Saturday, July 27, 2024
Homeທຸລະກິດຈຳປາສັກກຽມສະເຫຼີມສະຫຼອງ ກາເຟລາວແລະ ຄວາມເປັນເລີດດ້ານກະສິກຳ

ຈຳປາສັກກຽມສະເຫຼີມສະຫຼອງ ກາເຟລາວແລະ ຄວາມເປັນເລີດດ້ານກະສິກຳ

ແຂວງຈໍາປາສັກກຽມຄວາມພ້ອມໃນການສະເຫຼີມສະຫຼອງກາເຟ, ຊາແລະ ຜົນຜະລິດກະສິກຳຂອງລາວ ໃນບຸນກາເຟ, ຊາ ແລະ ຜົນຜະລິດກະສິກຳພູພຽງບໍລະເວນ ຊຶ່ງຈະຈັດຂຶ້ນໃນວັນທີ 21-23 ກຸມພາ 2024 ທີ່ອານຸສາວະລີ ທ່ານ ສີທົນກົມມະດຳ ເມືອງປາກຊ່ອງ, ງານຄັ້ງນີ້ ຈັດຂຶ້ນໂດຍພະແນກອຸດສາຫະກຳ ແລະ ການຄ້າ ແຂວງ, ພະແນກກະສິກຳ ແລະ ປ່າໄມ້ ແຂວງ ແລະ ສະມາຄົມກາເຟລາວ ແນໃສ່ຮັດແໜ້ນການເຊື່ອມໂຍງລະຫວ່າງກາເຟ, ຊາ, ຜະລິດຕະພັນກະສິກຳ ແລະ ການທ່ອງທ່ຽວ ເພື່ອສົ່ງເສີມຂະແໜງກະສິກຳ ແລະ ການທ່ອງທ່ຽວຂອງພາກພື້ນ ໂດຍເນັ້ນໃສ່ປູກຝັງສະພາບແວດລ້ອມແຫ່ງການພັດທະນາກະສິກຳທີ່ດີເດັ່ນ ໄປຄຽງຄູ່ກັບທັດສະນີຍະພາບການທ່ອງທ່ຽວທີ່ອຸດົມສົມບູນ.

ໃນງານຄັ້ງນີ້, ຜູ້ເຂົ້າຮ່ວມຈະໄດ້ຟັງການສົນທະນາກ່ຽວກັບກາເຟ ພາຍໃຕ້ຫົວຂໍ້ຕ່າງໆເຊັ່ນ: ເສັ້ນທາງການພັດທະນາກາເຟພິເສດຂອງລາວ, ເສັ້ນທາງຂອງການເປັນ Barista ມືອາຊີບໃຫ້ແກ່ໄວໜຸ່ມ, ການສົ່ງເສີມຊາວສວນ ເພື່ອຍົກສະມັດຖະພາບການຜະລິດກາເຟ ແລະ ວິທີການຜະລິດກາເຟຄຸນນະພາບ ແລະ ເງື່ອນໄຂຄັດເລືອກເມັດກາເຟພິເສດ ເພື່ອສ້າງໃຫ້ເກີດແຮງບັນດານໃຈ ແລະຄວາມເຂົ້າໃຈກ່ຽວກັບກາເຟ. ນອກນີ້, ຍັງມີຈຸດປະສົງເພື່ອສົ່ງເສີມຊຸມຊົນຜູ້ຮັກ ແລະ ມີຄວາມສົນໃຈກ່ຽວກັບກາເຟ.

ງານສະເຫຼີມສະຫຼອງກາເຟ, ຊາ ແລະ ຜົນຜະລິດກະສິກຳ ປະຈຳປີ 2024 ແມ່ນເປີດໃຫ້ຜູ້ທີ່ມີຄວາມສົນໃຈ, ເຈົ້າຂອງທຸລະກິດ ແລະ ຜູ້ທີ່ມີຄວາມສົນໃຈມາຮ່ວມ.

ສອບຖາມຂໍ້ມູນເພີ່ມເຕີມ, ກະລຸນາຕິດຕໍ່ຫາ:ທ່ານ ສີວິໄຊ ໄຊຍະແສງຫົວໜ້າຫ້ອງການ, ສະມາຄົມກາເຟລາວໂທ: +856 20 55 856 619

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments