Saturday, July 27, 2024
Homeຂ່າວຕ່າງປະເທດພື້ນຖານເສດຖະກິດ ຣັດເຊຍ ລື່ນກາຍລະດັບສະເລ່ຍຂອງໂລກ

ພື້ນຖານເສດຖະກິດ ຣັດເຊຍ ລື່ນກາຍລະດັບສະເລ່ຍຂອງໂລກ

ຕາມສຳນັກຂ່າວສານຫວຽດນາມ ປະຈຳ ມົສກູ, ທ່ານ ວາລະດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໄດ້ຢືນຢັນໃນວັນທີ 12 ກຸມພາ ຜ່ານມາ ວ່າ: ຈັງຫວະການເຕີບໂຕຂອງເສດຖະກິດ ຣັດເຊຍ ໃນປີ 2023 ແມ່ນ 3,6%, ລື່ນກາຍລະດັບສະເລ່ຍຂອງໂລກ. ການນຳ ຣັດເຊຍ ປະກາດໃຫ້ຮູ້ວ່າ: ການເຕີບໂຕດ້ານເສດຖະກິດໃນປີຜ່ານມາສູງກວ່າການຄາດຄະເນ. ຍອດຜະລິດຕະພັນພາຍໃນປະເທດ (GDP) ຂອງຣັດເຊຍ ເພີ່ມຂຶ້ນຕື່ມອີກ. ອີງຕາມຂໍ້ມູນຫຼ້າສຸດແມ່ນ 3,6%.

ຂ່າວລະບຸວ່າ: ທ່ານ ວາລະດີເມຍ ປູຕິນ ໃຫ້ຂໍ້ສັງເກດວ່າ: ອັດຕາການເຕີບໂຕເສດຖະກິດທົ່ວໂລກສະເລ່ຍແມ່ນ 3% ໃນຂະນະທີ່ອັດຕາການເຕີບໂຕເສດຖະກິດຂອງບັນດາປະເທດພັດທະນາແມ່ນ 1,5%. ທ່ານກ່າວວ່າ:ມັນເປັນສິ່ງສຳຄັນທີ່ສຸດທີ່ຈັງຫວະການເຕີບໂຕບັນລຸໄດ້ໂດຍອີງໃສ່ແຫຼ່ງກຳລັງພາຍໃນ. ປະລິມານການຜະລິດອຸດສາຫະກຳເພີ່ມຂຶ້ນ 3,5% ເມື່ອທຽບໃສ່ປີຜ່ານມາ. ຂະນະດຽວກັນ, ອຸດສາຫະກຳປຸງແຕ່ງເພີ່ມຂຶ້ນ 7,5%. ທ່ານເນັ້ນໜັກວ່າ: ບຸລິມະສິດຂອງຣັດເຊຍ ຍັງຄົງແມ່ນການເພີ່ມລາຍຮັບ ແລະ ຄຸນນະພາບຊີວິດຂອງປະຊາຊົນຣັດເຊຍ ຕະຫຼອດຈົນຄວາມເປັນຢູ່ທີ່ດີຂອງຄອບຄົວ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments