Saturday, July 27, 2024
Homeຂ່າວໜ້າໜຶ່ງຍົກລະດັບວຽກງານສື່ມວນຊົນ ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ 2024

ຍົກລະດັບວຽກງານສື່ມວນຊົນ ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ 2024

ສື່ມວນຊົນລາວຈາກພາກສ່ວນຕ່າງໆ ອ້ອມຂ້າງສູນກາງ ຫລາຍກວ່າ 70 ຄົນ ໄດ້ເຂົ້າຮ່ວມກອງປະຊຸມສໍາມະນາວຽກງານສື່ມວນຊົນໃຫ້ແກ່ສື່ມວນຊົນລາວ ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນຂອງ ສປປ ລາວ 2024 ທີ່ກົມສື່ມວນຊົນ, ກະຊວງຖະແຫລງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ, ກົມການຂ່າວ, ກະຊວງການຕ່າງປະເທດ ແລະ ສະຖານທູດອົດສະຕຣາລີ ປະຈໍາ ສປປ ລາວ ຮ່ວມ ກັນຈັດຂຶ້ນໃນລະຫວ່າງວັນທີ 15-16 ກຸມພາ 2024 ທີ່ນະຄອນຫລວງວຽງຈັນ.


ກອງປະຊຸມຄັ້ງນີ້, ສື່ມວນຊົນລາວ ຈະໄດ້ຮັບຟັງ ແລະ ແລກປ່ຽນບົດຮຽນຫລາຍຫົວຂໍ້ຈາກວິທະຍາກອນທີ່ມາຈາກບັນດາວິທະຍາກອນ, ຜູ້ຊ່ຽວຊານທີ່ຂຶ້ນສະເໜີ ເປັນຕົ້ນແມ່ນ: ການກະກຽມທາງດ້ານສື່ຂອງ ສປປ ລາວ ສຳລັບການເປັນປະທານອາຊຽນ ໃນປີ 2024, ສປປ ລາວ ໃນການເປັນປະທານອາຊຽນ ປີ 2024, ຄວາມເຂົ້າໃຈ, ການກຳນົດ ແລະ ໄຈ້ແຍກຂໍ້ມູນບິດເບືອນແລະ ຂ່າວປອມໃນສື່ອອນລາຍ, ບົດຮຽນ ແລະ ປະສົບການຈາກບັນດາປະທານອາຊຽນ ທີ່ຜ່ານມາ, ຍຸດທະສາດທາງດ້ານສື່ສານມວນຊົນ, ການຈັດການສື່ດິຈິຕອນ ແລະ ສື່ສັງຄົມອອນລາຍຂອງລັດຖະ ບານອົດສະຕຣາລີ ແລະ ອື່ນໆ.
ທັງໝົດນີ້ລ້ວນແຕ່ຕິດພັນກັບວຽກງານສື່ມວນຊົນຕໍ່ຄວາມເຂົ້າໃຈກ່ຽວກັບຄວາມເປັນມາຂອງອາຊຽນ, ວຽກງານຂອງ 3 ເສົາຄໍ້າປະຊາຄົມອາຊຽນ (ການເມືອງ-ຄວາມໝັ້ນຄົງ, ເສດຖະກິດ ແລະ ວັດທະນະທໍາ-ສັງຄົມ), ການໂຄສະນາໃຫ້ແກ່ກອງປະຊຸມລະດັບສາກົນ, ການກະກຽມກອງປະຊຸມ ແລະ ອື່ນໆ.


ໃນໂອກາດມີຄໍາເຫັນຕໍ່ກອງປະຊຸມຄັ້ງນີ້ ທ່ານ ໂພສີ ແກ້ວມະນີວົງ, ຮອງລັດຖະ ມົນຕີກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກ່າວວ່າ: ກອງປະຊຸມຄັ້ງນີ້ ຖືວ່າເປັນກອງປະຊຸມສໍາມະນາທີ່ມີຄວາມໝາຍ, ຄວາມສໍາຄັນຢ່າງເລິກເຊິ່ງຕໍ່ຂົງ ເຂດສື່ມວນຊົນ ເວົ້າລວມ, ເວົ້າສະເພາະ ກໍຄືກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ທີ່ຮັບຜິດຊອບວຽກງານຊຸກຍູ້ໂຄສະນາຜ່ານສື່ມວນຊົນ ເຮັດແນວໃດເພື່ອຮັບປະກັນເຮັດໃຫ້ການກະຈາຍຂໍ້ມູນຂ່າວສານຖືກຕ້ອງ, ວ່ອງໄວ ແລະ ສາ ມາດເຂົ້າ ເຖິງຜູ້ອ່ານ, ຜູ້ຊົມ, ຜູ້ຟັງ ຢູ່ພາຍໃນ ແລະ ຕ່າງປະເທດ ໃຫ້ກວ້າງຂວາງທີ່ສຸດ, ທັງຮັບປະກັນບໍ່ໃຫ້ຂໍ້ມູນຜິດພາດ ຫຼື ຄາດເຄື່ອນໄປໃນທາງທີ່ບໍ່ຖືກຕ້ອງ ແລະ ບໍ່ສ້າງສັນ.
ພ້ອມນີ້ ທ່ານໄດ້ສະເໜີສໍາມະນາກອນທຸກຄົນເອົາໃຈໃສ່ຄົ້ນຄວ້າຖອດຖອນເປັນບົດຮຽນ ແລະ ນໍາໄປໝູນໃຊ້ເຂົ້າໃນວຽກງານຕົວຈິງທີ່ຕົນເອງຮັບຜິດຊອບ ໂດຍສະ ເພາະແມ່ນການກະກຽມຮັບໃຊ້ກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວ ເປັນເຈົ້າພາບ ໃຫ້ມີຄຸນນະພາບ ແລະ ໃຫ້ບັນລຸຜົນສໍາເລັດຢ່າງຈົບງາມ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments