Monday, April 29, 2024
Homeສຶກສາຫາດຊາຍຟອງສອບເສັງຄັດເລືອກນັກເກ່ງ 3 ຂັ້ນທົ່ວເມືອງ

ຫາດຊາຍຟອງສອບເສັງຄັດເລືອກນັກເກ່ງ 3 ຂັ້ນທົ່ວເມືອງ

ວັນທີ 9 ກຸມພາ 2024 ຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງນະ ຄອນຫຼວງວຽງຈັນ (ນວ) ຈັດພິທີເປີດສອບເສັງນັກຮຽນເກ່ງ 3 ຂັ້ນທົ່ວເມືອງຫາດ ຊາຍຟອງ ມີຊັ້ນປະຖົມ ປ5 ມັດທະຍົມຕົ້ນ ມ4 ແລະ ມັດທະຍົມປາຍ ມ7 ຈັດຂຶ້ນທີ່ໂຮງຮຽນ ມສ ສາລາຄໍາ ມີທ່ານ ບົວໃສ ລຸນນະວົງສາ ຮອງເຈົ້າ ເມືອງຫາດຊາຍຟອງ ຕາງໜ້າພະແນກສຶກສາທິການ ແລະ ກີລາ ນວ ຫ້ອງການສຶກສາທິການ-ກີລາເມືອງຫາດຊາຍຟອງ ອຳນວຍການແຕ່ລະໂຮງຮຽນ ແລະ ນັກຮຽນເຂົ້າຮ່ວມ.

ທ່ານ ສົມສີ ເທບພະວົງ ຫົວໜ້າຫ້ອງການສຶກສາທິການ ແລະ ກີລາ ເມືອງຫາດຊາຍຟອງໄດ້ກ່າວວ່າ: ເພື່ອສຸມໃສ່ການຄົ້ນຫານັກຮຽນເກ່ງທີ່ມີພອນສະຫວັນ ເກ່ງພິເສດ ໂດຍພາຍໃຕ້ໂຄງການສອງເສັງຄັດເລືອກ ນັກຮຽນເກ່ງທັງພາກລັດ ແລະ ເອກະຊົນທົ່ວເມືອງຫາດຊາຍຟອງ ປະຈຳສົກຮຽນ 2023-2024 ຢູ່ໃນຊັ້ນປະຖົມ ມັດທະຍົມຕົ້ນ ແລະ ມັດທະຍົມປາຍ ຂອງແຕ່ລະວິຊາເພື່ອຮັບການຍ້ອງຍໍ ແລະ ໄດ້ຮັບການສົ່ງເສີມໃນຂັ້ນຕໍ່ໄປ ພ້ອມທັງເປັນຕົວແທນຂອງໂຮງຮຽນ ກຸ່ມການສຶກສາ ທີ່ສຳຄັນພິເສດຈະໄດ້ຮັບການຄັດເລືອກໃຫ້ເປັນຕົວແທນຂອງເມືອງເພື່ອເຂົ້າຮ່ວມແຂ່ງຂັນສອບເສັງນັກຮຽນເກ່ງຂັ້ນນະຄອນ ນວ ຈຸດປະສົງໂຄງການເພື່ອສ້າງໃຫ້ມີກຳລັງໃຈໃນວຽກງານແຂ່ງຂັນສອນດີ ຮຽນເກ່ງ ຂອງຄູສອນ ແລະ ນັກ ຮຽນໃນແຕ່ລະຊັ້ນ ເພື່ອຍົກສູງຄຸນນະພາບການສຶກສາໃຫ້ສູງຂຶ້ນ ແລະ ເປັນການຍ້ອງຍໍນັກຮຽນຜູ້ທີ່ເກ່ງພິເສດ.

ພ້ອມຍັງເປັນການກວດກາຄືນໃນວຽກງານວິຊາການຈັດການ-ການສອນສອນຂອງຄູ ທັງເປັນການວັດຜົນຄຸນນະພາບພົ້ນເດັ່ນໃນການຮຽນຂອງນັກ ຮຽນແຕ່ລະໂຮງຮຽນ ສະນັ້ນການຈັດສອບເສັງນັກຮຽນເກ່ງແນໃສ່ເພື່ອເຮັດໃຫ້ການເຄື່ອນໄຫວທາງດ້ານວິຊາການໄດ້ຈັດຕັ້ງປະຕິບັດຕາມໂຄງການຫຼັກສູດການຈັດ ການຮຽນ-ການສອນໄປຕາມ 5 ຫຼັກມູນຂອງການສຶກສາ 3 ຂໍ້ແຂ່ງຂັນ ໃນການຊອກຮູ້ຮ່ຳຮຽນຂອງນັກຮຽນຢູ່ໃນສາຍສາມັນໃຫ້ໄດ້ຮັບການຈັດຕັ້ງປະຕິບັດ ແລະ ປາກົດຜົນເປັນຈິງມີຜົນສຳເລັດຕາມລະດັບຄາດໝາຍ ໂດຍສະເພາະຕາມຄຳສັ່ງແນະນຳຂອງລັດຖະມົນຕີກະຊວງສຶກສາທິການ ແລະ ກີລາວ່າດ້ວຍການຈັດຕັ້ງປະຕິບັດຫຼັກ ສູດການຮຽນ-ການສອນສາຍສາມັກສຶກສາ ປະຈຳສົກຮຽນ 2023-2024 ໃຫ້ໄດ້ຮັບຜົນດີ ແລະ ຕາມການຊີ້ນຳຂອງພະແນກສຶກສາທິການ ແລະ ກີລາ ນວ.

ສ່ວນການສອບເສັງຂັ້ນປະຖົມມີ 3 ວິຊາຄື: ພາສາລາວ-ຫັດແຕ່ງ ຄະນິດສາດ ວິທະ ຍາສາດ ແລະ ສິ່ງແວດລ້ອມ ມີນັກຮຽນທັງໝົດ 159 ຄົນ ຍິງ 116 ຄົນ ມັດທະຍົມຕົ້ນ ແລະ ມັດທະຍົມປາຍສອບເສັງມີ 4 ວິຊາຄື: ພາສາລາວ-ວັນນະຄະດີ ຄະນິດສາດ ຟີຊິກສາດ ແລະ ເຄມີສາດ ມັດທະຍົມຕົ້ນມີນັກຮຽນທັງໝົດ 158 ຄົນ ຍິງ 111 ຄົນ ແລະ ມັດທະຍົມປາຍມີນັກຮຽນທັງໝົດ 114 ຄົນ ຍິງ 82 ຄົນ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments