Saturday, July 27, 2024
Homeຂ່າວພາຍໃນຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງຄູນຄໍາ

ຮອງປະທານສະພາແຫ່ງຊາດ ເຄື່ອນໄຫວວຽກງານຢູ່ເມືອງຄູນຄໍາ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ໃນໂອກາດທີ່ມາເຄື່ອນໄຫວຢ້ຽມຢາມ ແລະ ພົບປະຜູ້ມີສິດເລືອກຕັ້ງ ຕິດພັນກັບການຈັດຕັ້ງຜັນຂະຫຍາຍ ແລະເຜີຍແຜ່ເນື້ອໃນຜົນສຳເລັດຂອງກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ກອງປະຊຸມສະໄໝສາມັນເທື່ອທີ 6 ຂອງສະພາປະຊາຊົນແຂວງຄໍາມ່ວນ ຊຸດທີ II ຢູ່ເມືອງຄູນຄໍາ ເມື່ອບໍ່ດົນຜ່ານມາ, ທ່ານ ຄໍາໃບ ດຳລັດ ຮອງປະທານສະພາແຫ່ງຊາດ ພ້ອມດ້ວຍ ທ່ານ ບຸນມີ ພິມມະສອນ ປະທານຄະນະສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ 12 ແຂວງຄໍາມ່ວນ ແລະ ຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ, ຕິດຕາມຄວາມຄືບໜ້າຂອງໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຫີນບູນ ເພື່ອຮັບຟັງການລາຍງານຄວາມຄືບໜ້າວຽກງານໂຄງການເຂື່ອນໄຟຟ້ານໍ້າຫີນບູນ.

ໂອກາດນີ້, ທ່ານ ຮອງປະທານສະພາແຫ່ງຊາດ ໄດ້ມີຄໍາເຫັນໂດຍໄດ້ຊີ້ນໍາໂຄງການດັ່ງກ່າວ ໃຫ້ສືບຕໍ່ດຳເນີນການກໍ່ສ້າງໃຫ້ສຳເລັດ, ເອົາໃຈໃສ່ບັນຫາຜົນກະທົບຕໍ່ສິ່ງແວດລ້ອມ, ການຈັດສັນທີ່ຢູ່ອາໄສໃຫ້ປະຊາຊົນມີບ່ອນທຳການຜະລິດກະສິກຳ, ຊົນລະປະທານ, ການສ້າງວຽກເຮັດງານທຳ, ການທ່ອງ ທ່ຽວ, ການສ້າງບຸກຄະລາກອນສືບທອດ.

ຈາກນັ້ນ, ທ່ານຮອງປະທານສະພາແຫ່ງຊາດ ພ້ອມຄະນະກໍໄດ້ພົບປະກັບປະຊາຊົນ ບ້ານໜອງຮາງ ແລະ ເຂດບ້ານຈັດສັນ ຂອງປະຊາຊົນ ທີ່ບ້ານຄູນມະນີ ເມືອງຄູນຄໍາ ຕື່ມອີກ.

ຂ່າວ: ວິທະຍາ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments