Saturday, July 27, 2024
Homeຂ່າວໜ້າໜຶ່ງທ່ານຮອງນາຍົກໂອ້ລົມຕໍ່ກອງປະຊຸມປະຈໍາປີ2023 ກະຊວງພາຍໃນ

ທ່ານຮອງນາຍົກໂອ້ລົມຕໍ່ກອງປະຊຸມປະຈໍາປີ2023 ກະຊວງພາຍໃນ

ກະຊວງພາຍໃນຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ2023ແລະ ວາງທິດທາງແຜນການປະຈໍາປີ 2024ຂຶ້ນໃນວັນທີ14 ກຸມພານີ້ ທີ່ ສູນການຮ່ວມມືສາກົນ ແລະ ຝຶກອົບຮົມ (ICTC)ພາຍໃຕ້ການເປັນປະທານຂອງ ທ່ານ ທອງຈັນ ມະນີໄຊ ລັດຖະມົນຕີກະຊວງພາຍໃນ, ມີບັນດາທ່ານຮອງລັດຖະມົນຕີກະຊວງ-ຮອງຫົວໜ້າອົງການຂັ້ນສູງກາງ,ຮອງເຈົ້າຄອງນະຄອນຫຼວງວຽງຈັນ-ຮອງເຈົ້າແຂວງ,ຄະນະຫ້ອງການ, ກົມ, ສະຖາບັນ ແລະ ສູນ ກະຊວງພາຍໃນ ແລະ ແຂກຖືກເຊີນເຂົ້າຮ່ວມ.

ໃນກອງປະຊຸມ, ທ່ານ ທອງຈັນ ມະນີໄຊໄດ້ກ່າວບາງຕອນວ່າ: ກອງປະຊຸມຈະໄດ້ການຕີລາຄາ ແລະ ທົບທວນຄືນການນຳພາ-ຊີ້ນຳຂອງຄະນະນຳກະຊວງ ພ້ອມທັງການຈັດຕັ້ງປະຕິບັດບັນດາວຽກງານວິຊາສະເພາະທີ່ຕິດພັນກັບພາລະບົດບາດຂອງຂະແໜງການພາຍໃນ ເປັນຕົ້ນແມ່ນການຕີລາຄາບັນດາຈຸດດີ, ຈຸດອ່ອນ, ຂໍ້ຄົງຄ້າງ ແລະ ບົດຮຽນທີ່ຖອດຖອນໄດ້ໃນປີ 2023 ທີ່ຜ່ານມາ ແລະ ທິດທາງແຜນການ ປີ 2024; ຮັບຟັງການນຳສະເໜີລາຍງານ ແລະ ປະກອບຄໍາເຫັນກ່ຽວກັບການຈັດຕັ້ງປະຕິບັດວຽກງານວິຊາສະເພາະຂະແໜງການພາຍໃນຢູ່ຂັັ້ນທ້ອງຖິ່ນຈຳນວນໜຶ່ງ. 1 ປີ ຜ່ານມາເຖິງແມ່ນວ່າມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ແຕ່ພາຍໃຕ້ການນໍາພາ-ຊີ້ນໍາຂອງສູນກາງພັກ ແລະ ລັດຖະບານ ເວົ້າລວມ, ເວົ້າສະເພາະແມ່ນການນໍາພາຊີ້ນໍາ ຂອງຄະນະບໍລິຫານງານພັກ ກະຊວງພາຍໃນ ແລະ ດ້ວຍຄວາມສາມັກຄີເປັນປຶກແຜ່ນຂອງພະນັກງານ-ລັດຖະກອນຂະແໜງການພາຍໃນ ທົ່ວປະເທດ ພ້ອມກັນສູ້ຊົນຜ່ານຜ່າຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫຼາຍຢ່າງ ເຮັດໃຫ້ບັນລຸຜົນສໍາເລັດໜ້າທີ່ການເມືອງ ຕາມພາລະບົດບາດ ແລະ ໜ້າທີ່ ທີ່ໄດ້ຮັບມອບໝາຍຫຼາຍໆດ້ານ.

ຈາກນັ້ນ, ທ່ານ ນິສິດ ແກ້ວປັນຍາ ຮອງລັດຖະມົນຕີກະຊວງພາຍໃນ ໄດ້ຂຶ້ນຜ່ານບົດສະຫຼຸບການຈັດຕັ້ງປະຕິບັດວຽກງານປະຈໍາປີ 2024 ແລະ ແຜນການ ປີ2024. ມາຮອດປັດຈຸບັນ ຕໍາແໜ່ງງານ ໄດ້ຖືກຮັບຮອງແລ້ວ 1.593 ຫົວໜ່ວຍ (ໃນຈໍານວນ 4.382 ຫົວໜ່ວຍ) ເທົ່າກັບ 36,35% ແລະ ອົງການປົກຄອງຂັ້ນແຂວງໄດ້ຮັບຮອງການກໍານົດຕໍາແໜ່ງໄດ້ 676 ຫົວໜ່ວຍ ໃນຈໍານວນ 3.219 ຫົວໜ່ວຍ (ຂັ້ນແຂວງ 157 ຫົວໜ່ວຍ, ຂັ້ນເມືອງ 519 ຫົວໜ່ວຍ) ເທົ່າກັບ 21% ຂອງຫົວໜ່ວຍທັງໝົດຢູ່ຂັ້ນແຂວງ;ຄົ້ນຄວ້າປັບປຸງນິຕິກໍາກ່ຽວກັບການບໍລິຫານບ້ານ ທັງໝົດ 6 ສະບັບ: ການຈັດຕັ້ງ ແລະ ການເຄື່ອນໄຫວຂອງອົງການປົກຄອງບ້ານ, ການປະກອບສ່ວນພັດທະນາບ້ານຂອງປະຊາຊົນ, ການຄຸ້ມຄອງຄ່າຄໍານຽມ ແລະ ຄ່າບໍລິການເອກະສານຂອງອົງການປົກຄອງບ້ານ, ມາດຖານການສ້າງອົງການປົກຄອງບ້ານໜັກແໜ້ນເຂັ້ມແຂງ, ການສ້າງກົດລະບຽບບ້ານ, ການສ້າງຕັ້ງ ຍຸບເລີກ ໂຮມເຂົ້າ ແຍກອອກ ແລະ ປ່ຽນຊື່ບ້ານ, ການຄຸ້ມຄອງ ແລະ ການນໍາໃຊ້ເຄື່ອງແບບຂອງນາຍບ້ານ ແລະ ຮອງນາຍບ້ານ; ສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕາແສງ: ໂດຍໄດ້ລົງເກັບກໍາຂໍ້ມູນຢູ່ໃນ 11 ເມືອງ ຂອງ 10 ແຂວງ: ແຂວງຜົ້ງສາລີ, ອຸດົມໄຊ, ຫຼວງນໍ້າທາ,ບໍ່ແກ້ວ, ວຽງຈັນ, ໄຊສົມບູນ, ຄຳມ່ວນ, ສະຫວັນນະເຂດ, ບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ເພື່ອເປັນຂໍ້ມູນ ແລະ ບ່ອນອີງໃຫ້ແກ່ການສຶກສາຄົ້ນຄວ້າຄວາມເປັນໄປໄດ້ໃນການສ້າງຕັ້ງຕາແສງໃນອະນາຄົດ; ໄດ້ສົມທົບກັບອົງການປົກຄອງທ້ອງຖິ່ນຂັ້ນແຂວງ (ພະແນກພາຍໃນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ລົງເກັບກຳຂໍ້ມູນ ເສັ້ນເຂດແດນເຊື່ອມຕໍ່ ລະຫວ່າງນະຄອນຫຼວງວຽງຈັນ ກັບບັນດາແຂວງ ແລະ ລະຫວ່າງແຂວງ ກັບແຂວງ ເພື່ອຄົ້ນຄວ້າແກ້ໄຂຮ່ວມກັນ. ມາຮອດປັດຈຸບັນ, ການແກ້ໄຂບັນຫາເຂດແດນເຊື່ອມຕໍ່ຂັ້ນແຂວງ ໂດຍພື້ນຖານແມ່ນສໍາເລັດ100%. ວຽກງານສາມສ້າງໄດ້ປະຕິບັດຕາມການຕົກລົງຂອງລັດຖະບານກ່ຽວກັບການຮັບຮອງແຂວງເປັນຫົວໜ່ວຍຍຸດທະສາດ ຈໍານວນ 3 ຫົວໜ່ວຍ ມີ 2 ແຂວງ (ສະຫວັນນະເຂດ, ຈໍາປາສັກ) ແລະ ນະຄອນຫຼວງວຽງຈັນໄດ້ຈັດພິທີປະກາດຢ່າງເປັນທາງການ. ວຽກງານຄຸ້ມຄອງພົນລະເມືອງ ໄດ້ເກັບກໍາສະຖິຕິພົນລະເມືອງປະຈໍາປີ 2023 ສັງລວມໄດ້ຈໍານວນພົນລະເມືອງ 7.257.020ຄົນຍິງ 3.617.802 ຄົນ, ໄດ້ຈົດທະບຽນ ແລະ ອອກໃບຢັ້ງຢືນການເກີດ 62.057 ຄົນຍິງ 30.869 ຄົນ; ການເສຍຊີວິດ 13.362ຄົນຍິງ 5.532 ຄົນ; ການແຕ່ງດອງ 11.274 ຄູ່; ການຢ່າຮ້າງ 2.885 ຄູ່; ການປ່ຽນຊື່ 5.160 ຄົນຍິງ 2.650 ຄົນ, ການປ່ຽນນາມສະກຸນ 7.979 ຄົນຍິງ 4.338 ຄົນ; ການປ່ຽນສັນຊາດ ຈໍານວນ 4.761 ຄົນຍິງ 2.765 ຄົນແລະ ໄດ້ສົມທົບກັບພາກສ່ວນທີ່ກ່ຽວຂ້ອງຄົ້ນຄວ້າແກ້ໄຂການຍົກຍ້າຍທີ່ບໍ່ຖືກຕ້ອງຂອງພົນລະເມືອງ ຢູ່ແຂວງບໍລິຄໍາໄຊ 40 ຄອບຄົວ, ແຂວງຈໍາປາສັກ 125ຄອບຄົວ, ໄດ້ຕິດຕັ້ງ ແລະ ນໍາໃຊ້ລະບົບໂມດູນການຈົດທະບຽນການເກີດ, ການເສຍຊີວິດ ແລະ ລະບົບລາຍງານສະຖິຕິການຈົດທະບຽນພົນລະເມືອງ ພ້ອມທັງຝຶກອົບຮົມການນໍາໃຊ້ລະບົບຄຸ້ມຄອງຂໍ້ມູນພົນລະເມືອງເອເລັກໂຕຣນິກ ໃຫ້ຂັ້ນແຂວງ ແລະເມືອງ ໄດ້ປ້ອນຂໍ້ມູນເຂົ້າໃນລະບົບ;ວຽກງານຄຸ້ມຄອງອົງການຈັດຕັ້ງທາງສັງຄົມກະຊວງພາຍໃນ ໄດ້ອອກນິຕິກໍາສະເພາະທີ່ກ່ຽວຂ້ອງຈໍານວນໜຶ່ງ ເຊັ່ນ: ຂໍ້ຕົກລົງວ່າດ້ວຍການອະນຸມັດສ້າງຕັ້ງຮັບຮອງກົດລະບຽບ ແລະ ຄະນະບໍລິຫານສະມາຄົມ, ມູນນິທິ ທີ່ສ້າງຕັ້ງໃໝ່ ຈໍານວນ 6 ສະມາຄົມ5 ມູນນິທິ, ມາຮອດປັດຈຸບັນ ມີສະມາຄົມ ແລະ ມູນນິທິ ຈໍານວນ 273 ຫົວໜ່ວຍ, ວຽກງານຄຸ້ມຄອງລັດຖະກອນໄດ້ຄົ້ນຄວ້າອອກນິຕິກໍາຜັນຂະຫຍາຍຍຸດທະສາດວຽກງານຄຸ້ມຄອງລັດຖະກອນ; ໄດ້ສ້າງບົດຄົ້ນຄວ້າລະບົບການສອບເສັງບັນຈຸລັດຖະກອນໃໝ່ແບບທັນສະໄໝ;ໄດ້ສະເໜີລັດຖະບານອະນຸມັດໂຕເລກລັດຖະກອນໃໝ່ປະຈໍາປີ 2023 ຈໍານວນ 800 ໂກຕາ,ຈັດພິມ ແລະ ແຈກຢາຍບັດພະນັກງານ-ລັດຖະກອນ ໃຫ້ກະຊວງ-ອົງການ ແລະ ທ້ອງຖິ່ນ ໄດ້ 6.307 ບັດ, ປັດຈຸບັນ ມີພະນັກງານ-ລັດຖະກອນ ໄດ້ຮັບບັດຈໍານວນ 34.467 ບັດ ເທົ່າກັບ 33,65% ຂອງລັດຖະກອນທັງໝົດທົ່ວປະເທດ;ໄດ້ສຳເລັດການວັດແທກ (GPS) ເພື່ອເຊື່ອມໂຍງກັບພາກພື້ນອາຊີ-ປາຊີຟິກ ແລະ ສຳເລັດການຈັດຕັ້ງປະຕິບັດວຽກງານໂຄງການສ້າງແຜນທີ່ມາດຕາສ່ວນ1/2.000ເຂດເສດຖະກິດພິເສດສະຫວັນ-ເຊໂນ, ຕົກແຕ່ງ-ແຕ້ມ, ສ້າງແຜນທີ່ຂໍ້ມູນຂ່າວສານພູມສາດມາດຕາສ່ວນ 1/10.000 ເມືອງຄໍາເກີດ ແຂວງບໍລິຄໍາໄຊ;ໄດ້ຕິດຕາມ, ຊຸກຍູ້ການເປີດຂະບວນການແຂ່ງຂັນ ຮັກຊາດ ແລະ ພັດທະນາ ຂອງກະຊວງ-ອົງການ, ແຂວງ ແລະ ນະຄອນຫຼວງວຽງຈັນ, ໄດ້ເບີກຈ່າຍວັດຖຸຍ້ອງຍໍ ຈໍານວນ 598 ຫຼຽນ ແລະ ໃບຍ້ອງຍໍຈໍານວນ 59 ໃບ ໃນນີ້ ມີຫຼຽນຄໍາແຫ່ງຊາດ 1 ໜ່ວຍ ແລະ ຫຼຽນໂພໄຊລ້ານຊ້າງ 1 ໜ່ວຍ.

ທ່ານ ກິແກ້ວ ໄຂຄຳພິທູນ ກຳມະການກົມການເມືອງສູນກາງພັກຮອງນາຍົກລົດຖະມົນຕີຜູ້ຊີ້ນຳວຽກງານການປົກຄອງ ແລະ ວັດທະນະທໍາ-ສັງຄົມ ໄດ້ໃຫ້ທິດຊີ້ນໍາຕໍ່ກອງປະຊຸມ ຊຶ່ງທ່ານໄດ້ເນັ້ນບາງບັນຫາ ຄື: ໜຶ່ງ: ເສີມຂະຫຍາຍບົດບາດການນໍາພາຂອງຄະນະພັກ, ຄະນະນຳແຕ່ລະຂັ້ນແລະຄວາມເປັນແບບຢ່າງໃຫ້ພະນັກງານ-ລັດຖະກອນ,ເອົາໃຈໃສ່ສຶກສາອົບຮົມວຽກງານການເມືອງແນວຄິດໃຫ້ພະນັກງານ-ລັດຖະກອນຂະແໜງການພາຍໃນກຳແໜ້ນແລະເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບແນວທາງນະໂຍບາຍຂອງພັກແລະການບໍລິຫານຄຸ້ມຄອງລັດໃນໄລຍະໃໝ່ໃຫ້ມີວິທະຍາສາດ ແລະ ຫັນເປັນທັນສະໄໝເທື່ອລະກ້າວ ບົນຈິດໃຈຫ້າວຫັນ,ມີຈັນຍາບັນໃນໜ້າທີ່, ຄວາມຊື່ສັດ, ມີນໍ້າໃຈບໍລິການຮັບໃຊ້ ແລະ ແບບແຜນວິທີເຮັດວຽກຢ່າງຖືກຕ້ອງຕາມຫຼັກການ ໃຫ້ສອດຄ່ອງກັບຄວາມຮຽກຮ້ອງຕ້ອງການກັບວຽກງານຕົວຈິງ, ມີຫົວຄິດປະດິດສ້າງ,ກ້າຄິດ, ກ້າເຮັດແລະກ້າຮັບຜິດຊອບໃນການປະຕິບັດວຽກງານຂອງຕົນ,ສອງ: ເພີ່ມທະວີຄວາມຮັບຜິດຊອບໃນການຊຸກຍູ້ ແລະ ຕິດຕາມ ການປັບປຸງກົງຈັກການຈັດຕັ້ງໃນທົ່ວລະບົບການເມືອງ ຂັ້ນສູນກາງ ແລະ ທ້ອງຖິ່ນ ຕາມທິດກົງຈັກກະທັດຮັດ, ໜັກແໜ້ນ, ເຂັ້ມແຂງ ແລະ ເຄື່ອນໄຫວມີປະສິດທິພາບບົນພື້ນຖານການສ້າງຍຸດທະສາດການປັບປຸງກົງຈັກ,ກໍານົດຕໍາແໜ່ງງານໃຫ້ເໝາະສົມກັບວິຊາສະເພາະທີ່ຕ້ອງການ,ສອດຄ່ອງໜ້າວຽກຕົວຈິງ,ການປັບປຸງການຈັດຕັ້ງຕ້ອງຕິດພັນກັບການສ້າງແຜນສັບຊ້ອນ-ຈັດວາງບຸກຄະລາກອນ ໂດຍສະເພາະລັດຖະກອນທີ່ມີຕຳແໜ່ງບໍລິຫານໃຫ້ຖືກຕ້ອງຕາມທິດນຳຂອງພັກທີ່ວ່າ: ມີຂຶ້ນ-ມີລົງ, ມີເຂົ້າ-ມີອອກ ແລະ ມີການເຄື່ອນຍ້າຍບ່ອນປະຈຳການຕາມເງື່ອນໄຂຕົວຈິງ, ສາມ: ເອົາໃຈໃສ່ເປັນເຈົ້າການໃນການຈັດຕັ້ງປະຕິບັດກົດໝາຍ ແລະ ລະບຽບການຕ່າງໆກ່ຽວກັບວຽກງານຄຸ້ມຄອງລັດຖະກອນຢ່າງເຂັ້ມງວດ ແລະ ສືບຕໍ່ຄົ້ນຄວ້າປັບປຸງບັນດານິຕິກຳທີ່ບໍ່ທັນສອດຄ່ອງ, ສ້າງກົນໄກ ແລະ ວິທີການຄຸ້ມຄອງພະນັກງານ-ລັດຖະກອນ ຫັນເປັນລະບົບທັນສະໄໝຫຼາຍຂຶ້ນທັງຢູ່ສູນກາງ ແລະ ທ້ອງຖິ່ນ,ຄົ້ນຄວ້າມາດຕະການ ແລະ ວິທີການຫຼຸດຜ່ອນຈໍານວນພົນ ໃນກົງຈັກລັດ (ຈາກປັດຈຸບັນ 2,4%ຂອງພົນລະມືອງ ໃຫ້ເຫຼືອ 2,2% ຂອງພົນລະເມືອງ ໃນປີ 2025),ສີ່: ສືບຕໍ່ປັບປຸງ ແລະ ສ້າງນິຕິກໍາຮັບໃຊ້ວຽກງານ 3 ສ້າງ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດໃນຕໍ່ໜ້າ ໂດຍສະເພາະການແບ່ງຂັ້ນຄຸ້ມຄອງ ແລະ ກົນໄກການປະສານງານ ລະຫວ່າງຂະແໜງການດ້ວຍກັນ, ສູນກາງ ກັບທ້ອງຖິ່ນ ໃນການປົກຄອງດ້ວຍກົດໝາຍ, ມອບຄວາມຮັບຜິດຊອບໃຫ້ທ້ອງຖິ່ນຫຼາຍຂຶ້ນ, ມອບໃຫ້ກະຊວງພາຍໃນເປັນໃຈກາງຊຸກຍູ້ບັນດາກະຊວງ, ອົງການ; ນະຄອນຫຼວງວຽງຈັນ, ແຂວງ; ນະຄອນ, ເມືອງ ແລະ ບ້ານ ໃຫ້ສືບຕໍ່ຈັດຕັ້ງປະຕິບັດວຽກງານ 3 ສ້າງ ໂດຍການລົງຕິດຕາມ, ຊຸກຍູ້ ຊີ້ນໍາ ຂັ້ນທ້ອງຖິ່ນໃນດ້ານທີ່ຍັງບໍ່ທັນບັນລຸເງື່ອນໄຂເທື່ອ. ຫ້າ: ເອົາໃຈໃສ່ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງພົນລະເມືອງ ໂດຍການຈັດຕັ້ງປະຕິບັດບັນດາກິດຈະກຳໃນການຈົດທະບຽນການເກີດ, ການແຕ່ງດອງ, ການຢ່າຮ້າງ, ການເສຍຊີວິດແລະການຍົກຍ້າຍຕາມລະບຽບການທີ່ມີແລ້ວໃຫ້ກວ້າງຂວາງແລະເປັນຮູບປະທຳຫຼາຍຂຶ້ນ,ຫົກ:ຍົກສູງຄຸນນະພາບວຽກງານແຂ່ງຂັນ-ຍ້ອງຍໍໃນໄລຍະໃໝ່ໃຫ້ຖືກຕາມທິດນໍາຂອງພັກ ດ້ວຍການປັບປຸງກົນໄກ, ວິທີການ ແລະ ຂັ້ນຕອນປະເມີນການແຂ່ງຂັນ, ການຄັດເລືອກການຍ້ອງຍໍໃຫ້ມີປະສິດທິພາບແລະປະສິດທິຜົນ, ການຍ້ອງຍໍຜົນງານຕ້ອງຕິດພັນກັບຜົນສໍາເລັດຕົວຈິງໃນການຈັດຕັ້ງປະບັດວຽກງານໃນແຕ່ລະໄລຍະ, ເຈັດ: ເອົາໃຈໃສ່ສືບຕໍ່ຕິດຕາມການແກ້ໄຂບັນຫາເຂດແດນເຊື່ອມຕໍ່ ໂດຍສະເພາະຈຸດທີ່ຍັງບໍ່ທັນໄດ້ຮັບການແກ້ໄຂ ແລະ ເປັນເອກະພາບ ເປັນຕົ້ນແມ່ນເຂດແດນເຊື່ອມຕໍ່ລະຫວ່າງແຂວງກັບແຂວງ, ເມືອງກັບເມືອງ. ມອບໃຫ້ກະຊວງພາຍໃນ ເປັນເຈົ້າການປະສານສົມທົບກັບບັນດາແຂວງ, ນະຄອນຫຼວງ ກວດກາລະອຽດຄືນຈຸດໃດທີ່ຍັງຄົງຄ້າງ ແລະ ແກ້ໄຂບໍ່ຕົກ ເພື່ອລາຍງານຂໍທິດຊີ້ນຳຈາກລັດຖະບານໃນເວລາອັນຄວນ,ແປດ: ເອົາໃຈໃສ່ຈັດຕັ້ງຜັນຂະຫຍາຍກົດໝາຍວ່າດ້ວຍເອກະສານທາງການ ເພື່ອເຜີຍແຜ່, ແນະນໍາໃຫ້ອົງການຈັດຕັ້ງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງເຊື່ອມຊຶມໃຫ້ເຂົ້າໃຈ ແລະ ຈັດຕັ້ງປະຕິບັດໃຫ້ເປັນຮູບປະທຳ. ພ້ອມກັນນັ້ນ, ກໍຕ້ອງນຳໃຊ້ເຕັກໂນໂລຊີທີ່ທັນສະໄໝ ເຂົ້າໃນການຄຸ້ມຄອງເອກະສານທາງການໃຫ້ມີປະສິດທິພາບ ແລະ ກວ້າງຂວາງຫຼາຍຂຶ້ນ,ເກົ້າ: ສືບຕໍ່ເພີ່ມທະວີການຮ່ວມມືກັບຕ່າງປະເທດ ໂດຍສະເພາະບັນດາປະເທດເພື່ອນມິດຍຸດທະສາດໃຫ້ການສະໜັບສະໜູນເຂົ້າໃນວຽກງານການປົກຄອງ-ບໍລິຫານລັດ ກໍຄືວຽກງານຂອງຂະແໜງການພາຍໃນ ໃຫ້ຫຼາຍຂຶ້ນ,ສິບ:ຕ້ອງໄດ້ສຸມໃສ່ສືບຕໍ່ປັບປຸງ ແລະ ຈັດຕັ້ງປະຕິບັດ ເຊັ່ນ: ວຽກງານຊົນເຜົ່າ, ສາສະໜາ, ວຽກງານອົງການຈັດຕັ້ງສັງຄົມ, ກົງຈັກການຈັດຕັ້ງຂອງເຂດຖະກິດພິເສດ, ກົງຈັກການຈັດຕັ້ງດ່ານຊາຍແດນ ແລະ ສະໜາມບິນສາກົນ ໃຫ້ມີປະສິດທິພາບ.

ວາລະປະຊຸມ, ຍັງໄດ້ຮັບຟັງລາຍງານ ການຈັດຕັ້ງປະຕິບັດວຽກງານເຂດແດນເຊື່ອມຕໍ່ ຂອງແຂວງໄຊສົມບູນ,ການຈັດຕັ້ງປະຕິບັດວຽກງານການກໍານົດຕໍາແໜ່ງງານ ຂອງແຂວງໄຊຍະບູລີ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວແບບທັນສະໄໝ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ການຈັດຕັ້ງປະຕິບັດວຽກງານການບໍລິຫານຜ່ານປະຕູດຽວ ຢູ່ເມືອງບາຈຽງຈະເລີນສຸກແຂວງຈໍາປາສັກ ແລະ ມີພິທີມອບໃບຍ້ອງຍໍ ໃຫ້ແກ່ ເມືອງບາຈຽງຈະເລີນສຸກ ແຂວງຈໍາປາສັກ ແລະ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຕື່ມອີກ.

(ຂ່າວ: ກະຊວງພາຍໃນ, ພາບ: ແສງຈັນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments