Saturday, July 27, 2024
Homeຂ່າວຕ່າງປະເທດອຸນຫະພູມໂລກ 12 ເດືອນຫຼ້າສຸດຮ້ອນເກີນ 1,5 ອົງສາ

ອຸນຫະພູມໂລກ 12 ເດືອນຫຼ້າສຸດຮ້ອນເກີນ 1,5 ອົງສາ

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ສູນບໍລິການດ້ານການປ່ຽນແປງສະພາບພູມອາກາດຂອງສະຖາບັນໂຄເປີນິຄັສ ແຫ່ງສະຫະພາບເອີຣົບ (EU) ໄດ້ເປີດເຜີຍບົດລາຍງານຜົນການສຶກສາລະບຸວ່າ: ອຸນຫະພູມໂລກໃນຮອບ 12 ເດືອນຫຼ້າສຸດ ສູງເກີນ 1,5 ອົງສາ ເປັນຄັ້ງທຳອິດ.

ບົດລາຍງານລະບຸວ່າ: ອຸນຫະພູມໂລກໃນຮອບ 12 ເດືອນຫຼ້າສຸດຄືໃນລະຫວ່າງເດືອນກຸມພາ 2023 ເຖິງ ມັງກອນ 2024 ສູງກວ່າມາດຕາວັດຂອງສະຕະວັດທີ 19 ຊຶ່ງເປັນຍຸກກ່ອນການປະຕິວັດອຸດສາຫະກຳ ຢູ່ທີ່ 1,52 ອົງສາ. ທັງນີ້, ຖືວ່າເປັນຄັ້ງທຳອິດໃນປະຫວັດສາດທີ່ອຸນຫະພູມສະເລ່ຍຂອງໂລກໃນຮອບ 12 ເດືອນສູງກວ່າໄລຍະເວລາດັ່ງກ່າວ ແລະ ຍັງສູງກວ່າເກນ 1,5 ອົງສາຂອງຂໍ້ຕົກລົງປາຣີ ສະບັບປີ 2015 ຊຶ່ງເນັ້ນຢ້ຳການສູນເສຍທີ່ເກີດຂຶ້ນກັບມະນຸດ ທັງໃນດ້ານສັງຄົມ ແລະ ເສດຖະກິດ ທົ່ວໂລກປະເຊີນກັບໄພທຳມະຊາດເກືອທຸກຮູບແບບຕະຫຼອດປີທີ່ຜ່ານມາ ແລະ ເພີ່ມທະວີຄວາມຮຸນແຮງຂຶ້ນດ້ວຍປະກົດການແອວນີໂຢ ຊຶ່ງຫຼາຍຝ່າຍໃຫ້ຄວາມເຫັນວ່າ ເຮັດໃຫ້ອຸນຫະພູມໂລກໃນປີທີ່ຜ່ານມາຮ້ອນທີ່ສຸດໃນຮອບ 100.000 ປີ.

ຂະນະດຽວກັນ, ສະຖານະການທີ່ເກີດຂຶ້ນຍັງເປັນຄຳເຕືອນວ່າ: ໂລກຮ້ອນໄວຂຶ້ນກວ່າທີ່ຄິດ ເຖິງແມ່ນວ່າມີຄວາມເປັນໄປໄດ້ທີ່ອຸນຫະພູມໂລກອາດຈະເຢັນລົງ ເມື່ອປະກົດການແອວນີໂຢຮອບນີ້ສິ້ນສຸດ ຊຶ່ງຄາດວ່າໜ້າຈະເປັນໄລຍະເດືອນເມສາ ແຕ່ຖ້າຫາກທຸກຝ່າຍຍັງຄົງບໍ່ໃສ່ໃຈກັບເລື່ອງນີ້ຢ່າງຈິງຈັງອຸນຫະພູມໂລກຈະກັບມາສູງຂຶ້ນ ແລະ ເກີນເກນຂອງຂໍ້ຕົກລົງປາຣີ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments