Wednesday, May 15, 2024
Homeຂ່າວຕ່າງປະເທດ35 ປະເທດ ບັນລຸຂໍ້ຕົກລົງກ່ຽວກັບການຄວບຄຸມຊັອບແວ

35 ປະເທດ ບັນລຸຂໍ້ຕົກລົງກ່ຽວກັບການຄວບຄຸມຊັອບແວ

ວິທະຍຸກະຈາຍສຽງຫວຽດນາມລາຍງານວ່າ: ເມື່ອບໍ່ດົນມານີ້, ກຸ່ມບັນດາປະເທດ ນໍາໜ້າໂດຍ ອັງກິດ, ຝຣັ່ງ, ອາເມຣິກາ ແລະ ບັນດາບໍລິສັດເຕັກໂນໂລຊີ, ລວມມີ: ກູເກິລ (Google), ໄມໂຄຊັອບ (Microsoft) ແລະ ເມຕາ (Meta) ໄດ້ລົງນາມໃນຂໍ້ຕົກລົງຮ່ວມ ຍອມຮັບຄວາມຈຳເປັນຕ້ອງມີການກະທຳຫຼາຍກວ່າເກົ່າ ເພື່ອແກ້ໄຂກ່ຽວກັບການນຳໃຊ້ບັນດາເຄື່ອງມືສືບສອດແນມທາງເຄືອຂ່າຍ.

ຂ່າວລະບຸວ່າ: ຖະແຫຼງການດັ່ງກ່າວຊຶ່ງລວມມີ 35 ປະເທດລົງນາມໃນກອງປະຊຸມໂດຍ ອັງກິດ ແລະ ຝຣັ່ງ ພ້ອມກັນຈັດຂຶ້ນຢູ່ ລອນດອນ ເພື່ອແກ້ໄຂສະພາບການນຳໃຊ້ຊັອບແວສືບສອດແນມເພື່ອຮັບຟັງການໂອ້ລົມສົນທະນາທາງໂທລະສັບ, ລັກພາບຖ່າຍ, ບັນຊາກ້ອງຖ່າຍຮູບ ແລະ ເຄື່ອງມືບັງຄັບບັນຊາຈາກທາງໄກ ທີ່ນັບມື້ນັບຫຼາຍ. ຖະແຫຼງການຮຽກຮ້ອງໃຫ້ບັນດາຝ່າຍລົງນາມການນຳໃຊ້ບັນດາຊັອບແວດັ່ງກ່າວໃຫ້ຖືກຕ້ອງຕາມກົດໝາຍ ແລະ ມີຄວາມຮັບຜິດ ຊອບ, ຕິດຕາມຢ່າງເຂັ້ມງວດ ແລະ ສ້າງຄວາມຈະແຈ້ງສຳລັບບັນດານັກສະໜອງຊັອບແວດ້ານການຄ້າ.

ບັນດາປະເທດ ແລະ ບໍລິສັດ ທີ່ໄດ້ລົງນາມກ່າວເຕືອນວ່າ: ຖ້າຂາດບັນດາມາດຕະການຄວບຄຸມຢ່າງເຂັ້ມງວດ ສຳລັບບັນດາຊັອບແວຄືແນວນັ້ນ ຈະເພີ່ມຄວາມສ່ຽງເປັນເຄື່ອງມືໃຫ້ຄົນບໍ່ດີນຳໃຊ້ເພື່ອດຳເນີນການສືບລາຊະການລັບ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments