Saturday, July 27, 2024
Homeຂ່າວຕ່າງປະເທດສປຊ ຮຽກຮ້ອງຄວາມສະເໝີພາບລະຫວ່າງ ຍິງ - ຊາຍ ໃນຂົງເຂດວິທະຍາສາດ

ສປຊ ຮຽກຮ້ອງຄວາມສະເໝີພາບລະຫວ່າງ ຍິງ – ຊາຍ ໃນຂົງເຂດວິທະຍາສາດ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ໃນວັນທີ 11 ກຸມພາ ຜ່ານມາ, ເນື່ອງໃນໂອກາດວັນແມ່ຍິງ ແລະ ເດັກຍິງສາກົນ ໃນຂົງເຂດວິທະຍາສາດ, ທ່ານ ອັນໂຕນີໂອ ກູເຕີເຣສ ເລຂາທິການໃຫຍ່ ສປຊ ໄດ້ສົ່ງສານ, ເນັ້ນໜັກເຖິງຄວາມສຳຄັນຂອງຄວາມສະເໝີພາບລະຫວ່າງຍິງ – ຊາຍ ໃນຂົງເຂດນີ້. ຂ່າວລະບຸວ່າ: ສປຊ ຖືວ່າ: ຄວາມສະເໝີພາບລະຫວ່າງຍິງ – ຊາຍ ໃນຂົງເຂດວິທະຍາສາດ ແມ່ນບັນຫາຫຼັກແຫຼ່ງເພື່ອສ້າງອະນາຄົດທີ່ດີງາມກວ່າເກົ່າໃຫ້ແກ່ທຸກໆຄົນ. ເຖິງວ່າມີບົດບາດສຳຄັນໃນຂົງເຂດວິທະຍາສາດ, ແຕ່ແມ່ຍິງ ແລະ ເດັກຍິງຕ້ອງປະເຊີນໜ້າກັບຫຼາຍຮົ້ວກີດຂວາງ ແລະ ຄວາມຄິດຕາຍຕົວມີລັກສະນະບໍ່ເປັນລະບົບໃນການເຮັດວຽກ. ທ່ານເລຂາທິການໃຫຍ່ ສປຊ ໄດ້ຍົກໃຫ້ເຫັນຄວາມຜິດດ່ຽງຢ່າງຈະແຈ້ງໃນປະຊາຄົມນັກວິທະຍາສາດ, ປັດຈຸບັນ, ແມ່ຍິງກວມເອົາພຽງປະມານ 30% ຂອງຈຳນວນນັກວິທະຍາສາດໃນທົ່ວໂລກເທົ່ານັ້ນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments