Saturday, July 27, 2024
Homeຂ່າວຕ່າງປະເທດສະຖິຕິຄົນເຈັບໄຂ້ເລືອດອອກໃນມາເລເຊຍເພີ່ມຂຶ້ນ 65%

ສະຖິຕິຄົນເຈັບໄຂ້ເລືອດອອກໃນມາເລເຊຍເພີ່ມຂຶ້ນ 65%

ຂ່າວຕ່າງປະເທດລາຍງານ ເມື່ອທ້າຍອາທິດຜ່ານມາ, ກະຊວງສາທາລະນະສຸກຂອງມາເລເຊຍໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ມາເລເຊຍພົບຄົນເຈັບພະຍາດໄຂ້ເລືອດອອກສະສົມໃນປະເທດຢ່າງໜ້ອຍ 18.247 ຄົນໃນໄລຍະ 5 ອາທິດທຳອິດຂອງປີ 2024 ເພີ່ມຂຶ້ນ 65,6% ເມື່ອທຽບກັບໄລຍະເວລາດຽວກັນຂອງປີ 2023 ຊຶ່ງສະຖິຕິຄົນເຈັບມີຈຳນວນ 11.127 ຄົນ.

ຂະນະທີ່ຈຳນວນຜູ້ເສຍຊີວິດຈາກພະຍາດໄຂ້ເລືອດອອກໃນມາເລເຊຍມີ 9 ຄົນ ນັບຕັ້ງແຕ່ຕົ້ນປີນີ້ ສ່ວນສະຖິຕິຜູ້ເສຍຊີວິດເມື່ອໄລຍະເວລາດຽວກັນຂອງປີຜ່ານມາມີ 6 ຄົນ. ອີກຢ່າງໜຶ່ງ, ອົງການອະນາໄມໂລກ (WHO) ໄດ້ເຜີຍແຜ່ບົດງານໂດຍລະບຸວ່າ: ນັບຕັ້ງແຕ່ຕົ້ນປີ 2023 ມີການຢືນຢັນຄົນເຈັບພະຍາດໄຂ້ເລືອດອອກແລ້ວຫຼາຍກວ່າ 5 ລ້ານຄົນ ແລະ ມີຜູ້ເສຍຊີວິດສະສົມຫຼາຍກວ່າ 5.000 ຄົນ ສ່ວນຫຼາຍຢູ່ໃນພາກພື້ນອາເມຣິກາ, ອາຊີຕາເວັນອອກສ່ຽງໃຕ້ ແລະ ປາຊີຟິກຕາເວັນຕົກ. ທັງນີ້, ການເຕີບໂຕຂອງຍຸງປ່ຽນແປງໄປຫຼາຍໃນໄລຍະບໍ່ເທົ່າໃດປີທີ່ຜ່ານມາ ເນື່ອງຈາກປະກົດການແອວນີໂຢສົ່ງຜົນກະທົບຕໍ່ການປ່ຽນແປງຂອງສະພາບອາກາດໂລກ ເຮັດໃຫ້ອຸນຫະພູມໂລກເພີ່ມສູງຂຶ້ນ ແລະ ຄວາມຊຸ່ມຂອງອາກາດທີ່ຫຼາຍຂຶ້ນດ້ວຍ.

ປັດຈຸບັນ, ປະຊາກອນໂລກໃນເກືອບທຸກພາກພື້ນມີຄວາມສ່ຽງຕໍ່ພະຍາດໄຂ້ເລືອດອອກ ໂດຍສະເພາະຜູ້ທີ່ອາໄສຢູ່ໃນປະເທດທີ່ມີອາກາດຮ້ອນຂຶ້ນ ຫຼື ເຄິ່ງເຂດຮ້ອນ ເຖິງຢ່າງໃດກໍຕາມ, ພະຍາດໄຂ້ເລືອດອອກຍັງຄົງເປັນພະຍາດທີ່ສາມາດປິ່ນປົວໄດ້ຕາມອາການ ແລະ ໃຊ້ເວລາປະມານ 1-2 ອາທິດ.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments