບວຽກງານການທູດເສດຖະກິດ ໃຫ້ແກ່ບັນດາ 6 ແຂວງພາກເໜືອ ໃນວັນທີ16 ກຸມພາ 2024 ທີ່ໂຮງແຮມ ຊະນະແກ້ວ ແຂວງຫຼວງພະບາງ, ໂດຍການເປັນປະທານຂອງ ທ່ານ ທອງຜ່ານ ສະຫວັນເພັດ ຮອງລັດຖະມົນຕີກະຊວງການຕ່າງປະເທດ,ມີບັນດາກະຊວງ/ຂະແໜງການທີ່ກ່ຽວຂ້ອງຈາກສູນກາງ ແລະ 6 ແຂວງພາກເໜືອ ຂອງ ສປປ ລາວ ເຂົ້າຮ່ວມ. ກອງປະຊຸມຄັ້ງນີ້ ແມ່ນເພື່ອແນໃສ່ການສ້າງຄວາມຮັບຮູ້ ແລະ ເຂົ້າໃຈ ໃຫ້ແກ່ພະນັກງານ-ລັດຖະກອນຂັ້ນທ້ອງຖິ່ນ ກ່ຽວກັບບົດບາດຄວາມສຳຄັນຂອງວຽກງານການທູດເສດຖະກິດ ແລະ ແລກປ່ຽນຄຳຄິດເຫັນ ເພື່ອປັບປຸງກົນໄກການປະສານງານລະຫວ່າງ ພາກລັດດ້ວຍກັນ ແລະ ພາກລັດ ກັບ ເອກະຊົນ ເພື່ອເຮັດໃຫ້ການເຄື່ອນໄຫວວຽກງານທູດເສດຖະກິດ ເປັນລະບົບ ແລະ ມີຄວາມໂລ່ງລ່ຽນເຊັ່ນ: ການສະໜອງຂໍ້ມູນຂ່າວສານດ້ານນະໂຍບາຍ, ນິຕິກຳ ແລະ ຂໍ້ມູນຕ່າງໆ ໃນຂົງເຂດເສດຖະກິດ; ຊຸກຍູ້ສ້າງ ແລະ ຈັດຕັ້ງປະຕິບັດບັນດານິຕິກຳຕ່າງໆ ໂດຍສະເພາະ ດໍາລັດ ວ່າດ້ວຍການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວການທູດເສດຖະກິດ.

ໃນກອງປະຊຸມໄດ້ຍົກໃຫ້ເຫັນເຖິງບົດບາດຂອງວຽກງານການທູດ, ການເຄື່ອນໄຫວທາງການທູດເພື່ອຮັບໃຊ້ໃຫ້ແກ່ການພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ໂດຍສະເພາະການເປັນນັກການຕະຫຼາດ ເພື່ອຂົນຂວາຍ-ໂຄສະນາ ດຶງດູດດ້ານການຄ້າ-ການລົງທຶນ, ການທ່ອງທ່ຽວ ແລະ ດ້ານອື່ນໆ ໃນປະເທດທີ່ມີສຳນັກງານຂອງ ສປປ ລາວ ຕັ້ງຢູ່ ຊຶ່ງຜ່ານມາ ວຽກງານການທູດ ກໍໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຊື່ອມໂຍງເຊື່ອມຈອດພາກພື້ນ ແລະ ສາກົນ ເພື່ອສ້າງເງື່ອນໄຂຕ່າງໆໃນການດຶງດູດເອົາທ່າແຮງບົ່ມຊ້ອນຂອງຕ່າງປະເທດ ມາປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ ຂອງຊາດ ເປັນຕົ້ນໃນໄລຍະທີ່ມີການແຜ່ລະບາດຂອງພະຍາດໂຄວິດ-19 ສປປ ລາວ ກໍໄດ້ມີການຍາດແຍ່ງເອົາການຊ່ວຍເຫຼືອດ້ານສາທາລະນະສຸກ ເຊັ່ນ: ຊ່ຽວຊານສະເພາະດ້ານ, ອຸປະກອນການແພດ, ຢາປິ່ນປົວ ແລະ ວັກຊິນ. ນອກຈາກນີ້ ກອງປະຊຸມ ຍັງໄດ້ນຳສະເໜີເອກະສານສຳຄັນ ກໍຄື ດໍາລັດ ວ່າດ້ວຍ ການເຄື່ອນໄຫວຂອງສໍານັກງານຜູ້ຕາງໜ້າ ເພື່ອຮັບໃຊ້ການພັດທະນາເສດຖະກິດແຫ່ງຊາດ ເພື່ອເປັນບ່ອນອີງໃຫ້ແກ່ການເຄື່ອນໄຫວການທູດເສດຖະກິດ; ສ້າງແຜນຍຸດທະສາດການທູດເສດຖະກິດໃນໄລຍະໃໝ່ ໃຫ້ສອດຄ່ອງກັບນະໂຍບາຍຂອງພັກ-ລັດ ແລະ ແຜນພັດທະນາເສດຖະກິດ-ສັງຄົມ.

ພ້ອມນີ້ ບັນດາ 6 ແຂວງພາກເໜືອ ກໍໄດ້ນຳສະເໜີໃຫ້ມີການຊຸກຍູ້ຈາກສູນກາງ ໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມຂອງແຂວງຕົນໂດຍສະເພາະແມ່ນການຫັນເປັນຜະລິດສິນຄ້າ ເພື່ອສົ່ງອອກ ໃຫ້ເປັນຂະບວນຟົດຟື້ນຢ່າງເປັນລະບົບ ລວມທັງ ການຊອກຕະຫຼາດໃໝ່, ອີກດ້ານໜຶ່ງ ກໍຄືການດຶງດູດການຄ້າ-ການລົງທຶນ ຈາກຕ່າງປະເທດ. ນອກຈາກນັ້ນ, ກອງປະຊຸມຍັງໄດ້ປຶກສາຫາລື ກ່ຽວກັບຄວາມເປັນໄປໄດ້ໃນການສ້າງຕັ້ງກົນໄກປະສານງານ ລະຫວ່າງ ກອງເລຂາການທູດເສດຖະກິດ ກໍຄື ກະຊວງການຕ່າງ ປະເທດ ແລະ ທ້ອງຖິ່ນ ເພື່ອແນໃສ່ສ້າງລະບົບກົນໄກປະສານງານ ກໍຄື ການສະໜອງຂໍ້ມູນທີ່ເປັນເອກະພາບ ເພື່ອສົ່ງຕໍ່ໃຫ້ສຳນັກງານຜູ້ຕາງໜ້າການທູດລາວ ຢູ່ຕ່າງປະເທດ.

ສໍາລັບການທູດເສດຖະກິດ ຖືເປັນວຽກງານໜຶ່ງທີ່ມີຄວາມສຳຄັນຢູ່ໃນໄລຍະທີ່ໂລກກຳລັງກ້າວເຂົ້າສູ່ການປະ ຕິວັດຍຸກ 4.0 ຊຶ່ງຫຼາຍປະເທດກໍໄດ້ສຸມໃສ່ການເຊື່ອມໂຍງ, ເຊື່ອມຈອດເປັນຈຸດໃຈກາງ ເພື່ອສົ່ງເສີມໃຫ້ແກ່ການຄ້າ-ການລົງທຶນ ລະຫວ່າງພາກພື້ນກັບພາກພື້ນ ແລະ ອະນຸພາກພື້ນ, ລະຫວ່າງ ປະເທດກັບປະເທດ ຊຶ່ງປັດຈຸບັນ ສປປ ລາວ ກໍມີທ່າແຮງບົ່ມຊ້ອນຫຼາຍດ້ານທີ່ຈະໝູນໃຊ້ເຂົ້າໃນການພັດທະນາເສດຖະກິດ-ສັງຄົມແບບຍືນຍົງ ຕາມທິດທາງຂອງພັກ-ລັດໃນການຫັນປະເທດໄປສູ່ການພັດທະນາເສດຖະກິດສີຂຽວ.

ຂ່າວ: ເພັດສາຄອນ ສິມມະວົງ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments