Saturday, July 27, 2024
Homeຂ່າວພາຍໃນເມືອງ​ໃໝ່, ແຂວງຜົ້ງສາລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 9 ສະໄໝທີ XIV.

ເມືອງ​ໃໝ່, ແຂວງຜົ້ງສາລີ ສຳເລັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 9 ສະໄໝທີ XIV.

ກອງປະຊຸມຄົບຄະນະຂອງຄະນະບໍລິຫານງານພັກເມືອງ​ໃໝ່ ແຂວງຜົ້ງສາລີ ຄັ້ງທີ 9 ສະໄໝທີ XIV ໄດ້ໄຂ ຂຶ້ນໃນຕອນເຊົ້າຂອງວັນທີ 5 ກຸມ​ພາ 2024 ​ນີ້ທີ່ສະ​ໂມ​ສອນ​ເມືອງ ໂດຍພາຍໃຕ້ການເປັນປະທານຂອງສະຫາຍ ​ສອນ​ສະ​ໜຸກ ສີ​ສຸ​ລາດ ເລຂາຄະນະບໍລິຫານງານພັກເມືອງ, ເຈົ້າເມືອງໆໃໝ່, ມີບັນດາສະຫາຍ ຮອງເລຂາພັກເມືອງ, ເລ​ຂາຄະນະະພັກຮາກຖານ, ເລຂາໜ່ວຍພັກ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມທັງ​ໝົດ 47 ສະ​ຫາຍ ຍິງ 8 ສະ​ຫາຍ.

ໃນ​ກອງປະ​ຊຸມ ສະຫາຍ ​ສອນ​ສະ​ໜຸກ ສີ​ສຸ​ລາດ ໄດ້​ຂື້​ນ​ມີ​ຄຳ​ຄຳ​ເຫັນ ກ່າວ​ປີດກອງ​ປະ​ຊຸມ​ຢ່າງ​ເປັນ​ທາງ​ການ ພ້ອມ​ທັງຜ່ານມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ຄັ້ງ​ທີ 7 ສະ​ໄໝ​ທີ XI ແລະ ຜ່ານມະ​ຕິ​ກອງ​ປະ​ຊຸມ​ຄົບ​ຄະ​ນະ ຄັ້ງ​ທີ 8 ຂອງ​ຄະ​ນະ​ບໍ​ລິ​ຫານ​ງານພັກ​ແຂວງ ສະ​ໄໝ​ທີ XI ຈາກ​ນັ້ນຜູ້ເຂົ້າຮ່ວມໄດ້ຮັບຟັງການບົດສະຫຼຸບຕີລາຄາການນໍາພາ-ຊີ້​ນຳ ວຽກງານ​ຮອບ​ດ້ານຂອງຄະນະບໍລິຫານງານພັກເມືອງ ສະໄໝ ທີ XIV ໃນປີ 2023 ແລະ ກຳນົດທິດທາງແຜນການປີ 2024, ໃນນັ້ນລົງເລິກການ ນໍາພາ – ຊີ້​ນຳ ຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ, ວຽກງານ ປກຊ-ປກສ ຕາມ​ແຜນ​ພັດ​ທະ​ນາ​ເສດ​ຖະ​ກິດ-ສັງ​ຄົມ 5 ປີ ຄັ້ງ​ທີIII ຂອງ​ເມືອງ, ຮັບ​ຟັງບົດສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານການລົງກໍ່ສ້າງຮາກຖານການເມືອງ, ວຽກງານ 3 ສ້າງ ແລະ ການພັດທະນາຊົນນະບົດ, ແກ້ໄຂຄວາມທຸກຍາກຢູ່ຈຸດສຸມ, ບ້ານ ແລະ ຄອບຄົວ ພ້ອມ​ທັງ​ວາງທິດທາງແຜນການປີ 2024. ​ ຮັບ​ຟັງການຈັດຕັ້ງປະຕິບັດແຜນກໍ່ສ້າງບ້ານ​ໃຫຍ່ໃຫ້​ກາຍ​ເປັນ​ຕົວ​ເມືອງ​ນ້ອຍ ໃນຊົນນະບົດ 2 ຈຸດ, ( ບ້ານ ສະຫຼວງ ແລະ ບ້ານ ສົບ​ຮຸນ) ທັງ​ວາງທິດທາງແຜນການປີ 2024. ພ້ອມກັນນັ້ນ ບັນດາສະຫາຍຜູ້ແທນກອງ​ປ​ະ ຊຸມໄດ້ຮັບຟັງການລາຍງານຊີ້ແຈງແຕ່ລະບັນຫາທີ່ໄດ້ສະເໜີ, ພ້ອມທັງຄົ້ນຄ້ວາປະກອບຄຳຄິດຄໍາເຫັນຢ່າງກົງໄປກົງມາໃສ່ໜ້າວຽກງານດ້ານຕ່າງໆ ທີ່ເຫັນວ່າຍັງບໍ່ໄດ້ສອດຄ່ອງ ແລະ ເໝາະສົມ ໃນການນຳພາ-ຊີ້​ນຳເພື່ອໃຫ້ມີຄວາມເປັນເອກະພາບ ໃນ

ໄລຍະ 1 ປີຜ່ານມາ ເຊິ່ງສາມາດເຫັນໄດ້ຜົນສຳເລັດຫລາຍດ້ານ ຄ່ຽງຄູ່ກັບຜົນສໍາເລັດດັ່ງກ່າວນັ້ນ ກໍຍັງເຫັນດ້ານອ່ອນ ແລະ ຂໍ້ຄົງຄ້າງບາງ ບັນຫາທີ່ຈະໄດ້ປັບປຸງຈັດຕັ້ງປະຕິບັດໃນຕໍ່ໜ້າ.

ໃນວາລະປິດກອງປະຊຸມ ສະຫາຍ ​ສອນ​ສະ​ໜຸກ ສີ​ສຸ​ລາດ ​ໄດ້​ຊົມ​ເຊີຍ​ຕໍ່​ຜູ້​ແທນກອງ​ປະ​ຊຸມ​ທີ​ໄດ້​ເອົາ​ໃຈ​ໃສ່​ຮັບ​ຟັງ ແລະ ປະ​ກອບ​ຄຳ​ເຫັນ ຈົນ​ເຮັດ​ໃຫ້​ກອງ​ປະ​ຊຸມ​ມີ​ຜົນ​ສຳ​ເລັດ​ອັນ​ຈົບ​ງາມ ແລະ ຈົ່ງສືບຕໍ່ກໍາແໜ້ນແນວທາງນະ

ໂຍບາຍ, ມະຕິ, ຄໍາໃນກົດລະບຽບຂອງສັ່ງ ແລະ ລະບຽບກົດໝາຍວາງອອກ ໃຫ້ໜັກແໜ້ນ, ກໍາແໜ້ນພາລະບົດບາດ, ສິດ ແລະ ໜ້າທີ່ ເອົາໃຈໃສ່ຊີ້ນໍາ ​ເພີ່ມທະວີຄວາມສາມັກຄີ, ຄວາມເປັນເອກະພາບ ພາຍໃນຄະນະບໍລິຫານງານພັກໃຫ້ໜັກແໜ້ນ, ພ້ອມທັງປັບປຸງແບບແຜນນໍາພາ ແລະ ແບບແຜນຊີ້ນໍາ ໃຫ້ແທດເຖິງຕົວຈີງ ແລະ ເຂັ້ມງວດກວ່າເກົ່າ, ໃຫ້ບັນດາ ສະຫາຍ ຄະນະບໍລິຫານງານພັກເມືອງ ນໍາເອົາເນື້ອໃນຂອງກອງປະຊຸມຄັ້ງນີ້ ໄປຜັນຂະຫຍາຍ ແລະ ຊີ້ນໍາຈັດຕັ້ງປະຕິບັດຕາມຄວາມຮັບຜິດຊອບໃຫ້ແທດເຖິງ ແລະ ປະກົດຜົນເປັນຈິງ.

(ພາບ ຂ່າວ ວັນ​ວິ​ໄລ ຖວ​ທ)

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments