Saturday, July 27, 2024
Homeຂ່າວພາຍໃນວາງສີລາລຶກ ໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນ ພຣາຊາ

ວາງສີລາລຶກ ໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນ ພຣາຊາ

ແຫລ່ງຂ່າວຈາກແຂວງຫົວພັນ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້ໄດ້ມີພິທີວາງສີລາລຶກໂຄງການກໍ່ສ້າງໂຮງແຮມສາກົນ ຫົວພັນ ພຣາຊາ ຢູ່ທີ່ເດີ່ນຮ້ານຄ້າເກົ່າ ບ້ານພັນໄຊ ເມືອງຊຳເໜືອ ແຂວງຫົວພັນ ໂດຍແມ່ນ ບໍລິສັດ ເທັກໂນໂລຢີ ມິ້ນນິ້ງລາວ ຫົວພັນ ຈຳກັດ ເປັນຜູ້ສຳປະທານທີ່ດິນລັດ ແລະ ລົງທຶນໃນການກໍ່ສ້າງ 100%.

ໂຄງການກໍ່່ສ້າງໂຮງແຮມ ສາກົນຫົວພັນ ພຣາຊາ ມີເນື້ອທີ່ດິນທັງໝົດ 2.580 ຕາແມັດ.ໃນນີ້, ເນື້ອທີ່ການກໍ່ສ້າງມີ 1.750 ຕາແມັດ, ເປັນຕຶກ 12 ຊັ້ນ, ສູງປະມານ 60 ແມັດ, ເປັນໂຮງແຮມແບບລວມສູນ ລະດັບ 5 ດາວ ລວມມູນຄ່າການກໍ່ສ້າງທັງໝົດ 100 ລ້ານໂດລາສະຫະລັດ ໂດຍຈະເລີ່ມລົງມືການກໍ່ສ້າງນັບແຕ່ມື້ວາງສີລາລຶກເປັນຕົ້ນໄປ ຄາດວ່າຈະໃຊ້ເວລາການກໍ່ສ້າງທັງໝົດ 18 ເດືອນໃຫ້ສຳເລັດ.

ໃນພິທີ, ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງການລົງທຶນພັດທະນາແຂວງຫົວພັນ ໃນດ້ານຕ່າງໆ ເຊິ່ງອຳນາດການປົກຄອງແຂວງຫົວພັນ ກໍພ້ອມ ທີ່ຈະໃຫ້ຄວາມຮ່ວມມື. ພ້ອມທັງສະແດງຄວາມເຊື່ອໝັ້ນວ່າ ບໍລິສັດທີ່ຮັບເໝົາການກໍ່ສ້າງ-ລົງທຶນໃນຄັ້ງນີ້, ຈະໃຫ້ສຸມທຸກທ່າແຮງ, ເງື່ອນໄຂ ເພື່ອເຮັດໃຫ້ການກໍ່ສ້າງໄດ້ດໍາເນີນຖືກຕ້ອງຕາມມາດ ຖານເຕັກນິກການອອກແບບ ແລະ ສຳເລັດຕາມແຜນການທີ່ວາງໄວ້; ພາຍຫລັງໂຮງແຮມສາກົນ ຫົວພັນ ພຣາຊາ ກໍ່ສ້າງສຳເລັດ ຈະສາມາດຮອງຮັບແຂກຄົນທັງພາຍໃນ ແລະ ຕ່າງປະເທດເຂົ້າມາພັກເຊົາ ແລະ ທ່ຽວຊົມແຂວງຫົວພັນ ມີສະດວກສະບາຍກວ່າເກົ່າ, ທັງເປັນການສ້າງວຽກເຮັດງານທຳໃຫ້ຊາວໜຸ່ມ ແລະ ປະຊາຊົນ ມີລາຍຮັບເຂົ້າສູ່ຄອບຄົວຫລາຍຂຶ້ນ, ກ້າວໄປເຖິງການຫລຸດພົ້ນຈາກຄວາມທຸກຍາກເທື່ອລະກ້າວ, ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງແຂວງຫົວພັນ ຕາມ 5 ທ່າແຮງຂອງແຂວງໃຫ້ປະກົດຜົນເປັນຈິງ.

ຂ່າວ: ໄມຄໍາ

ພາບ: ນິດຖະໜອມ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments