Saturday, July 27, 2024
Homeທຸລະກິດຢາພື້ນເມືອງ ຫວ້ານລືສີຄູນຊັບ ສິນຄ້າໂອດັອບຈາກແຂວງວຽງຈັນ

ຢາພື້ນເມືອງ ຫວ້ານລືສີຄູນຊັບ ສິນຄ້າໂອດັອບຈາກແຂວງວຽງຈັນ

ຢາພື້ນເມືອງລາວ  ຫວ້ານລືສີຄູນຊັບ  ໂອດັອບຈາກແຂວງ ວຽງຈັນ ໜຶ່ງໃນຜະລິດຕະພັນທີ່ວາງສະແດງ ໃນງານວາງສະແດງສິນຄ້າສົ່ງອອກລາວ- ຈີນ Lao-China (Yunan) Export Fair ປະຈຳປີ 2024 ທ່ີຈັດຂຶ້ນຢູ່ວຽງຈັນເຊັນເຕີ ນະຄອນຫລວງວຽງຈັນ  ເປັນອີກຮ້ານໜຶ່ງທີ່ມວນຊົນໃຫ້ຄວາມສົນໃຈໃນແຕ່ລະມື້ກໍ່ມີລູກຄ້າທັງເກົ່າ ແລະ ໃໝ່ມາຢ້ຽມຢາມບໍ່ຂາດສາຍ ເພາະສິນຄ້າທ່ີນໍາມາວາງສະແດງ-ຂາຍນັ້ນ  ເປັນທີ່ຕ້ອງການຂອງຜູ້ບໍລິໂພກເປັນຕົ້ນແມ່ນ: ຜົງຂີ້ໝິ້ນ, ຢາຂຽວ, ຢາດົມ, ຊາຫຍ້າລີແພ  ແລະ ອື່ນໆ ອີກ.

ທ່ານ ຕ່າຍ  ເທບພະວົງ  ພະນັກງານຂາຍຜະລິດຕະພັນຢາພື້ນເມືອງລາວ ຫວ້ານລືສີຄູນຊັບ   ເວົ້າສູ່ຟັງວ່າ: ການເຂົ້າຮ່ວມງານວາງສະແດງສິນຄ້າສົ່ງອອກ ລາວ-ຈີນ Lao-China (Yunan) Export Fair ປະຈຳປີ 2024  ໃນຄັ້ງນ້ີ ກ່ໍຮູ້ສຶກດີໃຈຫລາຍ ເພາະ ໄດ້ນໍາເອົາຜະລິດຕະພັນ ມາວາງສະແດງ ໃຫ້ສັງຄົມຮູ້ຈັກຜະລິດຕະພັນລາວຫລາຍຂຶ້ນກວ່າເກົ່າ  ເພາະງານຄັ້ງນີ້ຈັດຂຶ້ນຊຸກຍູ້ສົ່ງເສີມໃຫ້ຄົນລາວ ຫັນມານໍາໃຊ້ຜະລິດຕະພັນລາວໃຫ້ຫລາຍຂ້ຶນ ພ້ອມທັງເປັນການປຸກລະດົມຂົນຂວາຍເພີ່ມທະວີການຜະລິດໃນລະດັບຄອບຄົວໃຫ້ກາຍເປັນສິນຄ້າ ແລະ ສົ່ງເສີມການຜະລິດຂະໜາດນ້ອຍ ກ້າວສູ່ຂະໜາດກາງ ໃຫ້ກາຍເປັນຂະໜາດໃຫ່ຍ ແລະ ເປັນອຸດສາຫະກຳທາງດ້ານປະລິມານ ຄຸນນະພາບສາມາດສົ່ງອອກສູ່ສາກົນໄດ້ສະນັ້ນ, ການເຂົ້າຮ່ວມງານໃນຄັ້ງນີ້ ມັນບໍ່ພຽງແຕ່ສ້າງຍອດ ຂາຍ ແຕ່ເປັນການຕໍ່ຍອດ ເຮັດໃຫ້ຜະລິດຕະພັນເປັນທີ່ຮູ້ຈັກຢ່າງກວ້າງຂວາງ ສໍາລັບຜະລິດຕະພັນທີ່ນໍາມາວາງສະແດງຫລັກໆ ກໍມີນໍ້າໝາກພ້າວສະກັດເຢັນ, ນໍ້າມັນງາດໍາ, ນໍ້າເຜີ້ງປ່າ, ຂີ້ໝິ້ນຜົງ, ຂາຂຽວ, ຢາຄັ້ນເສັ້ນ, ຢາດົມ, ຊາຫຍ້າລີແພ  ແລະ ອື່ນໆທ່ີດີຕໍ່ສຸຂະພາບ ໂດຍໄລຍະທີ່ມາວາງສະແດງສິນຄ້າທີ່ໄດ້ຮັບຄວາມນິຍົມ ຈາກນັກທ່ອງທ່ຽວຈີນ,  ເກົາຫລີ  ແມ່ນຢາດົມ, ຢາຄັ້ນເສັ້ນຈະໄດ້ຂາຍດີກວ່າຜະລິດຕະພັນອື່ນໆ ໂດຍລາຄາຂາຍແມ່ນ 30 ພັນກີບໄປ  ໂດຍສະເລ່ຍແລ້ວ  ໃນໄລຍະທ່ີນໍາມາວາງສະແດງ ສາມາດສ້າງ ລາຍຮັບປະມານ 6-7  ແສນກີບຕໍ່ມື້.

ທ່ານ ຕ່າຍ  ເວົ້າຕື່ມວ່າ:  ສໍາລັບຜະລິດຕະພັນຢາພື້ນ ເມືອງຫວ້ານລືສີຄູນຊັບນີ້  ແມ່ນເລີ່ມຕົ້ນມາຈາກພີ່ນ້ອງເພີ່ນເປີດບໍລິການຮ້ານນວດແບບບູຮ້ານ ຈຶ່ງຜະລິດຢາພື້ນເມືອງຂຶ້ນມາ ເພື່ອບໍລິການລູກຄ້າ ທີ່ມາໃຊ້ບໍລິການເນື່ອງຈາກວ່າຢານວດບາງຊະນິດ ທີ່ຊ້ື ຕາມຕະຫລາດ ມີອາການແຊບຮ້ອນດັ່ງນັ້ນ  ເພີ່ນຈຶ່ງມີແນວຄິດຜະລິດຢາພື້ນເມືອງ  ປະເພດຢາຄັ້ນເສັ້ນ  ເພື່ອໄວ້ບໍລິການລູກຄ້າ  ແລະ ລູກຄ້າທີ່ເຄີຍໃຊ້ກໍ່ວ່າໃຊ້ດີຈຶ່ງຢາກໃຫ້ເຮັດຂາຍ. ດັ່ງນັ້ນ, ຈຶ່ງໄດ້ຜະລິດອອກຈໍາໜ່າຍສູ່ສັງຄົມຢາງກວ້າງຂວາງຈົນໄດ້ຮັບ ເຄື່ອງໝາຍໂອດັອບຂອງແຂວງ ວຽງຈັນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments