Saturday, July 27, 2024
Homeສາລະໜ້າຮູ້ວິທີປ້ອງກັນສາຍຕາເວລາຢູ່ໜ້າຄອມດົນໆ

ວິທີປ້ອງກັນສາຍຕາເວລາຢູ່ໜ້າຄອມດົນໆ

ຄົນເຮັດວຽກສ່ວນຫຼາຍມັກຈະຕ້ອງນັ່ງຢູ່ໜ້າຄອມເປັນໄລຍະຍາວ ເຮັດໃຫ້ເກີດຄວາມເມື່ອຍລ້າສາຍຕາເປັນເລື່ອງທຳມະດາ ມີການສຶກສາຫຼາຍຊີ້ເຖີງອາການປວດຕາ ທີ່ເກີດຂື້ນສ່ວນໃຫຍ່ຫຼາຍກ່ວາ 50-90% ລ້ວນແລ້ວແຕ່ມາຈາກຄົນເຮັດວຽກຢູ່ໜ້າຄອມ ບັນຫາເຫຼົ່ານີ້ມີຕັ້ງແຕ່ຄວາມເມື່ອຍລ້າທາງຮ່າງກາຍ ເຮັດໃຫ້ມີໂອກາດຜິດພາດໃນການເຮັດວຽກ ຈົນເຮັດໃຫ້ຕາກະຕຸກ ຫຼື ອາການຕາແດງ ມື້ນີ້ເຮົາມາພ້ອມວິທີແກ້ໄຂບັນຫາເວລາທີ່ຕ້ອງນັ່ງຢູ່ໜ້າຄອມດົນໆ ເຊີ່ງສາມາດຕິດຕາມໄດ້ຂ້າງລຸາມນີ້:

ເລືອກໃຊ້ແສງທີ່ເໝາະສົມ: ອາການປວດຕາມັກເກີດຈາກແສງທີ່ຫຼາຍເກີນໄປ ບໍ່ວ່າຈະເປັນແສງຈາກແດດກາງແຈ້ງທີ່ເຂົ້າມາທາງປ່ອງຢ້ຽມ ຫຼື ແສງຈາກພາຍໃນທີ່ເຮັດໃຫ້ແສບຕາ ໂດຍສະເພາະເມື່ອທ່ານໃຊ້ຄອມພິວເຕີ ຄວນມີຄວາມສະຫວ່າງປະມານເຄີ່ງໜື່ງ ອາດກໍາຈັດແສງພາຍນອກດ້ວຍການປິດຜ້າກັ້ງ ຫຼື ຫຼຸດຜ່ອນແສງສະຫວ່າງພາຍໃນ ໂດຍໃຊ້ຫຼອດໄຟ ແລະ ຫຼອດທີ່ມີຄວາມເຂັ້ມຕ່ຳກ່ວາ ຫາກເປັນໄປໄດ້ໃຫ້ວາງຕ່ຳແໜ່ງໜ້າຈໍຄອມພິວເຕີ ຢູ່ດ້ານຂ້າງແທນທີ່ຈະເປັນດ້ານໜ້າ ຫຼື ດ້ານຫຼັງ.

ຫຼຸດຜ່ອນແສງສະທ້ອນ: ການສະທ້ອນແສງເທີງໜ້າຈໍຄອມພິວເຕີສ່ວນຫຼາຍຄົນອາກດເບີ່ງວ່າມັນເປັນເລື່ອງທຳມະດາ ແລະ ກ່ຽວຂ້ອງໄດ້ແນວໃດແຕ່ທ່ານ ຮູ້ ຫຼື ບໍ່ມັນເຮັດໃຫ້ເກີດອາການປວດຕາໄດ້ເຊັ່ນດຽວກັນ ພິຈາລະນາການຕິດຕັ້ງແຜ່ນປ້ອງກັນແສງສະທ້ອນເທີງຈໍພາບຮຂອງເຮົາ ແລະ ຖ້າເປັນໄປໄດ້ໃຫ້ທາສີຝາ ສີຂາວສະຫວ່າງເປັນສີເຂັ້ມຂື້ນ ປິດໜ້າຕ່າງເມື່ອແສງສ່ອງເຂົ້າມາຈົນສະທ້ອນໄປທົ່ວຫ້ອງ ຫຼື ຖ້າເປັນຄົນໃສ່ແວ່ນຕາ ແນະນຳໃຫ້ໃຊ້ເລັນແບບ Anti-Relfective ການເຄືອບດ້ວຍ AR ຈະຫຼຸດປະລິມານແສງທີ່ສະທ້ອນຈາກພື້ນຜິວຂ້າງໜ້າ ແລະ ດ້ານຫຼັງຂອງເລນໃສ່ແວ່ນຕາຂອງທ່ານ.

ເລືອກຊື້ຈໍທີ່ມີຄຸນນະພາບສູງ: ຫາກທ່ານເປັນຄົນທີ່ນິຍົມຂອງເກົ່າ ມັກໃຊ້ແບບໃຫ້ຄຸ້ມຄ່າ ຈົນບາງເທື່ອມັນອາດເຖີງເວລາຕ້ອງປ່ຽນຈໍຂອງທ່ານແລ້ວ ກໍ່ໄດ້ໂດຍສະເພາະຖ້າເຮົາໃຊ້ຈໍແບບ CRT ຢູ່ຄວນຈະປ່ຽນເປັນແບບຈໍ LCD ເປັນຢ່າງຕໍ່າ ໜ້າຈໍ LCD ນັ້ນສາມາດຖະໜອມສາຍຕາມີພື້ນຜິວປ້ອງກັນແສງສະທ້ອນ ໜ້າຈໍ CRT ແບບເກົ່າອາດຈະເຮັດໃຫ້ພາບສັ່ນໄຫວ ຈະເບີ່ງບໍ່ເຫັນ ແ່ກໍ່ຍັງສາມາດເຮັດໃຫ້ເກີດອາການປວດຕາ ແລະ ເມື່ອຍ ໃນລະຫວ່າງການເຮັດວຽກເທີງຄອມພິວເຕີ ມັນອາດຈະຮຸນແຮງຂື້ນຫາກອັດຕາການລີເຟສ ຂອງຈໍພາບນ້ອຍກ່ວາ 75 ເຮີດ (Hz) ຫາກຈຳເປັນຕ້ອງໃຊ້ CRT ໃນບ່ອນເຮັດວຽກໃຫ້ປັບການຕັ້ງຄ່າການສະແດງຜົນໃຫ້ເປັນລີເຟດສູງສຸດເທົ່າທີ່ຈະເປັນໄປໄດ້ ເທົ່ານີ້ກໍ່ຈະຊ່ວຍຢຶດເວລາໃນການເຮັດວຽກເທີງໜ້າຈໍໃຫ້ດົນຂື້ນ ໂດຍເກີດຄວາມເມື່ອຍລ້າ ຄືແຕ່ກ່ອນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments