Saturday, July 27, 2024
Homeຂ່າວພາຍໃນອອປສ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ

ອອປສ ຫວນຄືນມູນເຊື້ອ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ

ອົງການໄອຍະການປະຊາຊົນສູງສຸດ (ອອປສ) ຈັດປາຖະກະຖາ ສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ ໃນວັນທີ 12 ກຸມພາ 2024 ໂດຍການປາຖະ ກະຖາຂອງ ທ່ານ ເລັດ ໄຊຍະພອນ ປະທານຄະນະບໍລິຫານງານ ສູນກາງສະຫະພັນກຳມະບານລາວ, ມີບັນດາຄະນະກົມ, ຫ້ອງການ, ສະຖາບັນຄົ້ນຄວ້າ ແລະ ຝຶກອົບຮົມໄອຍະການ ແລະ ຄະນະພະແນກ ພາຍໃນອົງການໄອຍະການປະຊາຊົນສູງສຸດ ເຂົ້າຮ່ວມ.

ໂອກາດນີ້, ທ່ານ ເລັດ ໄຊຍະພອນ ໄດ້ຍົກໃຫ້ເຫັນມູນເຊື້ອ, ປະຫວັດແຫ່ງການກຳເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງຊົນຊັ້ນກຳມະກອນ, ພາລະກຳປະຫວັດສາດ ຂອງຂະບວນການກຳ ມະບານລາວ, ສະພາບຈຸດພິເສດການຕໍ່ສູ້ ຂອງຊົນຊັ້ນກຳມະກອນ ໃນທົ່ວໂລກ, ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກຳມະບານລາວ 68 ປີ (1956-2024) ຂອງອົງການກໍາມະບານລາວ ກັບການປະ ກອບສ່ວນໃນພາລະກິດຕໍ່ສູ້ປົດປ່ອຍຊາດ, ການປົກປັກຮັກສາ ແລະ ພັດທະນາປະເທດຊາດ ໃນປັດຈຸ ບັນ ແລະ ການເສີມຂະຫຍາຍມູນເຊື້ອອັນດີງາມ ຂອງຊົນຊັ້ນກຳມະກອນລາວ ໃນເມື່ອກ່ອນ. ນັບແຕ່ມື້ສ້າງຕັ້ງຈົນເຖິງປັດຈຸບັນ, ສະຫະພັນກຳມະບານລາວ ແຕ່ລະຂັ້ນໄດ້ເສີມຂະຫຍາຍທາດແທ້ລັກສະນະດີເລີດ ຂອງຊົນຊັ້ນກຳມະກອນລາວ ແລະ ມູນເຊື້ອອັນດີງາມ ຂອງກຳມະກອນລາວບັນດາເຜົ່າ ໃນຕະ ຫລອດໄລຍະ 68 ປີ ກໍຄື ໄລຍະການຕໍ່ສູ້ກູ້ຊາດ ຂອງຊົນຊັ້ນກໍາມະກອນ ແລະ ຜູ້ອອກແຮງງານລາວບັນດາເຜົ່າ ໃນເມື່ອກ່ອນ ເພື່ອຈັດຕັ້ງເຜີຍແຜ່ແນວທາງແຜນການ ແລະ ນະໂຍບາຍຂອງພັກ, ກົດໝາຍ, ລະບຽບການ ໃຫ້ມີຄວາມອຸ່ນອ່ຽນທຸ່ນທ່ຽງ, ມີສະຕິຕໍ່ການຈັດຕັ້ງ, ມີລະບຽບວິໄນຕໍ່ການອອກແຮງງານ, ມີຄວາມສາມັກຄີແໜ້ນແຟ້ນຢູ່ອ້ອມຂ້າງພັກ ເຊິ່ງສະແດງອອກໃຫ້ເຫັນຜົນງານທີ່ພົ້ນເດັ່ນໃນໄລ ຍະຜ່ານມາ, ທັງເປັນການຮຽກຮ້ອງໃຫ້ສະຫະພັນກຳມະບານກະຊວງ, ອົງການ, ນະຄອນຫລວງ ແລະ ແຂວງ ເພື່ອຈັດຕັ້ງປະຕິບັດມະຕິກອງປະຊຸມຄົບຄະນະກາງສະໄໝ ຄະນະບໍລິຫານງານສູນກາງສະຫະ ພັນກຳມະບານລາວ ສະໄໝທີ VIII.

ການສະເຫລີມສະຫລອງ ວັນສ້າງຕັ້ງສະຫະພັນກຳມະບານລາວ ຄົບຮອບ 68 ປີ, (ວັນທີ 1 ກຸມພາ 1956-1 ກຸມພາ 2024) ແນໃສ່ເຮັດໃຫ້ສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ ອອກແຮງງານລາວ ຮຸ່ນສືບທອດທົ່ວສັງຄົມ ເຫັນໄດ້ມູນເຊື້ອແຫ່ງການກຳເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງ ການຈັດຕັ້ງກຳມະບານລາວ, ທັງເປັນການສຶກສາອົບຮົມທາງດ້ານເມືອງ-ແນວຄິດ ໃຫ້ແກ່ຖັນແຖວສະ ມາຊິກກຳມະບານ, ກໍາມະກອນ ແລະ ຜູ້ອອກແຮງງານ ໄດ້ຮັບຮູ້ເຖິງຄວາມໝາຍ ແລະ ຄວາມສໍາຄັນ ກ່ຽວກັບພາລະບົດບາດ, ສິດໜ້າທີ່ ຂອງສະຫະພັນກໍາມະບານລາວ ໃນໄລຍະໃໝ່ ເຊິ່ງເປັນອົງການຈັດ ຕັ້ງທີ່ເປັນຕົວແທນແຫ່ງການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະກອນ ແລະ ຜູ້ອອກແຮງງານ, ທັງເປັນການເສີມຂະຫຍາຍທາດແທ້, ມູນເຊື້ອປະຕິວັດ, ຄຸນລັກສະນະອັນດີເລີດ ຂອງຊົນຊັ້ນກຳມະກອນ ໂດຍພາຍໃຕ້ການນໍາພາຂອງ ພັກປະຊາຊົນປະຕິວັດລາວ, ປຸກລະດົມ ແລະ ສ້າງຈິດສໍານຶກໃຫ້ແກ່ສະມາຊິກກຳມະບານ, ກຳມະກອນ ແລະ ຜູ້ອອກແຮງງານ ໄດ້ຫວນຄືນມູນ ເຊື້ອອັນອົງອາດກ້າຫານ ຂອງສະມາຊິກກໍາມະບານ, ກຳມະກອນ ແລະ ຜູ້ອອກແຮງງານໃນຮຸ່ນກ່ອນຈົນເຖິງປັດຈຸບັນ ທີ່ໄດ້ຕັ້ງໜ້າປະກອບສ່ວນເຂົ້າໃນການເຄື່ອນໄຫວວຽກງານ ກຳມະບານລາວ ແລະ ເປັນການປຸກລະດົມສ້າງຂະບວນການ ໃນການປະຕິບັດໜ້າທີ່ວິຊາສະເພາະ, ມີລະບຽບວິໄນ ໃນການອອກແຮງງານ ແລະ ການປະຕິບັດຂໍ້ ແຂ່ງຂັນ 5 ເປັນເຈົ້າ ໂດຍຕິດພັນຂໍ້ແຂ່ງຂັນ “ ຮັກຊາດ ແລະ ພັດທະນາ”.

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments