Saturday, July 27, 2024
Homeຂ່າວໜ້າໜຶ່ງແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ການປະຕິບັດສອງໜ້າທີຍຸດທະສາດ

ແນວຄິດຊີ້ນຳຂອງ ປະທານ ຄຳໄຕ ສີພັນດອນ ຕໍ່ການປະຕິບັດສອງໜ້າທີຍຸດທະສາດ

ປະທານ ຄຳໄຕ ສີພັນດອນແມ່ນນັກປະຕິວັດ ແລະ ຜູ້ນຳຮຸ່ນທຳອິດຂອງພັກເຮົາ ທ່ີມີຄວາມປີຊາສາມາດ, ອົງອາດກ້າແກ່ນ, ມີຄວາມສຸຂຸມຮອບຄອບ ແລະ ໜັກແໜ້ນໃນທຸກສະຖານະການ; ເພ່ິນທັງແມ່ນນັກຍຸດທະສາດ, ນັກຍຸດໂທບາຍທີ່ຄາດຄະເນສະພາບການໄກ, ຄ່ອງແຄ່ວ, ວ່ອງໄວ ທັງມີຄວາມປະດິດສ້າງໃນການວາງແນວທາງການເມືອງ, ວາງຍຸດທະສາດການທະຫານເຂົ້າກັບເງື່ອນໄຂ ແລະ ຈຸດພິເສດຕົວຈິງຂອງປະເທດຊາດໃນແຕ່ລະໄລຍະຢ່າງຖືກຕ້ອງດັ່ງນັ້ນ, ພາຍຫລັງປະເທດຊາດໄດ້ຮັບການປົດປ່ອຍຢ່າງສົມບູນ ໂດຍໄດ້ຮັບການມອບໝາຍຈາກພັກ, ໄດ້ຮັບຄວາມເຊື່ອໝັ້ນໄວ້ວາງໃຈຈາກກອງທັບ ແລະ ປະຊາຊົນລາວບັນດາເຜົ່າ, ປະທານ ຄໍາໄຕ ສີພັນດອນ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນກຳມະການກົມການເມືອງສູນກາງພັກ, ໄດ້ຮັບແຕ່ງຕັ້ງເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ ແລະ ສືບຕໍ່ເປັນຜູ້ບັນຊາ ການສູງສຸດກອງທັບປະຊາຊົນລາວ.

ດ້ວຍຄວາມຮັບຜິດຊອບສູງ  ແລະ ມີປະສົບການສູງຕໍ່ໜ້າທີ່ອັນສໍາຄັນດັ່ງກ່າວ ເພິ່ນໄດ້ຄຽງບ່າຄຽງໄຫລ່  ກັບ ປະທານ ໄກສອນ ພົມວິຫານ ແລະ ບັນດາກົມການເມືອງສູນກາງພັກ ໃນການຄົ້ນຄວ້າກຳນົດທິດທາງໜ້າທີ່ຍຸດທະສາດຂອງການປະຕິວັດລາວໃນໄລຍະໃໝ່; ປະທານ ຄຳໄຕ ສີພັນດອນ ໄດ້ເປັເຈົ້າການສະເໜີໃຫ້ກົມການເມືອງສູນກາງພັກ ພິຈາລະນາຕົກລົງກ່ຽວກັບການກໍານົດສອງໜ້າທີ່ຍຸດທະສາດ ຂອງການປະຕິວັດໃນໄລຍະໃໝ່ ເຊິ່ງໃນນັ້ນຖືເອົາການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດເປັນໜ້າທີ່ສຳຄັນແຖວໜ້າຂອງການປະຕິວັດ, ຖືເອົາການພັດທະນາເສດຖະກິດ, ພັດທະນາຊັບພະຍາກອນມະນຸດເປັນໜ້າທີ່ໃຈກາງ ເຊິ່ງເປັນການກຳນົດໜ້າທີ່ຍຸດທະສາດທີ່ຖືກຕ້ອງ, ສອດຄ່ອງກັບສະພາບການຕົວຈິງຂອງການປະຕິວັດລາວ. ໃນໄລຍະແຫ່ງການປົກປັກຮັກສາປະເທດຊາດ ແລະ ສ້າງສາລະບອບໃໝ່ ປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ຄຽງບ່າຄຽງໄຫລ່ກັບປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນຄົ້ນຄວ້າວິໄຈບັນດາຈຸດພິເສດຂອງສະພາບການຢູ່ພາຍໃນປະເທດ, ບັນດາທ່າອ່ຽງຂອງຍຸກສະໄໝ ແລະ ໄດ້ກຳນົດແນວທາງຍຸດທະສາດຂອງການປະຕິວັດໃນໄລຍະໃໝ່ຢ່າງຖືກຕ້ອງ ເພື່ອນໍາພາປະເທດຊາດກ້າວໄປສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ; ໃນຂົງເຂດວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບໃນຖານະທີ່ເປັນເສນາທິການໂດຍກົງໃຫ້ສູນກາງພັກນັ້ນ ປະທານ ຄຳໄຕ ສີພັນດອນ ເປັນເຈ້ົາການໄຈ້ແຍກສະພາບການດ້ານຕ່າງໆ ໂດຍສະເພາະແມ່ນກົນອຸບາຍຂອງສັດຕູ ເພ່ິນໄດ້ສະເໜີທິດທາງໜ້າທີ່ອັນຮີບດ່ວນ ເພື່ອໃຫ້ກົມການເມືອງຄົ້ນຄວ້າ ແລະ ກຳນົດເປັນແຜນນະໂຍບາຍຂອງພັກ.

ເນື້ອໃນຂອງສອງໜ້າທີ່ຍຸດທະສາດຕາມແນວຄິດປະທານ ຄຳໄຕ ສີພັນ ດອນ ແມ່ນຖືໜ້າທີ່ປົກປັກຮັກສາປະເທດຊາດເປັນໜ້າທີ່ແຖວໜ້າຂອງການປະຕິວັດ, ແນໃສ່ປັບປຸງ, ກ່ໍສ້າງກຳລັງປະກອບອາວຸດໃຫ້ເຂັ້ມແຂງ, ສ້າງໃຫ້ທົ່ວປວງຊົນກາຍເປັນກຳລັງປ້ອງກັນຊາດ ເພື່ອສະກັດກ້ັນກົນອຸບາຍ ແລະ ການເຄ່ືອນໄຫວມ້າງເພຂອງອິດທິກຳລັງປໍລະປັກ, ກຸ່ມຄົນບໍ່ດີ; ໜ້າທີ່ສ້າງສາປະເທດຊາດ ແມ່ນການຖືເອົາປະຊາຊົນ ແລະ ເສດຖະກິດເປັນໃຈກາງຂອງການພັດທະນາ, ໃນນັ້ນເອົາການພັດທະນາຊັບພະຍາກອນມະນຸດ, ພັດທະນາປະຊາຊົນໃຫ້ມີຄວາມຮູ້ກ່ຽວກັບແນວທາງນະໂຍບາຍຂອງພັກ ເປັນເຈົ້າການຜະລິດສິນຄ້າເປັນບັນຫາກົກ ເພື່ອສ້າງປະຖົມປັດໄຈສັງຄົມນິຍົມແຕ່ຮາກຖານຂຶ້ນມາ. ພຶດຕິກຳແຫ່ງຊຸມປີຫລັງປົດປ່ອຍໄດ້ຊ້ີໃຫ້ເຫັນວ່າ ປະເທດເຮົາໄດ້ກາຍເປັນ ປ້ອມດ້ານໜ້າຂອງການປະຕິວັດຢູ່ໃນອິນດູຈີນ ແລະ ອາຊີອາຄະເນ, ປະເຊີນໜ້າໂດຍກົງກັບການເຄື່ອນໄຫວມ້າງເພທຳລາຍຂອງສັດຕູຢູ່ພາຍໃນ ແລະ ຈາກພາຍນອກ.

 ເຮັດໃຫ້ປະເທດເຮົາພົບຄວາມຫຍຸ້ງຍາກ, ສັບສົນຫລາຍຢ່າງ. ຢູ່ພາຍໃນປະເທດ ພວກທະຫານຫຸ່ນວຽງຈັນ ຈຳນວນຫລວງຫລາຍ  ຍັງບໍ່ທັນໄດ້ຮັບການສຶກສາອົບຮົມດັດສ້າງຈໍານວນໜຶ່ງໂຕນເຂົ້າປ່າ, ຈໍານວນໜຶ່ງແຕກໄປຢູ່ນໍາປະຊາຊົນຕາມທ້ອງຖິ່ນຮາກຖານຕ່າງໆ ແລະ ອີກຈຳນວນໜຶ່ງໂຕນໄປຢູ່ປະເທດໃກ້ຄຽງ  ສ່ວນໜຶ່ງທີ່ດື້ດ້ານໄດ້ເຕົ້າໂຮມກຳລັງຄືນໃໝ່ ແລະ ສົມທົບກັບກຳລັງປະຕິການລາວພັດຖິ່ນ ທີ່ໄດ້ຮັບການລ້ຽງເກືອ, ຝຶກແອບປະກອບອາວຸດຈາກອິດທິກຳລັງຈັກກະພັດ ແລະ ປະຕິການທາງນອກ ແລ້ວສົ່ງເຂົ້າມາກໍ່ຄວາມວຸ້ນວາຍຕ້ານຄືນລະບອບໃໝ່ ເຊັ່ນ: ການກໍ່ຄວາມບໍ່ສະຫງົບ, ການປຸ້ນຈີ້, ລອບສັງຫານພະນັກງານທ້ອງຖິ່ນ, ສະກັດລັດຕີຕາມສາຍທາງຍຸດທະສາດຕ່າງໆ, ບຸກຕີ ແລະ ຈູດເຜົາບ້ານຊ່ອງປະຊາຊົນ ອັນໄດ້ເຮັດໃຫ້ສະພາບການຢູ່ພາຍໃນປະເທດມີຄວາມສັບສົນບໍ່ໜ້ອຍ; ຍິ່ງໄປກວ່ານັ້ນບາງບ່ອນພວກເຂົາພະຍາຍາມຈະກໍ່ການລຸກຮື້ຂຶ້ນຫວັງປະຕິບັດແຜນການສ້າງສອງເຂດສອງກໍາລັງຢູ່ພາຍໃນປະເທດ ເພື່ອເປັນເງື່ອນໄຂຮ້ອງຂໍການແຊກແຊງຈາກທາງນອກ ກໍຄືຈັກກະພັດ, ສໍາລັບທາງນອກພວກເຂົາດໍາເນີນການປິດລ້ອມດ້ານເສດຖະກິດ, ຊອກທຸກວິທີໂດດດ່ຽວທາງດ້ານຕ່າງປະເທດ, ທັງໃຊ້ກໍາລັງຂົ່ມຂູ່ເກາະຜິດ ແລະ ບຽດຢຶດຢູ່ຕາມເຂດຊາຍແດນຂອງປະເທດເຮົາ, ເຮັດໃຫ້ສະພາບການມີຄວາມເຄັ່ງຕຶງ ແລະ ເປັນອັນຕະລາຍທີ່ສຸດ. ທັງໝົດນັ້ນສັດຕູຫວັງສົມທົບການເຄື່ອນໄຫວມ້າງເພກໍ່ຄວາມບໍ່ສະຫງົບຢູ່ພາຍໃນກັບການກົດໜີບຢູ່ໃນລະດັບສູງຈາກທາງນອກ, ຫວັງມ້າງເພລະບອບໃໝ່, ລົບລ້າງໝາກຜົນຂອງການປະຕິວັດຢູ່ປະເທດເຮົາ.

*** ອ່ານຕໍ່ສະບັບໜ້າ ***

ໂດຍ: ສັນຕິບານ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments