Saturday, July 27, 2024
Homeຂ່າວດ່ວນໜຶ່ງປີຜ່ານມາ ຫຼວງນ້ຳທາ ອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ

ໜຶ່ງປີຜ່ານມາ ຫຼວງນ້ຳທາ ອຸບັດຕິເຫດຕາມທ້ອງຖະໜົນຫຼຸດລົງ

ໄລຍະ 1 ຜ່ານມາ ສະພາບການສັນຈອນຢູ່ແຂວງຫຼວງນ້ຳທາ ໂດຍລວມເຫັນວ່າພາຫະນະແມ່ນມີທ່າອ່ຽງເພີ່ມຂຶ້ນ, ຄຽງຄູ່ກັນນັ້ນ ກໍມີຜູ້ຂັບຂີ່ຈຳນວນໜຶ່ງຍັງລະເມີດລະບຽບການສັນຈອນ ເຮັດໃຫ້ມີອຸບັດຕິເຫດຕາມທ້ອງຖະໜົນ ແລະ ມີຜູ້ເສຍຊີວິດ. ຜ່ານມາເຈົ້າໜ້າທີຕຳຫຼວດຈະລາຈອນ ປກສ ແຂວງ, ປກສ ເມືອງ ກໍໄດ້ສຸມໃສ່ວຽກງານວິຊາສະເພາະຢ່າງຕັ້ງໜ້າ ໂດຍສະເພາະແມ່ນອຳນວຍຄວາມສະດວກ ແລະ ສຸມໃສ່ສະກັດກັ້ນ ຕ້ານອຸບັດຕິເຫດໃຫ້ຫຼຸດໜ້ອຍຖອຍລົງ ຊຶ່ງສະແດງອອກໃນປີ 2023 ທົ່ວແຂວງຫຼວງນໍ້າທາ ມີອຸບັດຕິເຫດຫຼຸດລົງ 116 ລາຍ.

ທ່ານ ພັນຕີ ອິນຫົງ ຂຽນທະວົງ ຮອງຫົວໜ້າພະແນກຕຳຫຼວດຈະລາຈອນ ປກສ ແຂວງຫຼວງນ້ຳທາໄດ້ໃຫ້ສໍາພາດວ່າ: ໃນ 1 ປີຜ່ານມາທາງພະແນກຕໍາຫຼວດຈະລາຈອນ ປກສ ແຂວງ ໄດ້ເອົາໃຈໃສ່ໂຄສະນາກົດລະບຽບການສັນຈອນທາງບົກ ຢູ່ບັນດາບ້ານ, ບັນດາພະແນກການ, ໂຮງຮຽນແຫ່ງຕ່າງໆ. ພ້ອມນີ້, ກໍໄດ້ຂຶ້ນຫ້ອງສອນ ວິຊາກົດລະບຽບການສັນຈອນທາງບົກ ຢູ່ໂຮງຮຽນ ມສ ແຫ່ງຕ່າງໆອ້ອມຂ້າງແຂວງ ໂດຍສະເພາະແມ່ນຊັ້ນມໍ 6-7 ປີລະຄັ້ງ. ຕໍ່ກັບອຸບັດຕິເຫດໃນ 1 ປີຜ່ານມາເກີດຂຶ້ນທັງໝົດ 309 ລາຍ, ທຽບໃສ່ປີ 2022 ຫຼຸດລົງ 116 ລາຍ, ຄົນໄດ້ຮັບບາດເຈັບເລັກນ້ອຍ 275 ຄົນ, ໄດ້ຮັບບາດເຈັບສົມຄວນ 146 ຄົນ, ໄດ້ຮັບເຈັບສາຫັດ 53 ຄົນ, ເສຍຊີວີດ 35 ຄົນ ຍິງ 15 ຄົນ, ລວມມູນຄ່າເສຍຫາຍ 4 ຕື້ 900 ລ້ານກວ່າກີບ.

ສາເຫດທີ່ພາໃຫ້ເກີດອຸບັດຕິເຫດເດັ່ນກ່ວາໝູ່ແມ່ນເກີດຈາກການດື່ມສິງມືນເມົາແລ້ວຂັບຂີ່ກວມເອົາ 90% ແລະ ເກີດຈາກສະພາບເຕັກນິກລົດ ແລະ ສະພາບເສັ້ນທາງ 10%. ຜ່ານມາທາງພະແນກໄດ້ເຮັດວຽກງານສະກັດກັ້ນເພື່ອເຮັດໃຫ້ອຸບັດຕິເຫດຫຼຸດລົງເຊັ່ນ: ການກວດຈັບຄວາມໄວ, ຕັ້ງຈຸດກວດກາ ແລະ ສະກັດກຸ່ມແກ້ງກວນເມືອງ 112 ຄັ້ງ, ກັກໄດ້ກຸ່ມແກ້ງຂັບລົດກວນເມືອງຈໍານວນໜຶ່ງ ແລະ ໄດ້ສຶກສາອົບຮົມກ່າວເຕືອນຢູ່ຫ້ອງການພ້ອມທັງນໍາເອົາອາໄລ່ລົດທີ່ບໍ່ຖືກຕ້ອງຕາມເຕັກນິກ ຫຼື ໂຮງງານຜະລິດມາປ່ຽນໃຫ້ຖືກຕ້ອງແລ້ວຈຶ່ງປ່ອຍໄປ, ສ່ວນຜູ້ລະເມີດກົດລະບຽບການສັນຈອນທາງບົກ ສ່ວນຫຼາຍແມ່ນອາຍຸໃນລະຫວ່າງ 15 -30 ປີ.

ທ່ານ ຍັງໄດ້ກ່າວຕື່ມອີກວ່າ: ຕໍ່ກັບບັນຫາດັ່ງກ່າວ, ຕ່າງໜ້າໃຫ້ພະແນກຕຳຫຼວດຈະລາຈອນ ປກສ ແຂວງ ຮຽກຮ້ອງມາຍັງນັກຂັບຂີ່ ຫຼື ຜູ້ທີ່ໃຊ້ລົດ, ໃຊ້ຖະໜົນ ຈົ່ງພ້ອມກັນເອົາໃຈໃສ່ປະຕິບັດຕໍ່ກົດລະບຽບການສັນຈອນ ໃຫ້ເຂັ້ມງວດ ເພື່ອບໍ່ໃຫ້ເກີດອຸບັດຕິເຫດບົນທ້ອງຖະໜົນ ແລະ ມີທາອ່ຽງຫຼຸດລົງເທື່ອລະກ້າວ.

(ຂ່າວ: ສົມພອນ ຂຸນດາວົງ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments