Saturday, July 27, 2024
Homeຂ່າວພາຍໃນກະຊວງ ຮສສ ຊີ້ແຈງ ການເກັບຄ່າທຳນຽມສອບເສັງພາສາເກົາຫລີ ລະບົບ EPS ເປັນເງິນຕາຕ່າງປະເທດ

ກະຊວງ ຮສສ ຊີ້ແຈງ ການເກັບຄ່າທຳນຽມສອບເສັງພາສາເກົາຫລີ ລະບົບ EPS ເປັນເງິນຕາຕ່າງປະເທດ

ກົມການຈັດຫາງງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຊີ້ແຈງກ່ຽວກັບການເກັບຄ່າທຳນຽມສອບເສັງພາສາເກົາຫລີ ເພື່ອໄປເຮັດວຽກຢູ່ ສ ເກົາຫລີ ຕາມລະບົບການຈ້າງງານ ຫລື ລະບົບ EPS ເປັນເງິນຕາຕ່າງປະເທດ ເນື່ອງຈາກວ່າ: ກະຊວງແຮງງານ ແລະ ສະຫວັດດີການສັງ ຄົມ ໄດ້ລົງນາມບົດບັນທຶກຄວາມເຂົ້າໃຈ (MOU) ວ່າດ້ວຍການຈັດສົ່ງແຮງງານລາວ ໄປເຮັດວຽກຢູ່ ສ ເກົາຫລີ ໃນລະບົບການອະນຸຍາດຈ້າງງານ(Employment Permittion System ຫລື EPS)ຮ່ວມກັບ ກະຊວງ ການຈ້າງງານ ແລະ ແຮງງານ ແຫ່ງ ສ ເກົາຫລີ ນັບແຕ່ປີ 2016 ເປັນຕົ້ນມາ ໂດຍໄດ້ຈັດສົ່ງແຮງງານລາວໄປເຮັດວຽກຢູ່ ສ ເກົາຫລີ ໄດ້ຈໍານວນ 1.468 ຄົນ ຍິງ 153 ຄົນ.

ອີງຕາມບົດບັນທຶກຄວາມເຂົ້າໃຈ ທີ່ສອງລັດຖະບານໄດ້ລົງນາມຮ່ວມກັນນັ້ນ, ຄ່າທຳນຽມສອບເສັງໄປເຮັດວຽກຢູ່ ສ ເກົາຫລີ ຕາມລະບົບດັ່ງກ່າວ ແມ່ນເກັບ 28 ໂດລາສະຫະລັດ/ຄົນ ຊຶ່ງກະຊວງແຮງງານ ແລະ ສະຫວັດດີການສັງຄົມ ຈະຕ້ອງໄດ້ໂອນເງິນດັ່ງກ່າວ ໄປໃຫ້ ສ ເກົາຫລີ ເປັນສະກຸນເງິນໂດລາສະຫະລັດ ເທົ່ານັ້ນ ໂດຍຜ່ານກະຊວງການເງິນ ຕາມລະບຽບການ ແລະ ໄດ້ຈັດຕັ້ງປະຕິບັດຄືກັນກັບ 15 ປະເທດອື່ນໆ ທີ່ຈັດສົ່ງແຮງງານໄປເຮັດວຽກຢູ່ ສ ເກົາຫລີ.

ສະນັ້ນ, ເພື່ອເປັນການແກ້ໄຂບັນຫາ ການນໍາໃຊ້ເງິນຕາຕ່າງປະເທດຢູ່ພາຍໃນປະເທດ, ກົມການຈັດຫາງານ, ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ກຳນົດທິດທາງແກ້ໄຂຕໍ່ໜ້າ ໂດຍ ຈະໄດ້ປຶກສາຫາລືກັບກະຊວງການເງິນ ແລະ ບັນດາທະນາຄານຕ່າງໆ ເພື່ອຊອກຫາຊ່ອງທາງແກ້ໄຂ ແລະ ອຳນວຍຄວາມສະດວກຕໍ່ວຽກງານດັ່ງກ່າວ ຖ້າຈະເກັບຄ່າທຳນຽມສອບເສັງ ເປັນສະກຸນເງິນກີບ.

ຂໍ້ມູນ-ພາບ: ຂ່າວສານ ຮສສ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments