Home ທ່ອງທ່ຽວ ທ່ອງທ່ຽວຄໍາມ່ວນ ມ່ວນສົມຊື່

ທ່ອງທ່ຽວຄໍາມ່ວນ ມ່ວນສົມຊື່

0
49

ພິທີເປີດປີທ່ອງທ່ຽວລາວ 2024 ຂອງແຂວງຄໍາມ່ວນ ດິນແດນວິລະຊົນຄົນຫານກ້າ ພາຍໃຕ້ຄໍາຂວັນທີ່ວ່າ: ທ່ອງທ່ຽວລາວ-ທ່ອງທ່ຽວຄໍາມ່ວນ ປອດໄພ ຊື່ນໃຈໃນວັດທະນະທໍາ, ທໍາມະຊາດ ແລະ ປະຫວັດສາດ ໄດ້ຈັດຂຶ້ນຢ່າງຄຶກຄື້ນ ທີ່ເມືອງທ່າແຂກ ໃນຕົ້ນເດືອນກຸມພານີ້, ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດແຫ່ງ ສປປ ລາວ. ທ່ານ ວັນໄຊ ພອງສະຫວັນ ກໍາມະການສູນກາງພັກ ເຈົ້າແຂວງຄໍາມ່ວນ,ພ້ອມດ້ວຍບັນດາການນໍາພາຍໃນແຂວງ, ການນໍາຂັ້ນສູງຈາກສູນກາງ, ບັນດາການນໍາແຂວງອ້ອມຂ້າງ, ບັນດາທ່ານຕາງໜ້າຈາກອົງການຈັດຕັ້ງສາກົນ, ແຂກທີ່ມີກຽດ ແລະ ປະຊາຊົນບັນດາເຜົ່າແຂວງຄໍາມ່ວນ ເຂົ້າຮ່ວມເປັນຈໍານວນຫຼວງຫຼາຍ.

ຈຸດປະສົງຂອງການເປີດງານປີທ່ອງທ່ຽວລາວ 2024 ຂອງແຂວງຄໍາມ່ວນ ແມ່ນເພື່ອປະກາດໃຫ້ ຊາວໂລກໄດ້ຮັບຮູ້ວ່າ: ແຂວງຄໍາມ່ວນ ໄດ້ມີຄວາມພ້ອມເປີດປະຕູຮັບເອົານັກທ່ອງທ່ຽວພາຍໃນ ແລະ ຈາກທຸກມູມໂລກເຂົ້າມາທ່ອງທ່ຽວແຂວງຄໍາມ່ວນ ເພື່ອຮັບຮູ້ເຖິງ ຄວາມອຸດົມສົມບູນ, ມະຫາມົນສະເໜ່ທາງດ້ານທໍາມະຊາດທີ່ໂດດເດັ່ນ ສວຍສົດງົດງາມ-ອາກາດເຢັນຊົດຊື່ນ, ສຶກສາຮຽນຮູ້ປະຫວັດສາດ ແລະ ຮຽນຮູ້ວັດທະນະທໍາ, ຮີດຄອງປະເພນີ, ວິຖີການດໍາລົງຊີວິດທີ່ເປັນເອກະລັກຂອງ 9 ເຜົ່າ, ໃຫ້ເຫັນຄວາມຫຼາກຫຼາຍຜະລິດຕະພັນທີ່ເປັນພູມປັນຍາຂອງປະຊາຊົນແຂວງຄໍາມ່ວນ. ເພື່ອເປັນການສ້າງລາຍໄດ້ນໍາເອົາເງິນຕາເຂົ້າປະເທດ ກໍຄືເຂົ້າແຂວງ, ສ້າງວຽກເຮັດງານທໍາ, ກະຈາຍລາຍໄດ້ໃຫ້ຜູ້ປະກອບການ ແລະ ປະຊາຊົນຜູ້ທໍາການຜະລິດ, ເຮັດໃຫ້ເສດຖະກິດແຫ່ງຊາດກໍຄືເສດຖະກິດຂອງແຂວງ, ຂອງເມືອງ ຂອງບ້ານ ແລະ ຄອບຄົວ ມີຄວາມເຂັ້ມແຂງ, ເຕີບໃຫຍ່ຂະຫຍາຍຕົວ ແລະ ພັດທະນາດີຂຶ້ນເລື້ອຍໆ.

ໃນວາລະໄດ້ເຊື້ອເຊີນ ທ່ານ ບຸນທອງ ຈິດມະນີ ຂຶ້ນລັ່ນຄ້ອງ 9 ບາດ ເປັນສັນຍາລັກຂອງການເປີດງານ ຢ່າງເປັນທາງການ ຊຶ່ງມີຄວາມໝາຍວ່າ: ບາດທີ 1: ພຽບພ້ອມພັດທະນາ, ບາດທີ 2: ນໍາພາຜັນຂະຫຍາຍ, ບາດທີ 3: ຫຼາຍສິ່ງມະຫັດສະຈັນ, ບາດທີ 4: ສາຍສໍາພັນໝັ້ນຄົງ, ບາດທີ 5: ຍືນຍົງປະເພນີ,ບາດທີ 6: ຊາວປະຊາສາມັກຄີ, ບາດທີ 7: ມີສາມສິ່ງຍອດຍິ່ງທີ່ອົງອາດ, ບາດທີ 8: ປະເທດຊາດກ້າວຈະເລີນ ແລະ ບາດທີ 9: ແຫຼ່ງເງິນຄໍາ ເຂດແຄ້ວນປາລະມີ.

ປັດຈຸບັນ, ທົ່ວແຂວງຄໍາມ່ວນໄດ້ສໍາເລັດການສໍາຫຼວດແຫຼ່ງທ່ອງທ່ຽວແລ້ວ ຈໍານວນ 210 ແຫ່ງ. ໃນນັ້ນ: ແຫຼ່ງທ່ອງທ່ຽວທໍາມະຊາດ 145 ແຫ່ງ, ວັດທະນະທໍາ 33 ແຫ່ງ ແລະ ປະຫວັດສາດ 32 ແຫ່ງ. ມີສະຖານທີ່ທ່ອງທ່ຽວທີ່ໄດ້ເປີດບໍລິການໃຫ້ແຂກເຂົ້າໄປທ່ຽວຊົມແລ້ວ ຈໍານວນ 87 ແຫ່ງ.

ປີທ່ອງທ່ຽວ 2024 ຂອງແຂວງຄໍາມ່ວນ ໂດຍພື້ນຖານແລ້ວແມ່ນໄດ້ຮັບຮອງກິດຈະກໍາທີ່ຕິດພັນກັບ 3 ສິ່ງຍອດຍິ່ງທີ່ເປັນທ່າແຮງທາງດ້ານການທ່ອງທ່ຽວຂອງແຂວງ, ປະກອບມີ: ຈໍານວນ 27 ກິດຈະກໍາ ໃນນັ້ນ: 1 ກິດຈະກໍາ ລະດັບຊາດ ເປັນສິ່ງຍອດຍິ່ງທາງດ້ານວັດທະນະທໍາ ຄື: ບຸນນະມັດສະການພະທາດສີໂຄດຕະບອງ; ມີ 2 ກິດຈະກໍາລະດັບແຂວງຄື: ບຸນລະນຶກເຫດການ 21 ມີນາ 1946 ເປັນວັນເສຍອົງຄະແຫ່ງຊາດ ທີ່ເປັນສິ່ງຍອດຍິ່ງທາງດ້ານປະຫວັດສາດ ແລະ ວົງຈອນທ່ອງທ່ຽວເດີລຸບ (The Loop) ທີ່ເປັນສິ່ງຍອດຍິ່ງ ທາງດ້ານທໍາມະຊາດ. ນອກນັ້ນກໍຍັງມີກິດຈະກໍາລະດັບເມືອງ ອີກຈໍານວນ 24 ກິດຈະກໍາ.

ແຫຼ່ງທ່ອງທ່ຽວທີ່ໜ້າສົນໃຈຢູ່ແຂວງຄໍາມ່ວນກໍມີຫຼາຍແຫ່ງ ແຕ່ເດັ່ນທີ່ສຸດ ຜູ້ໃດໄດ້ໄປຢ່າລືມໄປທ່ຽວພະທາດສີໂຄດຕະບອງ ເມືອງທ່າແຂກ, ຖໍ້ານໍ້າລອດ ຢູ່ເມືອງບົວລະພາ, ຖໍ້າກອງລໍ ເມືອງຄູນຄໍາ, ພູຜາມ່ານ ເດີ້ລ້ອກວິວພອຍ,ເມືອງຄູນຄໍາ, ຂຸນກອງແລ ເມືອງຫີນບູນ, ທ່າຝຣັ່ງວັງສີຄາມ ເມືອງທ່າ ແຂກ, ຖໍ້າໜອງປາຝາ ບ້ານນາຂ້າງຊ້າງ ເມືອງທ່າແຂກ ແລະ ຄາດວ່າ: ໃນອີກ 2-3 ເດືອນຕໍ່ໜ້ານີ້ແຂວງຈະເປີດແຫຼ່ງທ່ອງທ່ຽວໃໝ່ທີ່ໂດດເດັ່ນຕື່ມອີກ 2 ແຫ່ງຄື: ແຫຼ່ງທ່ອງທ່ຽວຂຸນກອງແລງ ເມືອງຫີນບູນ ແລະ ແຫຼ່ງທ່ອງທ່ຽວຕາດສຽງລື ເມືອງບົວລະພາ. ພິເສດໃນມໍ່ໆນີ້, ລັດຖະບານໄດ້ສະເໜີເຖິງອົງການ UNESCO ເພື່ອຮັບຮອງເອົາອຸດທິຍານແຫ່ງຊາດຫີນໜາມໜໍ່ ເມືອງບົວລະພາ ເຂົ້າເປັນມໍລະດົກໂລກທາງທໍາມະຊາດແຫ່ງທໍາອິດຂອງ ສປປ ລາວ.

ສິ່ງສໍາຄັນໄປກວ່ານັ້ນ ທ່ານຈະໄດ້ສໍາຜັດກັບວິຖີການດໍາລົງຊີວິດຂອງປະຊາຊົນ ການຕ້ອນຮັບແຂກບ້ານແຂກເມືອງຂອງປະຊາຊົນແຂວງຄໍາມ່ວນ ດ້ວຍຄວາມຍິ້ມແຍ້ມແຈ່ມໃສ, ໂອບເອື້ອອາລີ, ມີນ້ໍາໃຈໄມຕີຈິດ ມິດຕະພາບ, ເຮັດໃຫ້ນັກທ່ອງທ່ຽວມີຄວາມຮູ້ສຶກອົບອຸ່ນ, ມີຄວາມປະທັບໃຈ, ມີຄວາມປອດໄພ ແລະ ມີຄວາມເບີກບານມ່ວນຊື່ນ.

ຢ່າລືມໄປທ່ຽວຄໍາມ່ວນ ມ່ວນສົມຊື່ ທີ່ຂຶ້ນຊື່ລືຊາ ພະທາດສີໂຄດຕະບອງງາມສະຫງ່າ, ລໍາຜະຫຍາມະຫາໄຊ, ກໍາແພງໃຫຍ່ພູຄັນນາ, ຜາຫີນໜາມຫນໍ່, ບໍ່ໄຟຟ້ານໍ້າເທີນ 2, ກອງລໍ-ນາຕານນໍ້າລອດຖໍ້າ, ວິລະກໍາ 21 ມີນາ 1946 ນະແຫ່ງນີ້.

ແຂວງຄໍາມ່ວນ ເປັນແຂວງໜຶ່ງທີ່ຕັ້ງຢູ່ພາກກາງຂອງປະເທດ ປະກອບມີ: 10 ເມືອງ, ມີ 569 ບ້ານ, ມີ 85.762 ຄອບຄົວ, ມີປະຊາກອນທັງໝົດ 453.765 ຄົນ, ປະກອບມີ 9 ຊົນເຜົ່າທີ່ດໍາລົງຊີວິດຢູ່ຮ່ວມກັນ, ທົ່ວແຂວງມີເນື້ອທີ່ທັງໝົດ: 16.315 ກມ2, ແບ່ງອອກເປັນສອງເຂດລະບົບນິເວດວິທະຍາຄື: ເຂດພູດອຍ ກວມ 54%, ເຂດທົ່ງພຽງ ກວມ 46% ຂອງພື້ນທີ່. ແຂວງໄດ້ກໍານົດ 3 ທ່າແຮງທີ່ເປັນປັດໃຈພື້ນຖານໃຫ້ ແກ່ການພັດທະນາເສດຖະກິດ-ສັງຄົມຂອງແຂວງຄື:  ທ່າແຮງທາງດ້ານກະສິກໍາ-ປ່າໄມ້;  ທ່າແຮງທາງ ດ້ານອຸດສາຫະກໍາພະລັງງານ-ບໍ່ແຮ່ ແລະ  ທ່າແຮງທາງດ້ານການບໍລິການໂລຈິດຕິກ ແລະ ການທ່ອງທ່ຽວ. ສໍາລັບແຜນພັດທະນາເສດຖະກິດ-ສັງຄົມ 05 ປີ ເທື່ອທີ IX ຂອງແຂວງ ໄດ້ກໍານົດຄາດໝາຍສູ້ຊົນ ດຶງດູດນັກທ່ອງທ່ຽວເຂົ້າມາທ່ຽວພາຍໃນແຂວງ ໃຫ້ບັນລຸຫລາຍກວ່າ 5 ແສນຄົນຕໍ່ປີ.

ໂດຍ: ວັນໄຊ ຕະວິນຍານ

NO COMMENTS

LEAVE A REPLY

Please enter your comment!
Please enter your name here