Monday, April 29, 2024
Homeສຶກສາປີນີ້ ຂະແໜງສຶກສາທິການ ແລະ ກິລາ ມີ 16 ຄາດໝາຍທີ່ຈະໄດ້ສູ້ຊົນ

ປີນີ້ ຂະແໜງສຶກສາທິການ ແລະ ກິລາ ມີ 16 ຄາດໝາຍທີ່ຈະໄດ້ສູ້ຊົນ

ບັນດາຄາດໝາຍດ້ານວັດທະນະທໍາ ທີ່ຕ້ອງສູ້ຊົນໃຫ້ບັນລຸຕາມການຮັບຮອງຂອງກອງປະຊຸມສະ ພາແຫ່ງຊາດໃນປີ 2024 ນີ້ ມີຫຼາຍຂະແໜງ ຊຶ່ງໃນນັ້ນຄາດໝາຍຂະແໜງການສຶກສາ ແລະ ກິລາ ໄດ້ຖືກຮັບຮອງມີ 16 ຄາດໝາຍ ໂດຍໄດ້ລະບຸເອກະສານຊ້ອນທ້າຍ ໃນມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງບົດລາຍງານຂອງລັດຖະບານ ກ່ຽວກັບການສະຫຼຸບການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ກາງສະໄໝ 5 ປີ ຄັ້ງທີ IX (2021-2025), ທິດທາງແຜນການພັດທະນາເສດຖະກິດ-ສັງຄົມ ທ້າຍສະໄໝ ຮອດປີ 2025, ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2023 ແລະ ແຜນພັດທະນາເສດຖະກິດ-ສັງຄົມ ປະຈໍາປີ 2024.

ບັນດາຄາດໝາຍຂະແໜງການສຶກສາທິການ ແລະ ກິລາ ທີ່ໄດ້ຖືກຮັບຮອງ ເພື່ອສູ້ຊົນໃຫ້ບັນລຸປະກອບມີ: ອັດຕາເຂົ້າຮຽນຂອງເດັກ 5 ປີ ໃນຊັ້ນການສຶກສາກ່ອນໄວຮຽນ ສະເລ່ຍໃນທົ່ວປະເທດໃຫ້ບັນລຸໄດ້ 82% ຂຶ້ນໄປ; ອັດຕານັກຮຽນເຂົ້າໃໝ່ ປ.1 ທຽບໃສ່ເດັກ 6 ປີໃຫ້ບັນລຸໄດ້ 98% ຂຶ້ນໄປ; ອັດຕາເຂົ້າຮຽນໃໝ່ລວມ ປ.5 ໃຫ້ບັນລຸໄດ້ 97% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນ ປ.1 ບໍ່ໃຫ້ເກີນ 4,4%; ອັດຕາປະລະການຮຽນຂອງນັກຮຽນຊັ້ນປະຖົມ ບໍ່ໃຫ້ເກີນ 4,2%; ອັດຕາຈົບຊັ້ນປະຖົມສຶກສາ ໃຫ້ບັນລຸໄດ້ 93,5%; ອັດຕາການເລື່ອນຊັ້ນ ປ.5 ຂຶ້ນ ມ.1 ທຽບໃສ່ນັກຮຽນຕົ້ນປີ ໃຫ້ບັນລຸ 85% ຂຶ້ນໄປ; ດັດຊະນີຄວາມສະເໝີພາບຍິງ-ຊາຍ ອັດຕາເລື່ອນຊັ້ນ ປ.5 ຂຶ້ນ ມ.1 ໃຫ້ບັນລຸໄດ້ລະຫວ່າງ 0,97-1,03%; ອັດຕາເຂົ້າຮຽນໃໝ່ລວມ ຊັ້ນ ມ.4 ໃຫ້ບັນລຸ 66,5% ຂຶ້ນໄປ; ອັດຕາປະລະການຮຽນຂອງນັກຮຽນຊັ້ນມັດທະຍົມຕອນຕົ້ນ ບໍ່ໃຫ້ເກີນ 11%; ປະຊາກອນໜຸ່ມ ແລະ ຜູ້ປະລະການຮຽນ ໃຫ້ໄດ້ບໍາລຸງຜ່ານການສຶກສານອກໂຮງຮຽນ ແລະ ຝຶກອົບຮົມວິຊາຊີບ ໃຫ້ບັນລຸໄດ້ຫຼາຍກວ່າ 25.000 ຄົນ; ຄູຊັ້ນປະຖົມ ແລະ ມັດທະຍົມສຶກສາ ໃຫ້ໄດ້ຮັບການຝຶກອົບຮົມ ບໍ່ໃຫ້ຫຼຸດ 10% ຂອງຈໍານວນຄູທັງໝົດ.

ພ້ອມນີ້, ກໍມີຄາດໝາຍໃນການສົ່ງເສີມໃຫ້ນັກສຶກສາ ທີ່ສະໝັກເຂົ້າຮຽນຢູ່ມະຫາວິທະຍາໄລ ແລະ ສະຖານການສຶກສາຊັ້ນສູງຕ່າງໆ ໄດ້ເຂົ້າຮຽນໃນສາຍວິທະຍາສາດທໍາມະຊາດ, ເຕັກໂນໂລຊີ, ວິສະວະກໍາ ແລະ ຄະນິດສາດ ໃຫ້ໄດ້ຫຼາຍກວ່າ 2.500 ຄົນ; ສູ້ຊົນໃຫ້ນັກຮຽນທີ່ຈົບຊັ້ນມັດທະຍົມຕອນຕົ້ນ ໄດ້ເຂົ້າຮຽນຕໍ່ໃນສາຍອາຊີວະສຶກສາ ແລະ ອົບຮົມວິຊາຊີບ ໃຫ້ບັນລຸ 2%; ສົ່ງເສີມມວນຊົນທຸກເພດ, ທຸກໄວ ເຂົ້າຮ່ວມການຫັດກາຍຍະບໍລິຫານ, ການອອກກໍາລັງກາຍ ແລະ ການຫຼິ້ນກິລາກາຍຍະກໍາ ໃຫ້ບັນລຸໄດ້ 44% ຂອງພົນລະເມືອງລາວ; ຊຸກຍູ້ ແລະ ສົ່ງເສີມການຄົ້ນຄວ້າວິທະຍາສາດ ໃຫ້ສໍາເລັດ ບໍ່ໃຫ້ຫຼຸດ 40 ຫົວຂໍ້.

(ຂ່າວ: ສຸກສະຫວັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments