Saturday, July 27, 2024
Homeຂ່າວການເມືອງຫົວໜ້າ ຫສປທ ຕ້ອນຮັບທູດອາເມລິກາ ອຳລາ

ຫົວໜ້າ ຫສປທ ຕ້ອນຮັບທູດອາເມລິກາ ອຳລາ

ທ່ານ ນາງ ເຂັມມະນີ ພົນເສນາ ຫົວໜ້າຫ້ອງວ່າການສໍານັກງານປະທານປະເທດ (ຫສປທ) ໄດ້ຕ້ອນຮັບ ທ່ານ ປີເຕີ ເຮມອນ (Peter M. Haymond) ເອກອັກຄະລັດຖະທູດວິສາ ມັນຜູ້ມີອຳນາດເຕັມ ແຫ່ງສະຫະລັດອາເມລິກາ ປະຈໍາ ສປປ ລາວ ເຂົ້າຢ້ຽມຂ່ຳນັບອາລາ ໃນໂອກາດສໍາເລັດ ໜ້າທີ່ການທູດຢູ່ລາວ ໃນວັນທີ 12 ກໍລະກົດ 2023.

ໃນໂອກາດດັ່ງກ່າວ, ທ່ານ ນາງ ເຂັມມະນີ ພົນເສນາ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ, ຕີລາຄາສູງຕໍ່ຜົນສໍາເລັດໃນການປະຕິບັດໜ້າທີ່ການທູດຢູ່ ສປປ ລາວ ຂອງ ທ່ານ ປີເຕີ ເຮມອນ ຈົນສໍາເລັດຜົນຢ່າງຈົບງາມ ຊຶ່ງເປັນການປະກອບສ່ວນເສີມສ້າງ ສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງປະເທດ ລາວ-ອາເມລິກາ, ອາເມລິກາ-ລາວ ຂະຫຍາຍຕົວຍິ່ງໆຂຶ້ນ, ພ້ອມທັງສະແດງຄວາມຂອບໃຈຕໍ່ ທ່ານ ປີເຕີ ເຮມອນ ກໍຄື ສ ອາເມລິກາ ທີ່ໄດ້ໃຫ້ການຊ່ວຍເຫລືອ, ສະໜັບສະໜູນ ແກ່ ສປປ ລາວ ກໍຄື ປະຊາຊົນລາວ ໃນໄລຍະຜ່ານມາ ແລະ ອວຍພອນ ໃຫ້ທ່ານທູດ ຈົ່ງເດີນທາງກັບປະເທດດ້ວຍຄວາມສະຫວັດດີພາບ ແລະ ປະສົບຜົນສໍາເລັດໃນໜ້າທີ່ໃໝ່ຂອງທ່ານ.

ໃນວັນດຽວກັນ, ທ່ານ ນາງເຂັມມະນີ ພົນເສນາ ກໍໄດ້ຕ້ອນຮັບການເຂົ້າຢ້ຽມຂ່ຳນັບຂອງທ່ານ ນາງ Maria Renata Caldas deJesus ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ຕີມໍ-ເລສເຕ ປະຈໍາ ສປປ ລາວ, ທີ່ຫ້ອງຮັບແຂກ ຫສປທ ເຊັ່ນດຽວກັນ.

ຂ່າວ-ພາບ: ໜັງສືພິມປະຊາຊົນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments