Saturday, July 27, 2024
Homeຂ່າວໜ້າໜຶ່ງໂຮງງານຜະລິດເຂົ້າໜົມສາຍຂອງ ຊຸກຍູ້ກອງປະຊຸມສະຫລຸບວຽກ ຖວທ ທົ່ວປະເທດ

ໂຮງງານຜະລິດເຂົ້າໜົມສາຍຂອງ ຊຸກຍູ້ກອງປະຊຸມສະຫລຸບວຽກ ຖວທ ທົ່ວປະເທດ

ໃນວັນທີ 12 ກຸມພາ 2024 ຜ່ານມາ, ໂຮງງານຜະລິດເຂົ້າໜົມ ສາຍຂອງ ໄດ້ນຳເອົາເຄື່ອງ ເຂົ້າໜົມຢູໂອະ (ເຂົ້າຈີ່ສົດ ໄສ້ໃບເຕີຍ, ໄສ້ເຜືອກ) ຈຳນວນ 864 ຖົງ, ເຂົ້າໜົມກາໂຕະ 344 ຖົງ, ເຂົ້າໜົມ Wella ຈໍານວນ 360 ຖົງ, ຢູນິໂອະ 576 ຖົງ ແລະ ຢູນິເວັບ 720 ຖົງ ມາມອບໃຫ້ ກະຊວງຖະແຫລງຂ່າວ, ວັດທະ ນະທຳ ແລະ ທ່ອງທ່ຽວ ເພື່ອປະກອບສ່ວນຊຸກຍູ້ ກອງປະຊຸມສະຫລຸບວຽກງານ ຖວທ ທົ່ວປະເທດ ປະຈຳປີ 2023, ຕາງໜ້າມອບໂດຍ ທ່ານ ນາງ ມະນິລິນ ສິດທິໄຊ ຜູ້ອຳນວຍການໂຮງງານຜະລິດເຂົ້າໜົມສາຍຂອງການຄ້າ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວ ແລະ ຮັບໂດຍ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ.

ໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຂອບໃຈມາຍັງ ທ່ານ ນາງ ມະນິລິນ ສິດທິໄຊ ກໍຄື ໂຮງງານຜະລິດເຂົ້າໜົມ ສາຍຂອງ ທີ່ເຫັນໄດ້ຄວາມສຳຄັນ ນຳເອົາເຄື່ອງບໍລິໂພກ ມາມອບໃຫ້ໃນຄັ້ງນີ້ ເຊິ່ງເປັນອົງປະກອບໜຶ່ງ ທີ່ປະກອບສ່ວນເຮັດໃຫ້ກອງສະຫລຸບວຽກງານ ຖວທ ທົ່ວປະເທດ ກໍຄື ປະກອບສ່ວນເຮັດໃຫ້ຜູ້ເຂົ້າຮ່ວມໄດ້ຊີມ, ໄດ້ກິນ ເຂົ້າໜົມ ທີ່ເປັນຜະລິດຕະພັນຂອງຄົນລາວ, ໂຮງງານຜະລິດຢູ່ລາວ, ຈຳໜາຍຢູ່ລາວ ແລະ ຕ່າງປະເທດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments