Saturday, July 27, 2024
Homeຂ່າວການເມືອງກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 3 ແຂວງພາກກາງ 1 ກອງພົນ ປະຈໍາປີ 2023

ກອງປະຊຸມສະຫຼຸບວຽກງານ ປກຊ-ປກສ 3 ແຂວງພາກກາງ 1 ກອງພົນ ປະຈໍາປີ 2023

ກອງປະຊຸມສະຫຼຸບວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, 1 ກອງພົນ (ແຂວງ ຄຳມ່ວນ,ບໍລິຄຳໄຊ, ສະຫວັນນະເຂດ ແລະ ກອງພົນທີ 4 ) ປະຈຳປີ 2023 ແລະ ວາງທິດທາງແຜນການວຽກງານຈຸດສຸມ ປີ 2024 ທີ່ແຂວງຄຳມ່ວນ ເປັນເຈົ້າພາບ ໄດ້ຈັດຂຶ້ນໃນວັນທີ 16 ກຸມພາ 2024 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະການກົມການເມືອງສູນກາງພັກ, ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ, ມີຜູ້ຕາງໜ້າຈາກຫ້ອງວ່າການສູນກາງພັກ, ຄະນະກຳມາທິການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສະພາແຫ່ງຊາດ , ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສະຫງົບ, ຫ້ອງການຄະນະກຳມະການ ປກຊ-ປກສ ສູນກາງ, ຄະນະກໍາມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ 3 ແຂວງ, ຄະນະພັກ-ຄະນະບັນຊາກອງພົນທີ 4 ,ກອງບັນຊາການທະຫານແຂວງ, ກອງບັນຊາການ ປກສ ແຂວງ, ບັນດາເຈົ້າເມືອງ ແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ສະຫາຍ ວັນໄຊ ພອງສະຫວັນ ປະທານຄະນະກໍາມະການ ປກຊ-ປກສ ແຂວງ, ເຈົ້າແຂວງ ແຂວງຄຳມ່ວນ ໄດ້ຂຶ້ນກ່າວເປີດກອງປະຊຸມ. ຈາກນັ້ນ , ສະຫາຍ ພົນຈັດຕະວາ ສົມແຄນ ອັບປະສອນ ຮອງປະທານ, ຜູ້ປະຈໍາການຄະນະກໍາມະການ ປກຊ-ປກສ ແຂວງ, ກຳມະການຄະນະປະຈຳພັກແຂວງ ,ຫົວໜ້າການເມືອງກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຜ່ານບົດສະຫຼຸບ ຕີລາຄາສະພາບການເຄື່ອນໄຫວ ວຽກງານ ປກຊ-ປກສ 3 ແຂວງ ໃນໄລຍະ 1 ປີ ຜ່ານມາ, ພາຍໃຕ້ການນຳພາ-ຊີ້ນຳ ຂອງກົມການເມືອງສູນກາງພັກ, ລັດຖະບານ ໂດຍສະເພາະແມ່ນການນຳພາ-ຊີ້ນຳຂອງຄະນະກຳມະການ ປກຊ-ປກສ ສູນກາງແຂວງ ແລະ ໄດ້ຮັບການຮ່ວມມືຈາກບັນດາອົງການຈັດຕັ້ງ, ອົງການປົກຄອງແຕ່ລະຂັ້ນ, ການປະກອບສ່ວນຂອງປະຊາຊົນບັນດາເຜົ່າທຸກຊັ້ນຄົນ ແລະ ຄວາມບຸກບືນສູ້ຊົນຂອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສາມາດຍາດໄດ້ຜົນງານຫຼາຍດ້ານ, ສະແດງອອກໃນການເຮັດໃຫ້ປະເທດຊາດມີຄວາມສະຫງົບ ເວົ້າລວມ, ເວົ້າສະເພາະ 3 ແຂວງມີສະຖຽນລະພາບທາງດ້ານການເມືອງຢ່າງໜັກແໜ້ນ ,ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ລະບົບການເມືອງຢູ່ຂັ້ນຮາກຖານໄດ້ຮັບການປັບປຸງເສດຖະກິດໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່າພັດທະນາດີຂຶ້ນເທື່ອລະກ້າວ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ນັບມື້ເຕີບໃຫຍ່ເຂັ້ມແຂງຮັບປະກັນໃຫ້ແກ່ການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດກ້າວຂຶ້ນຢ່າງບໍ່ຢຸດຢັ້ງ, ປະຊາຊົນບັນດາເຜົ່າມີຄວາມສາມັກຄີປອງດອງ ແລະ ພ້ອມກັນປະກອບສ່ວນຢ່າງແຂງແຮງເຂົ້າໃນການເຮັດໜ້າທີ່ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ຂັ້ນທ້ອງຖິ່ນຂອງຕົນຢ່າງເປັນຂະບວນກວ້າງຂວາງ.

ໃນກອງປະຊຸມບັນດາກົມກອງ ແລະ ພາກສ່ວນກ່ຽວຂ້ອງ ໄດ້ພ້ອມກັນປະກອບຄຳເຫັນ, ແລກປ່ຽນບົດຮຽນໝາກຜົນຂອງການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຢູ່ກົມກອງທ້ອງຖິ່ນຂອງຕົນ ແລະ ປະກອບຄຳຄິດຄຳເຫັນໃສ່ທິດທາງແຜນການ, ວຽກງານຈຸດສຸມ ໃນປີ 2024 ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດວຽກງານດັ່ງກ່າວໄດ້ຮັບໝາກຜົນສູງຂຶ້ນໃນຕໍ່ໜ້າ.

ໂອກາດນີ້, ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ໄດ້ສະແດງຄວາມຊົມເຊີຍຕໍ່ຜົນສຳເລັດ ໃນການນຳພາ-ຊີ້ນຳ , ການຈັດຕັ້ງປະຕິບັດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃນໄລຍະ 1 ປີ ຜ່ານມາ, ເຖິງວ່າຈະປະເຊີນໜ້າກັບສິ່ງທ້າທາຍ ແລະ ຄວາມຫຍຸ້ງຍາກຫຼາຍປະການ, ແຕ່ໂດຍໄດ້ຮັບການເອົາໃຈ ໃສ່ນຳພາ-ຊີ້ນຳຂອງການນຳຂັ້ນແຂວງ, ກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ບັນດາກຳລັງປະກອບອາວຸດແຕ່ລະຂັ້ນໄດ້ສຸມທຸກກໍາລັງແຮງເຮັດສໍາເລັດໜ້າທີ່ຂອງຕົນດ້ວຍນໍ້າໃຈບຸກທະລຸ ແລະ ຕໍ່ໜ້າສະພາບຄວາມບໍ່ສະຫງົບໃນພາກພື້ນ ແລະ ສາກົນພວມຜັນແປໄປຢ່າງສັນສົນ ດັ່ງນັ້ນ, ກຳລັງ ປກຊ- ປກສ ຢູ່ບັນດາແຂວງ, ອົງການຈັດຕັ້ງ, ພາກສ່ວນທີ່ກ່ຽວຂ້ອງ ຈົ່ງຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງອັນມີກຽດສະຫງ່າຂອງຕົນທີ່ ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້, ພ້ອມ ກັນຕັ້ງໜ້າຈັດຕັ້ງປະຕິບັດແນວທາງ ປກຊ-ປກສ ທົ່ວປວງຊົນຮອບດ້ານຂອງພັກເພື່ອຮັບປະກັນໃຫ້ປະເທດຊາດ ກໍຄື 3 ແຂວງ ພາກກາງ ສືບຕໍ່ມີຄວາມສະຫງົບ, ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນມີຄວາມຜາສຸກ, ສ້າງບາດກ້າວການພັດທະນາໃຫ້ບັນລຸຕາມເປົ້າໝາຍທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments