Monday, April 29, 2024
Homeຂ່າວກິລາເຈົ້າພາບ " ກົດດິວົວ " ແຊງຊະນະ " ນີເຊຣີ " ຄວ້າແຊ້ມອາຟຣິກກາ ຄັບ ອອຟ ເນຊັ່ນ...

ເຈົ້າພາບ ” ກົດດິວົວ ” ແຊງຊະນະ ” ນີເຊຣີ ” ຄວ້າແຊ້ມອາຟຣິກກາ ຄັບ ອອຟ ເນຊັ່ນ ສະໄໝທີ 3

ທີມຊາດກົດດິວົວ (ໄອວໍຣີໂຄສ) ແຊງເອົາຊະນະ ນີເຊຣີ (ໄນຈີເຣຍ) ຄວ້າແຊ້ມ ອາຟຣິກາ ຄັບ ອອຟ ເນຊັ່ນ ສະໄໝທີ 3 ໄດ້ສໍາເລັດ.

ການແຂ່ງຂັນເຕະບານອາຟຣິກາ ຄັບ ອອຟ ເນຊັ່ນ ຮອບຊີງຊະນະເລີດ ເມື່ອຄືນວັນອາທິດທີ 11 ກຸມພາ ‘2024 ຜ່ານມາ ທີມຊາດ ນີເຊຣີ ປະທະ ທີມຊາດ ກິດດິວົວ ເຈົ້າພາບ.

ເປີດສາກເຄິ່ງເວລາທໍາອິດ ມາເຖິງນາທີ 38 ນີເຊຣີ ຂຶ້ນນໍາ 1-0 ເມື່ອ ອະເລັກ ອິໂວບີ ໂດ່ງລູກເຕະມຸມເຂົ້າມາ ກິກດິວົວ ສະກັດບານມາເຂົ້າທາງ ວິນລຽມ ທຣອສ-ເອຄອງ ເອົາຫົວຕໍາເຂົ້າໄປເຕັມຕາຂ່າຍ ກ່ອນຈະຈົບເຄິ່ງເວລາທໍາອິດໄປດ້ວຍປະຕູນີ້.

ກັບມາຫຼິ້ນຕໍ່ໃນເຄິ່ງທີ່ສອງ ໃນນາທີ 62 ກົດດິວົວ ຕີສະເໝີເປັນ 1-1 ຊີມົງ ອາດິນກຣາ ໂດ່ງລູກເຕະມຸມໃຫ້ ຟຣອງ ເກສຊີເຢ ເອົາຫົວຕໍາບານເຂົ້າປະຕູໄປ.

ເທົ່າໜັ້ນຍັງບໍ່ພໍ ນາທີ 81 ກົດດິວົວ ແຊງນໍາ 2-1 ອາດິນກຣາ ໂດ່ງບານໃຫ້ ເຊບາສຕຽນ ອັນແລ ຍິງເຂົ້າໄປບໍ່ພາດ.

ໄລຍະເວລາທີ່ເຫຼືອ ທັງສອງທີມບໍ່ສາມາດເຮັດຫຍັງເພີ່ມໄດ້ ຈົບເກມ ກົດດິວົວ ເອົາຊະນະ ນີເຊຣີ 2-1 ຄວ້າແຊັມ ອາຟຣິກາ ຄັບ ອອຟ ເນຊັ່ນ ເປັນສະໄໝທີ 3.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments