Saturday, July 27, 2024
Homeຂ່າວໜ້າໜຶ່ງພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I

ພະນັກງານຫລັກແຫລ່ງ ອ້ອມຂ້າງກະຊວງ ຖວທ ຍົກລະດັບທິດສະດີການເມືອງ ຂັ້ນຕົ້ນ ຊຸດທີ I

ພິທີເປີດຊຸດຮຽນທິດສະດີການເມືອງຂັ້ນຕົ້ນ ຊຸດທີ I ໃຫ້ສະມາຊິກພັກ-ພະນັກງານຫລັກແຫລ່ງ ແລະ ພະນັກງານສືບທອດ ອ້ອມຂ້າງກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ(ຖວທ) ຈັດຂຶ້ນໃນວັນທີ 13 ກໍລະກົດ 2023 ໂດຍການເຂົ້າຮ່ວມຂອງ ສະຫາຍ ໂພສີ ແກ້ວ ມະນີວົງ ຄະນະປະຈໍາພັກ, ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະທ່ອງທ່ຽວ, ສະຫາຍ ດາວສະຫວັນ ເຄືອມີໄຊ ຄະນະປະຈໍາພັກ, ຮອງຫົວໜ້າສະຖາບັນການເມືອງ ແລະ ການປົກຄອງແຫ່ງຊາດ, ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ແລະ ສໍາມະນາກອນ 40 ສະຫາຍ, ຍິງ 21 ສະຫາຍ ເຂົ້າຮ່ວມ.

ຈຸດປະສົງ ຂອງການຈັດຕັ້ງບໍາລຸງທິດສະດີການເມືອງຄັ້ງນີ້, ເພື່ອຍົກລະດັບຄວາມຮູ້, ຄວາມສາມາດດ້ານທິດສະດີການເມືອງ, ແນວຄິດ ໄກສອນ ພົມວິຫານ, ແນວທາງນະໂຍບາຍຂອງພັກ, ການຄຸ້ມຄອງຂອງລັດ, ເຮັດໃຫ້ຜູ້ເຂົ້າຮ່ວມມີແນວຄິດທັດສະນະຫລັກໝັ້ນ ຊົນຊັ້ນກຳມະກອນ, ມີແນວຄິດເຊື່ອໝັ້ນຕໍ່ການນຳພາຂອງພັກ, ເຊື່ອໝັ້ນຕໍ່ອຸດົມການ ກໍຄື ພາລະກິດ ປ່ຽນແປງໃໝ່ຢ່າງມີຫລັກການຂອງພັກ, ມີຄຸນສົມບັດສິນທຳປະຕິວັດ, ມີຄວາມຈົງຮັກພັກດີຕໍ່ປະເທດຊາດ ຕໍ່ປະຊາຊົນ, ມີຄວາມຫ້າວຫັນເປັນແບບຢ່າງໃນທຸກວຽກງານທີ່ຕົນຮັບຜິດຊອບ, ສ້າງພະນັກງານ-ລັດຖະກອນ ໃຫ້ມີຄຸນທາດການເມືອງຢ່າງໜັກແໜ້ນ, ມີລະດັບຄວາມສາມາດໃນການຄຸ້ມຄອງ ແລະ ຈັດຕັ້ງປະຕິບັດຕາມແນວທາງນະໂຍບາຍຂອງພັກ ໃຫ້ເກີດດອກອອກຜົນຢ່າງແທ້ຈິງ ແນໃສ່ເຮັດໃຫ້ພະນັກງານ-ລັດຖະ ກອນມີຄວາມຮູ້ສົມຄູ່ທາງດ້ານທິດສະດີ ແລະ ພຶດຕິກຳ, ນຳໃຊ້ຄວາມຮູ້ດັ່ງກ່າວ ເຂົ້າໃນວຽກງານ ຂອງ ຕົນຮັບຜິດຊອບໃຫ້ມີປະສິດທິພາບສູງຂຶ້ນ.

ຊຸດຮຽນທິດສະດີການເມືອງຂັ້ນຕົ້ນຄັ້ງນີ້, ຈະດຳເນີນໄປຮອດວັນທີ 12 ຕຸລາ 2023 ໂດຍຜູ້ເຂົ້າຮ່ວມຈະໄດ້ ຄົ້ນຄວ້າຮໍ່າຮຽນ 7 ກຸ່ມວິຊາ ແລະ ຂຽນບົດທົບທວນຈົບຂັ້ນ ລວມທັງໝົດ 55 ບົດ, 420 ຊົ່ວໂມງ, ປະກອບມີ ກຸ່ມວິຊາປັດຊະຍາມາກ-ເລນິນ, ເສດຖະສາດການເມືອງມາກ-ເລນິນ, ລັດທິສັງຄົມນິຍົມວິທະຍາສາດ, ແນວຄິດ ໄກສອນ ພົມວິຫານ, ພື້ນຖານການຄຸ້ມຄອງບໍລິຫານລັດ, ປະຫວັດສາດພັກ ແລະ ກໍ່ສ້າງພັກ. ນອກຈາກ, ນີ້ສໍາມະນາກອນຍັງຈະໄດ້ໄປທັດສະນະສຶກສາພາຍໃນນະຄອນຫລວງວຽງຈັນ ແລະ ຕ່າງແຂວງ, ເຄື່ອນໄຫວກິດຈະກຳຕ່າງໆ ຕື່ມອີກ.

ສະຫາຍ ໂພສີ ແກ້ວມະນີວົງ ໄດ້ກ່າວວ່າ: ຍ້ອນຄວາມເຊື່ອໝັ້ນ ແລະ ມຸ່ງຫວັງຢາກຊຸກຍູ້ສົ່ງເສີມໃຫ້ບັນດາສະຫາຍ ກາຍເປັນພະນັກງານຫົວຈັກຫລັກແຫລ່ງ, ສືບທອດປ່ຽນແທນ, ຊີ້ນໍາບັນຊາໃນຂະແໜງການວຽກງານຕ່າງໆຢູ່ໃນກົມ, ກອງ ທີ່ຕົນສັງກັດຢູ່. ສະນັ້ນ, ການຈັດຕັ້ງຈຶ່ງໄດ້ຄັດຈ້ອນເລືອກເຟັ້ນເອົາພວກສະຫາຍ ເຂົ້າຮ່ວມໃນຊຸດຮຽນຄັ້ງນີ້ ເຊິ່ງມັນໄດ້ເປັນຂີດໝາຍຢັ້ງຢືນໃຫ້ເຫັນວ່າ ພັກ-ລັດ ແລະ ການຈັດຕັ້ງພ້ອມແລ້ວທີ່ຈະປະກອບຄວາມຮູ້ ແລະ ຄວາມພ້ອມທາງດ້ານທິດສະດີການເມືອງ-ແນວຄິດໃຫ້ແກ່ພວກສະຫາຍ ເພື່ອຈະໄດ້ເກັບກຳບົດຮຽນໄປໝູນໃຊ້ໃຫ້ຖືກຕ້ອງເຂົ້າໃນການປະຕິບັດໜ້າທີ່ການເມືອງຂອງຕົນ ໄດ້ເປັນຢ່າງດີໃນອະນາຄົດ, ໃຫ້ມີຜົນປະໂຫຍດຕໍ່ການຈັດຕັ້ງ ຕໍ່ພັກ-ລັດ, ຕໍ່ປະເທດຊາດ ແລະ ປະຊາຊົນ. ພ້ອມນີ້ ສະຫາຍຍັງ ໄດ້ຮຽກຮ້ອງ ແລະ ແນະນຳ ໃຫ້ ສຳມະນາກອນ ຈົ່ງຕັ້ງອົກຕັ້ງໃຈເຂົ້າຮ່ວມການຮຽນຊຸດນີ້ຢ່າງເປັນປົກກະຕິ ເພື່ອຕິດຕາມ ເກັບກໍາເອົາບົດ ຮຽນ, ຄວາມຮູ້ ແລະ ພຶດຕິກໍາຕົວຈິງຈາກຄູ-ອາຈານທີ່ຖ່າຍທອດໃຫ້ຢ່າງເຕັມເມັດເຕັມໜ່ວຍ, ເປັນລະບົບຕໍ່ເນື່ອງ ເລິກເຊິ່ງເຖິງຖອງ ເພື່ອເປັນພື້ນຖານຄວາມຮູ້ໃຫ້ແກ່ຕົນເອງ ໃນການນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ໄດ້ຮັບຜົນດີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments