Saturday, July 27, 2024
Homeຂ່າວຕ່າງປະເທດແອວນີໂຢ ເຮັດໃຫ້ລາຄາໂກໂກ້ໂລກແພງທຳລາຍສະຖິຕິ

ແອວນີໂຢ ເຮັດໃຫ້ລາຄາໂກໂກ້ໂລກແພງທຳລາຍສະຖິຕິ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ລາຄາຊື້-ຂາຍໂກໂກ້ໃນຕະຫຼາດໂລກສ້າງສະຖິຕິສູງສຸດເປັນປະຫວັດສາດ ເຖິງ 4.786 ປອນຕໍ່ໂຕນ ໂດຍມີສາເຫດຫຼັກມາຈາກປະກົດການແອວນີໂຢ.

ສັນຍາຊື້-ຂາຍລ່ວງໜ້າໂກໂກ້ໃນຕະຫຼາດລອນດອນນະຄອນຫຼວງຂອງປະເທດອັງກິດຢູ່ທີ່ 4.786 ປອນຕໍ່ໂຕນ ຊຶ່ງເປັນສະຖິຕິສູງສຸດເປັນປະຫວັດສາດຄັ້ງໃໝ່. ຂະນະທີ່ສັນຍາຊື້-ຂາຍລ່ວງໜ້າໂກໂກ້ໃນຕະຫຼາດນະຄອນນິວຢອກອາເມຣິກາເຮັດໃຫ້ລາຄາເພີ່ມຂຶ້ນຢູ່ທີ່ 6.030 ໂດລາ ເປັນສະຖິຕິສູງທີ່ສຸດໃນຮອບ 46 ປີ. ທາງດ້ານຜູ້ສັງເກດການວິເຄາະໄປໃນທິດທາງດຽວກັນວ່າ ການທີ່ລາຄາໂກໂກ້ໃນຕະຫຼາດໂລກເພີ່ມສູງເປັນປະຫວັດສາດແນ່ນອນວ່າຈະສົ່ງຜົນໃຫ້ລາຄາຊັອກໂກແລັດ ແລະ ຜະລິດຕະພັນທີ່ມີສ່ວນປະສົມຂອງໂກໂກ້ແພງຂຶ້ນຢ່າງຫຼີກລ່ຽງບໍ່ໄດ້ ແລະ ສະຖານະການທີ່ເກີດຂຶ້ນຍິ່ງເນັ້ນຢ້ຳຄວາມຮຸນແຮງຂອງປະກົດການແອວນີໂຢ ຊຶ່ງສົ່ງຜົນກະທົບຕໍ່ການປູກຝັງ ແລະ ເກັບກ່ຽວໂກໂກ້ໃນລະດູການ 2023-2024 ໜ້າຈະຫຼຸດລົງເປັນປີທີ 3 ຕິດຕໍ່ກັນ ເນື່ອງຈາກປະກົດການແອວນີໂຢຈະຍັງຄົງຢູ່ຈົນເຖິງເດືອນເມສານີ້. ນອກຈາກນັ້ນ, ບົດລາຍງານລະບຸວ່າ: ຊາວກະສິກຳໃນພາກພື້ນຕາເວັນຕົກຂອງທະວີບອາຟຣິກາທີ່ເປັນພື້ນທີ່ປູກໂກໂກ້ແຫ່ງສຳຄັນຂອງໂລກກວດພົບພະຍາດພືດເກີດຂຶ້ນກັບໂກໂກ້ຫຼາຍຄັ້ງດ້ວຍ.

ອີກຢ່າງໜຶ່ງ, ການສົ່ງອອກໂກໂກ້ຂອງIvory Coast ປະເທດຜູ້ຜະລິດ ແລະ ສົ່ງອອກໂກໂກ້ລາຍໃຫຍ່ທີ່ສຸດຂອງໂລກໃນລະຫວ່າງເດືອນຕຸລາ 2023 ຈົນເຖິງທ້າຍເດືອນມັງກອນ 2024 ຫຼຸດລົງ 35% ເມື່ອທຽບກັບໄລຍະເວດຽວກັນຂອງປີຜ່ານມາ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments