Saturday, July 27, 2024
Homeຂ່າວໜ້າໜຶ່ງປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາຮ່ວມງານມະຫະກໍາບຸນຊ້າງຕິດພັນກັບເປີດປີທ່ອງທ່ຽວລາວ ປີ 2024 ແຂວງໄຊຍະບູລີ.

ປະທານປະເທດແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາຮ່ວມງານມະຫະກໍາບຸນຊ້າງຕິດພັນກັບເປີດປີທ່ອງທ່ຽວລາວ ປີ 2024 ແຂວງໄຊຍະບູລີ.

#ງານມະຫະກໍາບຸນຊ້າງຄັ້ງທີ 17 ຕິດພັນກັບເປີດປີທ່ອງທ່ຽວລາວ 2024 #ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ແລະ ເປັນທາງການໃນຕອນເຊົ້າຂອງວັນທີ 17 ກຸມພາ 2024 ນີ້ ຢູ່ທີ່ເດີ່ນສະໜາມຫຼວງແຂວງໄຊຍະບູລີ ໂດຍໃຫ້ກຽດເຂົ້າຮ່ວມ ຂອງທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍພັນລະຍາ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ພ້ອມດ້ວຍພັນລະຍາ, ມີບັນດາທ່ານອາດິດການນໍາຂັ້ນສູນກາງ, ການນໍາພັກລັດຂັ້ນແຂວງ, ເມືອງ ແຂກພາຍໃນ ແລະ ຕ່າງປະເທດ ພ້ອມດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

ໃນພິທີ ທ່ານ ເພັດພິໄຊ ສູນວິໄລ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຈັດງານມະຫະກໍາບຸນຊ້າງຕິດພັນກັບການເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ໄດ້ຂຶ້ນກ່າວລາຍງານການກະກຽມຄວາມພ້ອມໃນການຈັດງານມະຫະກໍາບຸນຊ້າງ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ງານມະຫະກຳບຸນຊ້າງໄຊຍະບູລີ ແມ່ນຈັດຂຶ້ນໃນເດືອນກຸມພາຂອງທຸກໆປີ; ຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາ, ມາຮອດປີ 2024 ທາງແຂວງໄດ້ຍົກລະດັບການຈັດງານມະຫະກຳບຸນຊ້າງຄັ້ງທີ 17 ຂຶ້ນເປັນງານລະດັບຊາດ ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ, ງານລະດັບແຂວງແມ່ນບຸນກອງເຂົ້າໃຫຍ່ ເມືອງພຽງ ຈັດໃນລະຫວ່າງວັນທີ 9-12 ມັງກອນ 2024 ທີ່ຜ່ານມາ ແລະ ງານລະດັບເມືອງ ມີ 10 ກິດຈະກໍາ, ໃນລະດັບທ້ອງຖິ່ນທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີ ທີ່ເປັນເອກະລັກ. ການຈັດງານມະຫະກໍາບຸນຊ້າງໃນຄັ້ງນີ້ກໍ່ເພື່ອເປັນການສືບຕໍ່ອະນຸລັກຮັກສາຊ້າງລາວ ເພາະຊ້າງເປັນມູນມໍລະດົກຂອງຊາດ ທັງເປັນມິ່ງຂວັນຄູ່ບ້ານຄູ່ເມືອງ; ດ້ານໜຶ່ງກໍ່ເພື່ອສືບຕໍ່ຮັກສາວັດທະນະທຳ, ຮີດຄອງປະເພນີອັນດີງາມ ແລະ ວິຖີການດຳລົງຊີວິດຂອງປະຊາຊົນລາວບັນດາເຜົ່າຂອງແຂວງໄຊຍະບູລີ ທີ່ຕິດພັນກັບຊ້າງມາແຕ່ອາດີດຕະການ ໃຫ້ຢືນຍົງຄົງຕົວຄຽງຄູ່ກັບປະຊາຊົນລາວເຮົາຕະຫຼອດໄປ; ນອກນີ້ ຍັງເປັນການສົ່ງເສີມກິດຈະກໍາອະນຸລັກຊ້າງ, ໃຫ້ຊ້າງຈໍານວນ 75 ໂຕ ທີ່ມາຈາກທົ່ວແຂວງໄດ້ພົບກັນ ແລະ ມີໂອກາດໄດ້ສືບພັນ, ພ້ອມກັນນັ້ນ ກໍ່ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງ ຕໍ່ສາທາລະນະຊົນ ແລະ ຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງ ເພື່ອສືບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບປວງຊົນລາວຊາວແຂວງໄຊຍະບູລີຕະຫຼອດໄປ, ສ້າງໂອກາດໃຫ້ນັກທ່ອງທ່ຽວໄດ້ສຳຜັດ ແລະ ເຫັນການດຳລົງຊີວິດຂອງຊ້າງ ທີ່ເຄີຍຢູ່ຄູ່ບ້ານຄູ່ເມືອງຕັ້ງແຕ່ອະດີດຈົນເຖິງປະຈຸບັນ. ສໍາລັບກິດຈະກໍາຫຼັກຂອງການຈັດງານໃນປີນີ້ ແມ່ນຈະເນັ້ນໜັກກິດຈະກຳທີ່ຕິດພັນກັບຊ້າງ ແລະ ການອະນຸລັກຊ້າງ ໂດຍສະເພາະການສະແດງຂອງຊ້າງຄຳຮູ້, ພ້ອມກັນນີ້ ໃນແຕ່ລະວັນຂອງໄລຍະການຈັດງານ ແມ່ນຈະຈັດໃຫ້ມີກິດຈະກໍາຫລາກຫລາຍສີສັນເປັນຕົ້ນ: ການຈັດວາງສະແດງສິນຄ້າຕະຫຼາດນັດເລີ່ມມາແຕ່ວັນທີ 12 ກຸມພາ 2024 ເປັນຕົ້ນມາ; ມີສິນຄ້າໜຶ່ງເມືອງ ໜຶ່ງຜະລິດຕະພັນ, ສິນຄ້າຜົນຜະລິດທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກໍາປຸງແຕ່ງທີ່ເປັນທ່າແຮງ ແລະ ຜົນງານຂອງບັນດາ 11 ຕົວເມືອງ ພາຍໃນແຂວງໄຊຍະບູລີ, ມີສິນຄ້ານະວັດຕະກຳທີ່ຕິດພັນທາງດ້ານວິຊາການ ຂອງບາງພະແນກການຂອງແຂວງໄຊຍະບູລີ, ຫົວໜ່ວຍທຸລະກິດຂອງພາກລັດ, ເອກະຊົນທັງພາຍໃນ ແລະ ຕ່າງປະເທດ ແລະ ຕົວແທນຂອງຊາວບ້ານເຂົ້າຮ່ວມ ຈຳນວນ 310 ຮ້ານ. ມີພິທີຕັກບາດທຳບຸນໃຫ້ຄົນ ແລະ ຊ້າງ, ຖວາຍສັງຄະທານຕາມຮີດຄອງປະເພນີໃນວັນທີ 16 ກຸມພາ 2024. ສຳລັບມື້ເປີດງານເປັນທາງການມື້ນີ້ ບັນດາທ່ານຈະໄດ້ຮັບຊົມ ຂະບວນກ້ອນກໍາລັງຂອງແຕ່ລະກ້ອນເຂົ້າສູ່ສະໜາມເພື່ອສະແດງໃຫ້ເຫັນຄວາມສາມັກຄີອັນເປັນປຶກແຜ່ນຂອງມວນຊົນຊາວແຂວງໄຊຍະບູລີ ແລະ ຂະບວນຊ້າງເຂົ້າຮ່ວມມີ 35 ໂຕ, ການສະແດງຂອງຊ້າງຄໍາຮູ້ ຈໍານວນ 23 ໂຕ, ມີ 20 ລາຍການ, ການບາສີສູ່ຂວັນໃຫ້ຊ້າງ ແລະ ການສະແດງໂດດຈ້ອງຂອງກອງພັນທະຫານອາກາດ. ສໍາລັບກ້ອນກໍາລັງທີ່ເຂົ້າຮ່ວມຂະບວນການໃນງານມະຫະກໍາບຸນຊ້າງໃນປີນີ້ ມີທັງໝົດ 9.102 ຄົນ: ໃນນີ້ມີກ້ອນຢືນ 5.400 ຄົນ, ກ້ອນແຫ່ 1.974 ຄົນ, ການສະແດງນ້ອງນັກຮຽນ 1.600 ຄົນ, ສິນລະປະ ແລະ ນັກຮ້ອງ 104 ຄົນ, ກອງດູລິຍາງຂອງນັກຮຽນ 24 ນ້ອງ ຫລັງຈາກເປີດພິທີເປັນທາງການແລ້ວ ແຕ່ລະມື້ຈະມີການເປີດໃຫ້ແຂກໄດ້ມາຊົມການ ສະແດງຂອງຊ້າງຄຳຮູ້, ບໍລິການຂີ່ຊ້າງ, ທ່ຽວຊົມຕະຫລາດນັດວາງສະແດງສິນຄ້າ ແລະ ຊົມການ ສະແດງສິລະປະວັນນະຄະດີຂອງອ້ອມຂ້າງແຂວງ ແລະ ເມືອງ, ເຂົ້າຊົມແຫຼ່ງທ່ອງທ່ຽວສູນອານຸລັກຊ້າງ ແລະ ຂະຫຍາຍພັນຊ້າງອາຊີ (ພູແຄນ) ແລະ ທ່ອງທ່ຽວພາຍໃນເທດສະບານແຂວງ ຕາມສະຖານທີ່ທ່ອງທ່ຽວຕ່າງໆ. ໃນໂອກາດທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ໄດ້ໃຫ້ກຽດກ່າວເປີດງານມະຫະກໍາບຸນຊ້າງຄັ້ງທີ 17 ແລະ ເປີດປີທ່ອງທ່ຽວລາວ 2024 ຂອງແຂວງໄຊຍະບູລີ ເຊິ່ງບາງຕອນໄດ້ກ່າວວ່າ: ຂ້າພະເຈົ້າ ຕາງໜ້າໃຫ້ອົງການປົກຄອງແຂວງ ແລະ ປະຊາຊົນບັນດາເຜົ່າ ພາຍໃນແຂວງ ໄຊຍະບູລີ ສຸດທີ່ມີຄວາມປິຕິຊົມຊື່ນ ແລະ ຍິນດີເປັນຢ່າງຍິ່ງ ທີ່ໄດ້ເປັນກຽດຕ້ອນຮັບການນຳຂັ້ນສູງຂອງພັກ-ລັດ, ຈາກສູນກາງ ແລະ ທ້ອງຖິ່ນ, ບັນດາທ່ານແຂກພາຍໃນ ແລະ ຕ່າງປະເທດ ທີ່ໄດ້ນຳເອົາຄວາມສາມັກຄີຮັກແພງອັນອົບອຸ່ນ, ໄມຕີຈິດມິດຕະພາບ, ມາສູ່ງານມະຫະກຳບຸນຊ້າງປະຈໍາປີ 2024, ການຈັດງານມະຫາກໍາບຸນຊ້າງຄັ້ງນີ້ ເປັນປີທີ 17 ແລ້ວ, ເຊິ່ງເປັນການສົ່ງເສີມມູນເຊື້ອວັດທະນະທຳອັນດີງາມ ທັງເປັນການສືບຕໍ່ເຜີຍແຜ່ ແລະ ປູກຈິດສຳນຶກໃຫ້ແກ່ອະນຸຊົນ, ຄົນຮຸ່ນຫຼັງ ໃນການອະນຸລັກ ແລະ ຂະຫຍາຍພັນຊ້າງໃຫ້ມີຄວາມຍືນຍົງ ຄຽງຄູ່ກັບວິຖີຊີວິດຂອງປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ກໍ່ຄືຂອງຊາດລາວພວກເຮົາຕະຫຼອດໄປ. ໃນວາລະທີ່ມີຄວາມໝາຍຄວາມສໍາຄັນນີ້ ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສ ປປ ລາວ ແລະ ບັນດາການນໍາຂັ້ນສູນກາງ, ຂັ້ນແຂວງ, ເມືອງ ໄດ້ຮ່ວມລັ່ນຄອງ 9 ບາດ, ຕັດແຖບຜ້າ ເປີດງານມະຫະກໍາບຸນຊ້າງຄັ້ງທີ 17 ແລະ ເປີດປີທ່ອງທ່ຽວລາວ 2024 ແຂວງໄຊຍະບູລີ ຢ່າງເປັນທາງການ.

……………………

ຂ່າວ+ພາບ: ບຸນທີ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments