Saturday, July 27, 2024
Homeຂ່າວພາຍໃນບໍລິສັດທາງລົດໄຟລາວ-ຈີນ ຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023

ບໍລິສັດທາງລົດໄຟລາວ-ຈີນ ຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023

ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ ໄດ້ຈັດພິທີມອບໃບຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າປະຈຳປີ 2023 ຂຶ້ນເມື່ອບໍ່ດົນມານີ້ ທີ່ບໍລິສັດດັ່ງກ່າວ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ມອບໃບຍ້ອງຍໍຂອງທ່ານ ຫຼິວ ຫົງ ຜູ້ອຳນວຍການໃຫຍ່ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ, ມີຮອງຜູ້ອຳນວຍການ,ຜູ້ຕາງໜ້າຈາກບໍລິສັດກ່ຽວຂ້ອງເຂົ້າຮ່ວມ.

ທ່ານ ຫຼິວ ຫົງ ກ່າວວ່າ: ໃນປີ 2023 ເປັນປີທີ່ບໍລິສັດທາງລົດໄຟລາວ-ຈີນໄດ້ທຸ່ມເທເຫື່ອແຮງຢ່າງໜັກໃນການດຳເນີນການ ແລະ ໄດ້ຮັບຜົນສຳເລັດຢ່າງຈົບງາມ, ເມື່ອຫວນຄືນໃນໄລຍະປີທີ່ຜ່ານມາດ້ວຍຄວາມສາມັກຄີເປັນເອກະພາບກັນຂອງພະນັກງານທາງລົດໄຟໝົດທຸກຄົນຈຶ່ງເຮັດໃຫ້ການດໍາເນີນການມີຄວາມປອດໄພ ແລະ ບັນລຸຕາມເປົ້າໝາຍມາເປັນປີທີສອງພ້ອມຍົກສູງການບໍລິການຂົນສົ່ງທີ່ດີຂຶ້ນດ້ານປະລິມານການຂົນສົ່ງໂດຍສານ ແລະ ສິນຄ້າກໍເພີ່ມຂຶ້ນຢ່າງຕໍ່ເນື່ອງ;ຮັບໃຊ້ວຽກງານຂອງລັດຖະບານລາວໃນການເປັນເຈົ້າພາບຈັດກອງປະຊຸມໃຫຍ່, ຮັບໃຊ້ການພັດທະນາດ້ານອຸດສາຫະກຳການຂົນສົ່ງ ແລະ ການທ່ອງທ່ຽວຂອງລາວຢ່າງຕັ້ງໜ້າປະກອບສ່ວນຢ່າງຫ້າວຫັນໃນການຊ່ວຍເຫຼືອສັງຄົມ, ສ້າງທາງລົດໄຟລາວ-ຈີນໃຫ້ເປັນເສັ້ນທາງແຫ່ງການພັດທະນາ, ເສັ້ນທາງແຫ່ງຄວາມຜາສຸກ ແລະ ເສັ້ນທາງແຫ່ງມິດຕະພາບຂອງປະຊາຊົນສອງຊາດລາວ-ຈີນຢ່າງແທ້ຈິງ.

ທ່ານເນັ້ນໜັກຕື່ມວ່າ: ປີນີ້ເຂົ້າເປັນປີທີສາມຂອງການເປີດດຳເນີນງານຂອງບໍລິສັດທາງລົດໄຟລາວ-ຈີນ, ບໍລິສັດທາງລົດໄຟລາວ-ຈີນ ຈະສືບຕໍ່ຢຶດໝັ້ນເອົາທິດຊີ້ນຳຂອງການນຳສູງສຸດສອງພັກ-ສອງຊາດລາວ-ຈີນປະຕິບັດຕາມແຜນແມ່ບົດການສ້າງຄູ່ຮ່ວມຊາຕາກຳລາວ-ຈີນປະຕິບັດວຽກງານໃຫ້ມີຄວາມກ້າວໜ້າຖືຄວາມປອດໄພເປັນຫຼັກ, ດຳເນີນງານລົດໄຟໃຫ້ມີປະສິດທິພາບຕາມເປົ້າໝາຍທີ່ວາງໄວ້, ຢຶດໝັ້ນໃນການແບ່ງປັນຕໍ່ສັງຄົມ ຈະບັນລຸເປົ້າໝາຍເຫຼົ່ານີ້ໄດ້ພະນັກງານລາວ-ຈີນທຸກພາກສ່ວນຕ້ອງໄດ້ອຸທິດຕົນພ້ອມນັ້ນໃນອະນາຄົດອັນໃກ້ນີ້ບໍລິສັດມີແຜນຈະບັນລຸເປົ້າໝາຍສ້າງພະນັກງານຄົນລາວພາກສະໜາມໃຫ້ຂຶ້ນມາຮັບຕຳແໜ່ງຄຸ້ມຄອງບໍລິຫານ ປະກອບສ່ວນຊຸກຍູ້ການພັດທະນາທາງລົດໄຟລາວ-ຈີນໃຫ້ມີຄຸນນະພາບສູງ, ສ້າງຄູ່ຮ່ວມຊາຕາກຳລາວ-ຈີນໃຫ້ເຂົ້າສູ່ລ່ວງເລິກ ແລະ ສ້າງຊີວິດໃໝ່ທີ່ມີຄວາມຜາສຸກ ແລະ ງົດງາມໃຫ້ແກ່ປະຊາຊົນສອງຊາດລາວ-ຈີນ.

ໃນພິທີໄດ້ມີການມອບໃບຍ້ອງຍໍໃຫ້ແກ່ການຈັດຕັ້ງລວມໝູ່ທີ່ມີຄວາມກ້າວໜ້າຂັ້ນ1ໃຫ້ແກ່ສູນຄຸ້ມຄອງດຳເນີນການນະຄອນຫຼວງວຽງຈັນ, ສູນຄຸ້ມຄອງບຳລຸງຮັກສາແລະສ້ອມແປງຫຼວງພະບາງ; ມອບໃບຍ້ອງຍໍຜົນງານພົ້ນເດັ່ນໃນການດໍາເນີນການທາງລົດໄຟຢ່າງປອດໄພຂັ້ນ2ແລະ3ໃຫ້ແກ່ຂະແໜງພື້ນຖານໂຄງລ່າງຂອງສອງສູນຫຼາຍກວ່າ 15ລາງວັນ; ມອບໃບຍ້ອງຍໍພະນັກງານທີ່ມີຄວາມກ້າວໜ້າທັງໝົດ88ທ່ານ; ມອບໃບຍ້ອງຍໍພະນັກງານເຕັກນິກວິຊາສະເພາະດີເດັ່ນ ແລະບຸກຄົນລວມທັງໝົດ18ຄົນ; ມອບໃບຍ້ອງຍໍຫົວໜ້າໜ່ວຍງານທີ່ມີຄວາມກ້າວໜ້າແລະບຸກຄົນລວມທັງໝົດ16ຄົນ, ນອກນີ້ຍັງມອບລາງວັນໂຄສະນາເຜີຍແຜ່ຂໍ້ມູນຂ່າວສານທາງລົດໄຟສຳລັບໜ່ວຍງານແລະບຸກຄົນຕື່ມອີກ.

(ຂ່າວ: ວັນເພັງ, ຂໍ້ມູນ: ທາງລົດໄຟລາວ-ຈີນ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments