Home ຂ່າວກິລາ ຫຼິ້ນບໍ່ດີ ແຕ່ຊະນະ “ແມນຢູ” ບຸກຊະນະ “ແອສຕັນ ວິນລາ” 3 ນັດຕິດຕໍ່ກັນໃນພຣີເມຍລີກ

ຫຼິ້ນບໍ່ດີ ແຕ່ຊະນະ “ແມນຢູ” ບຸກຊະນະ “ແອສຕັນ ວິນລາ” 3 ນັດຕິດຕໍ່ກັນໃນພຣີເມຍລີກ

0
61

ແມນເຊັສເຕີ ຢູໄນເຕັດ ບຸກມາເອົາຊະນະ ແອສຕັນ ວິນລາ ເກັບ 3 ຄະແນນສໍາຄັນໃນເວທີ ພຣີເມຍລີກ ອັງກິດ. ການແຂ່ງຂັນບານເຕະ ພຣີເມຍລີກ ອັງກິດ ລະດູການ 2023-24 ນັດທີ 24 ຄູ່ສໍາຄັນ ປະຈໍາວັນອາທິດທີ 11 ກຸມພາ 2024 ແອສຕັນ ວິນລາ ອັນດັບ 5 ຂອງຕາຕະລາງ ເປີດສະໜາມ ວິນລາ ປາກ ຕ້ອນຮັບການມາຢາມຂອງ ແມນເຊັສເຕີ ຢູໄນເຕັດ ອັນດັບ 6 ຂອງຕາຕະລາງ.

ເຄິ່ງເວລາທໍາອິດ ມາເຖິງນາທີ 17 ແມນເຊັສເຕີ ຢູໄນເຕັດ ໄດ້ປະຕູຂຶ້ນນໍາ 1-0 ຈາກຈັງຫວະທີ່ ແຮຣີ ແມັກກວັຍ ເອົາຫົວຕໍາບານໃຫ້ ຣາສມັສ ຮອຍລຸນ ຍິງໃກ້ໆໃນເຂດໂທດເຂົ້າໄປເຕັມຕາຂ່າຍ ກ່ອນຈະຈົບເຄິ່ງເວລາທໍາອິດຈົບລົງດ້ວຍປະຕູນີ້.

ກັບມາຫຼິ້ນຕໍ່ໃນເຄິ່ງເວລາທີ 2 ແອສຕັນ ວິນລາ ພະຍາຍາມບຸກໃສ່ ແມນເຊັສເຕີ ຢູໄນເຕັດ ກະທັ່ງນາທີ 67 ແອສຕັນ ວິນລາ ໄລ່ຕີສະເໝີເປັນ 1-1 ຈາກການຍິງຂອງ ດັ໊ກລາສ ລຸຍ.

ຈາກນັ້ນ, ໃນນາທີ 86 ແມນເຊັສເຕີ ຢູໄນເຕັດ ຂຶ້ນນຳ ແອສຕັນ ວິນລາ 2-1 ຈາກຈັງຫວະທີ່ ດິໂອໂກ ດາໂລ ເປີດບານຈາກທາງຂວາເຂົ້າໄປຂອບເຂດໂທດ ສະກັອດ ແມັກໂທມິເນ່ ຂຶ້ນເອົາຫົວຕໍາບານເຂົ້າໄປຢ່າງສວຍງາມ.

ໃນໄລຍະເວລາທີ່ເຫຼືອ ທັງສອງທີມບໍ່ສາມາດເຮັດຫຍັງເພີ່ມໄດ້ ຈົບເກມ ແມນເຊັສເຕີ ຢູໄນເຕັດ ເອົາຊະນະ ແອສຕັນ ວິນລາ 2-1 ເກັບໄດ້ 41 ຄະແນນ, ຢູ່ອັນດັບທີ 6 ມີ 6 ຄະແນນ ຫ່າງອັນດັບ 4 ຂອງຕາຕະລາງ.

NO COMMENTS

LEAVE A REPLY

Please enter your comment!
Please enter your name here