Wednesday, May 15, 2024
Homeຂ່າວໜ້າໜຶ່ງກົນໄກຂອງຂະບວນການໂຕະມົນ ສ້າງຄວາມເຊື່ອໝັ້ນ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ

ກົນໄກຂອງຂະບວນການໂຕະມົນ ສ້າງຄວາມເຊື່ອໝັ້ນ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ

ກອງປະຊຸມໂຕະມົນ ປະຈຳປີ 2023 ພາຍໃຕ້ຫົວຂໍ້ “ເລັ່ງລັດການຈັດຕັ້ງປະຕິບັດຜົນການທົບທວນ ກາງສະໄໝ ຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX ເພື່ອບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຫລຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ຂອງ ສປປ ລາວ” ຈັດຂຶ້ນວັນທີ 13 ກຸມພາ 2024 ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ໂດຍເປັນປະທານຮ່ວມຂອງ ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ບັກໂຄເດັຍ ເບີຄະ ນ໋ອຟ ຜູ້ປະສານງານອົງການ ສະຫະປະຊາຊາດ ປະຈຳ ສປປ ລາວ, ມີຮອງລັດຖະມົນຕີ, ຮອງປະທານກຳມະທິການສະພາແຫ່ງຊາດ, ອົງການ ທຽບເທົ່າກະຊວງ, ຮອງເຈົ້າແຂວງ, ຮອງເຈົ້າຄອງ, ພະແນກແຜນການ ແລະ ການລົງທຶນແຂວງ, ບັນດາທູຕານຸທູດ ແລະ ອົງການຈັດຕັ້ງສາກົນ ເຂົ້າຮ່ວມ ເຊິ່ງກົນໄກຂອງຂະບວນການໂຕະມົນ ໄດ້ປະກອບສ່ວນອັນສໍາຄັນ ໃນການ ສ້າງຄວາມເຊື່ອໝັ້ນ ແລະ ເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມ ພັດທະນາ ແລະ ເປັນກົນໄກ ໃນການລະດົມຂົນຂວາຍທຶນຮອນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ

ທ່ານ ຄຳເຈນ ວົງໂພສີ ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ໄດ້ໃຫ້ຮູ້ວ່າ: ການຈັດກອງປະຊຸມໂຕະມົນ ປະຈຳປີ 2023 ຄັ້ງນີ້ ມີຄວາມໝາຍຄວາມສຳຄັນຫລາຍຕໍ່ກັບ ສປປ ລາວ ຖືເປັນໂອກາດທີ່ດີ ໃຫ້ແກ່ພວກເຮົາໄດ້ມີການປຶກສາຫາລື ກ່ຽວກັບບົດສະຫລຸບການຈັດຕັ້ງປະຕິບັດກາງສະໄໝແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX (2021-2025) ຍຸດທະສາດດ້ານເງິນ ເພື່ອສະໜັບສະໜູນແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ຂອບການຟື້ນຟູເສດຖະກິດຂອງ ສປປ ລາວ, ຄວາມຄືບໜ້າໃນການສ້າງບົດລາຍງານແບບສະໝັກໃຈ ແຫ່ງຊາດ ຄັ້ງທີ III ແລະ ຍຸດທະສາດການຂ້າມຜ່ານອອກຈາກສະຖານະພາບດ້ອຍພັດທະນາຢ່າງໂລ່ງລ່ຽນຂອງ ສປປ ລາວ, ວິໄສທັດຮອດປີ 2030 ແລະ ທິດທາງໃນຕໍ່ໜ້າ. ນອກຈາກນີ້, ກໍໄດ້ມີການປຶກສາຫາລື ກ່ຽວກັບການຮ່ວມມືເພື່ອການພັດທະນາ (ການເຂົ້າຮ່ວມການຕິດຕາມປະສິດ ທິຜົນ ຂອງການຮ່ວມມື ເພື່ອການພັດທະນາໃນລະດັບສາກົນ ຄັ້ງທີ 4 ແລະ ຄໍາແນະນໍາຂະບວນການໂຕະມົນ) ແລະ ການຍົກສູງປະສິດທິພາບ ແລະ ປະສິດທິຜົນຂອງກົນໄກຂອງຂະບວນການໂຕະມົນ ເຊິ່ງມີ 10 ໜ່ວຍງານ, ຂະແໜງການ, ເປັນເວທີໃນການປຶກສາຫາລື ລະຫວ່າງກະຊວງ-ຂະແໜງການ ແລະ ຄູ່ຮ່ວມພັດທະນາກ່ຽວກັບບູລິມະສິດການພັດທະນາຂອງຂະແໜງການຮ່ວມກັບຄູ່ຮ່ວມພັດທະນາ ເຊິ່ງກົນໄກຂອງຂະບວນການໂຕະມົນ ໄດ້ ປະກອບສ່ວນອັນສໍາຄັນ ໃນການສ້າງຄວາມເຊື່ອໝັ້ນ ແລະ ເຂົ້າອົກເຂົ້າໃຈ ລະຫວ່າງ ລັດຖະບານ ແລະ ຄູ່ຮ່ວມພັດທະນາ ແລະ ເປັນກົນໄກໃນການລະດົມຂົນຂວາຍທຶນຮອນ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະ ເຊິ່ງສະແດງອອກໃນການສືບຕໍ່ໃຫ້ການສະໜັບສະໜູນດ້ານ ງົບປະມານ ແລະ ວິຊາການ ຈາກບັນດາຄູ່ຮ່ວມພັດທະນາ, ປະກອບສ່ວນໃນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຂອງ ສປປ ລາວ.

ພ້ອມນີ້, ທ່ານ ບັກໂຄເດັຍ ເບີຄະນ໋ອຟ ກໍໄດ້ມີຄໍາເຫັນວ່າ: ເນື່ອງຈາກຄວາມທ້າທາຍຫລາຍຢ່າງທີ່ພວກເຮົາກໍາລັງຜະເຊີນຢູ່ໃນປັດຈຸບັນຫລາຍກວ່າທີ່ເຄີຍມີມາ, ບັນດາຄູ່ຮ່ວມມືພັດທະນາຂອງ ສປປ ລາວ ຕ້ອງຊອກຫາວິທີການເຮັດວຽກຮ່ວມກັນຢ່າງມີປະສິດທິຜົນກວ່າເກົ່າ ເພື່ອສະໜັບສະໜູນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ແຫ່ງຊາດ ຂອງ ສປປ ລາວ ໂດຍສະເພາະ ໄລຍະທ້າຍສະໄໝຂອງແຜນ 5 ປີ ຄັ້ງທີ IX, ເປົ້າ ໝາຍການພັດທະນາແບບຍືນຍົງ ແລະ ການຈັດຕັ້ງປະຕິບັດ ຍຸດທະສາດການອອກຈາກສະຖານະພາບການດ້ອຍ ພັດທະນາ ຂອງ ສປປ ລາວ. ກອງປະຊຸມຄັ້ງນີ້, ໄດ້ຮັບການສະໜັບສະໜູນ ຈາກອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ແລະ ອົງການຮ່ວມມືສາກົນ ອາເມລິກາ (USAID).

ພາຍຫລັງສຳເລັດກອງປະຊຸມ, ທ່ານປະທານກອງປະຊຸມ, ພ້ອມດ້ວຍຜູ້ຕາງໜ້າຝ່າຍຄູ່ຮ່ວມພັດທະນາ ຈະນຳສະເໜີຜົນ ແລະ ເນື້ອໃນຈິດໃຈຂອງກອງປະຊຸມລາຍງານຕໍ່ທ່ານນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ເພື່ອ ເປັນທິດທາງໃນການຈັດຕັ້ງຜັນຂະຫາຍຜົນຂອງກອງປະຊຸມໂຕະມົນ ປີ 2023 ໃຫ້ປະກົດຜົນເປັນຈິງ.

ຂ່າວ-ພາບ: ຊີລິການດາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments