Wednesday, May 15, 2024
Homeສາລະໜ້າຮູ້ການໃສ່ແຫວນເຮັດໃຫ້ຊີວິດມີການປ່ຽນແປງໄດ້!!

ການໃສ່ແຫວນເຮັດໃຫ້ຊີວິດມີການປ່ຽນແປງໄດ້!!

ການໃສ່ແຫວນກາຍເປັນແຟຊັ່ນຢ່າງໜື່ງ ສຳລັບຄົນຍຸກໃໝ່ ແລະ ເປັນທໍານຽມທີ່ປະຕິບັດກັນມາຕັ້ງແຕ່ບູຮານ ການໃສ່ແຫວນເລີ່ມມີຫຼາຍກ່ວາສາມພັນປີ ເພາະຄົນບູຮານຈະໃສ່ແຫວນເປັນການສະແດງຫຼັກຖານເອກະລັກປະຈໍາບຸກຄົນສະໄໝກ່ອນ ຈະໃຊ້ແຫວນທີ່ມີສັນຍາລັກເປັນຫຼັກຖານວ່າຜູ້ໃສ່ແຫວນ ເປັນທາຍາດ ຫຼື ບຸກຄົນໃນຕະກູນ ມື້ໃດທີ່ພັດພາກຈາກທີ່ຢູ່ຈົນຕ້ອງຫ່າງໄກໄປດົນ ແຫວນຈະບົ່ງບອກຄວາມເປັນໄປປະຈໍາບຸກຄົນ ແຕ່ຄະຕິຄວາມເຊື່ອຄົນບູຮານເຊື່ອວ່າ: ການໃສ່ແຫວນຈະເສີມດວງກັບຜູ້ໃສ່ແຫວນ ຂື້ນຢູ່ກັບວ່າຈະໃສ່ແຫວນຫັຍງ? ໃສ່ແນວໃດ? ບົດຄວາມນີ້ເຮົາຈະມາແນະນໍາທ່ານ!

ເສີມດວງເລື່ອງການເງີນ ຜູ້ທີ່ໃສ່ແຫວນຕ້ອງການເສີມດວງເລື່ອງການເງີນ ຄວນເລືອກໃສ່ແຫວນຄໍາ ແຫວນເງີນ ຫຼື ແຫວນທີ່ມີຫົວພອຍ ແລະ ແກ້ວຄິດສະຕໍສີເຫຼືອງ ໜ້າທີ່ການງານຈີ່ງຮຸ່ງເຮືອງ.

ເສີມບາລະມີ ຜູ້ທີ່ໃສ່ແຫວນຕ້ອງການເສີມດວງເລື່ອງການເຮັດວຽກ ຄວນໃສ່ແຫວນແຟນທອມສີຂາວ ຂອງນີ້ວນາງຂ້າງຂວາ ສ່ວນຜູ້ບໍລິຫານຄວນໃສ່ນີ້ວຊີ້ຂ້າງໃດກໍ່ໄດ້ ແຟນທ່ອມເສີມດວງເລື່ອງຄວາມສໍາພັນການເຮັດວຽກ ສ່ວນຜູ້ບໍລິຫານແຟນທ່ອມຈະເສີມບາລະມີຄວນໃສ່ນີ້ວຊີ້ ເພາະນີ້ວຊີ້ອຳນາດເສີມບາລະມີ.

ປ່ຽນຮັກຂົມ ໃຫ້ເປັນຫວານ ຜູ້ທີ່ໃສ່ແຫວນຕ້ອງການເສີມດວງເລື່ອງຄວາມຮັກ ຄວນໃສ່ແຫວນເພັດຮູບຫົວໃຈ ຄວນໃສ່ນີ້ວນາງຂ້າງຂວາເພາະ ຄວາມເຊື່ອຊາວອີຢິບ ບູຮານເຊື່ອວ່ານີ້ວທີ່ວ່າມີເສັ້ນເລືອດໄຫຼມາຈ່ກຫົວໃຈ ຄວນເລືອກໃສ່ວັນຈັນເປັນມື້ທີ່ມີອໍານາດເສີມມົງຄຸນເລື່ອງຄວາມຮັກ ສ່ວນການໃສ່ນີ້ວກ້ອຍຂ້າງຊ້າຍ ຜູ້ທີ່ມີບັນຫາເລື່ອງຄວາມຮັກສາມເສົ້າ ແລະ ການໃສ່ແຫວນເພັດຮູບຫົວໃຈຂອງນີ້ວຊີ້ຂ້າງຂວາ ຫຼື ນີ້ວກ້ອຍຂ້າງຂວາຈະເສີມສະເໜ່ກັບເພດກົງກັນຂ້າມ.

ແກ້ໂລກໄພໄຂ້ເຈັບ ຜູ້ທີ່ປະສົບບັນຫາເລື່ອງໂລກໄພໄຂ້ເຈັບ ໂດຍສະເພາະຄວາມວິຕົກກັງວົນໃຈ, ໂລກປະສາດ ອາການຊືມເສົ້າ ຄວນເລືອກແຫວນເພັດ ທີ່ມີແຮ່ທົວມາລີນ ປະດັບນີ້ວນາງຂ້າງຂວາເພາະ ທົວມາລີນເປັນແຮ່ຊ່ວຍໃຫ້ສະບາຍໃຈ.

ຄວາມເຊື່ອໃນບູຮານຈະສອນລູກຫຼານວ່າ: ກ່ອນໃສ່ແຫວນຈະໃສ່ນີ້ວໃດ ຄວນພິຈາລະນາວ່າຕົນເອງມີບັນຫາເລື່ອງໃດຕ້ອງການເສີມດວງເລື່ອງໃດ ຄວນເລືອກໃສ່ຕາມນີ້ວທີ່ຕົນລະບຸ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments