Saturday, July 27, 2024
Homeຂ່າວໜ້າໜຶ່ງຜູ້ປະຈຳການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນແຂວງເຫງະອານ

ຜູ້ປະຈຳການຄະນະເລຂາທິການສູນກາງພັກ ຕ້ອນຮັບຄະນະຜູ້ແທນແຂວງເຫງະອານ

ວັນທີ 13 ກໍລະກົດ 2023 ນີ້, ສະຫາຍ ບຸນທອງ ຈິດມະນີ ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ທ່າຍ ແທງ ກຸ໋ຍ ກໍາມະການສູນກາງພັກ, ເລຂາພັກແຂວງປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງເຫງະອານ ສສ ຫວຽດນາມ ໃນໂອກາດເດີນທາງຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ ສປປ ລາວ.

ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນຂອງ ສະຫາຍ ທ່າຍ ແທງ ກຸ໋ຍ ພ້ອມຄະນະໃນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງຄວາມສໍາຄັນທີ່ພັກ-ລັດ ກໍຄື ອໍານາດການປົກຄອງແຂວງເຫງະອານ ທີ່ມີຕໍ່ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ,ຫວຽດ ນາມ-ລາວ ໂດຍສະເພາະ ນະຄອນຫລວງວຽງຈັນ ແລະ ແຂວງເຫງະອານ, ທັງເປັນການສືບຕໍ່ຮັດແໜ້ນການຮ່ວມມືລະຫວ່າງສອງນະຄອນ/ແຂວງ, ປະກອບສ່ວນເຂົ້າໃນການເພີ່ມພູນຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ. ພ້ອມນີ້, ຍັງໄດ້ສະເໜີໃຫ້ ນະຄອນຫລວງວຽງຈັນ ແລະ ແຂວງເຫງະອານ ມີການແລກປ່ຽນຄະນະຜູ້ແທນຂັ້ນສູງໄປມາຫາສູ່ກັນ ແລະ ໃຫ້ມີການແລກປ່ຽນຂໍ້ມູນຂ່າວສານ ໃນຂະແໜງການຕ່າງໆ ຂອງສອງຝ່າຍ ໂດຍສະເພາະວຽກງານການກໍ່ສ້າງພັກ, ວຽກງານຮາກຖານ, ວຽກງານຄຸ້ມຄອງບຸກຄະລາກອນ ແລະ ສະເໜີໃຫ້ມີການຮ່ວມມືດ້ານການຄ້າ-ການລົງທຶນ, ວຽກງານການທ່ອງທ່ຽວ, ວຽກງານການສຶກສາ ແລະ ວຽກງານການຄຸ້ມຄອງຕົວເມືອງ.

ໂອກາດນີ້, ສະຫາຍ ທ່າຍ ແທ່ງ ກຸ໋ຍ ໄດ້ຕາງໜ້າຄະນະ ສະແດງຄວາມຂອບໃນມາຍັງ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ພ້ອງທັງແຈ້ງໃຫ້ຊາບເຖິງຈຸປະສົງ ໃນການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ນະຄອນຫລວງວຽງຈັນ ໃນຄັ້ງນີ້.

ຂໍ້ມູນ-ພາບ: ຫ້ອງວ່າການສູນກາງພັກ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments