Saturday, July 27, 2024
Homeຂ່າວໜ້າໜຶ່ງນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ນາຍົກລັດຖະມົນຕີ ຕ້ອນຮັບຄະນະຜູ້ແທນ ສສ ຫວຽດນາມ

ໃນວັນທີ 13 ກໍລະກົດ 2023 ນີ້, ສະຫາຍ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບເຂົ້າຢ້ຽມຂ່ຳນັບ ສະຫາຍ ທ່າຍ ແທງ ກຸ໋ຍ ກໍາມະການສູນກາງພັກ, ເລຂາພັກແຂວງ, ປະທານສະພາປະຊາຊົນແຂວງ, ຫົວໜ້າຄະນະຜູ້ແທນສະພາແຫ່ງຊາດແຂວງ ເຫງະອານ ສສ ຫວຽດນາມ ພ້ອມຄະນະ ໃນໂອກາດທີ່ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ.

ໂອກາດນີ້, ສະຫາຍ ສອນໄຊ ສີພັນດອນ ໄດ້ສະແດງຄວາມຕ້ອນຮັບ, ຊົມເຊີຍ ແລະ ຕີລາຄາສູງຕໍ່ສະຫາຍ ທ່າຍ ແທງ ກຸ໋ຍ ທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້, ເຊິ່ງເປັນການປະກອບ ສ່ວນສຳຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ປະຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໂດຍສະເພາະ ນະຄອນຫລວງວຽງຈັນ ແລະ ແຂວງເຫງະອານ, ທັງເປັນການສືບຕໍ່ຮັດແໜ້ນການຮ່ວມມື ລະຫວ່າງ ນະຄອນຫລວງວຽງຈັນ ແລະ ແຂວງເຫງະອານ ເຂົ້າໃນການປະກອບສ່ວນເພີ່ມພູນຄູນສ້າງສາຍພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ໄດ້ຮັບການເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ໄປສູ່ລວງເລິກ ແລະ ລວງກວ້າງ ໃນທຸກຂົງເຂດວຽກງານ.

ໃນໂອກາດດຽວກັນ, ສະຫາຍ ທ່າຍ ແທງ ກຸ໋ຍ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ສອນໄຊ ສີພັນດອນ ທີ່ໃຫ້ຮັບອັນອົບອຸ່ນ, ພ້ອມທັງ ຖືໂອກາດນີ້, ລາຍງານຈຸດປະສົງຂອງການຂອງການມາຢ້ຽມຢາມ ສປປ ລາວ ໃນຄັ້ງນີ້ ໂດຍສະເພາະແມ່ນ ໄດ້ເຮັດວຽກຮ່ວມກັບຄະນະພັກ ນະຄອນຫລວງວຽງຈັນ.

ຂ່າວ: ກິດຕາ

ພາບ: ແສງຈັນ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments