Saturday, July 27, 2024
Homeຂ່າວໜ້າໜຶ່ງການສຳຫຼວດທີ່ມີນະວັດຕະກຳໃໝ່ ຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນ ແຂວງບໍ່ແກ້ວ

ການສຳຫຼວດທີ່ມີນະວັດຕະກຳໃໝ່ ຊ່ວຍເສີມສ້າງຄວາມເຂົ້າໃຈກ່ຽວກັບສິ່ງທ້າທາຍດ້ານໂພຊະນາການໃນ ແຂວງບໍ່ແກ້ວ

ວັນທີ 1 ກຸມພາ 2024 ເເຂວງບໍ່ແກ້ວ ສູນສະຖິຕິເເຫ່ງຊາດ ໂດຍຮ່ວມກັບ ສະຫະພາບເອີຣົບ ແລະ ອົງການຢູນິເຊັບ ໄດ້ເຜີຍແຜ່ຜົນການສຳຫຼວດຄົວເຮືອນໃນແຂວງບໍ່ແກ້ວ ທີ່ໃຊ້ນະວັດຕະກໍາໃໝ່, ເຊີ່ງເປັນສ່ວນໜຶ່ງຂອງໂຄງການລິເລີ່ມ ເພື່ອວິເຄາະສະຫວັດດີການຂອງຄົວເຮືອນໃນ ສປປ ລາວ ແລະ ເພື່ອເສີມສ້າງຄວາມເຂົ້າໃຈກ່ຽວກັບປັດໃຈຕ່າງໆ ທີ່ສົ່ງຜົນກະທົບຕໍ່ໂພຊະນາການ, ສຸຂະພາບ ແລະ ສະຫວັດດີການຂອງເດັກນ້ອຍ. ກອງປະຊຸມເຜີຍແຜ່ຜົນການສຳຫຼວດດັ່ງກ່າວ ເເມ່ນໄດ້ຈັດຂຶ້ນທີ່ ແຂວງບໍ່ແກ້ວ ຜ່ານການເປັນເຈົ້າພາບຂອງ ທ່ານ ຮອງເຈົ້າແຂວງ ແຂວງບໍ່ແກ້ວ.  

ທ່ານ ນາງ ພອນສະຫລີ ສຸກສະຫວັດ, ຫົວໜ້າສູນສະຖິຕິເເຫ່ງຊາດ, ໄດ້​ເນັ້ນ​ໜັກ​ເຖິງ​ຄວາມ​ສຳ​ຄັນ​ຂອງ​ການ​ສຳ​ຫຼວດນີ້ ເເລະ ໄດ້ກ່າວວ່າ: “ຜົນການຄົ້ນພົບເຫຼົ່ານີ້ ເປັນຂີດໝາຍອັນສໍາຄັນໃນຄວາມພະຍາຍາມຂອງພວກເຮົາ ໃນການທໍາຄວາມເຂົ້າໃຈປັດໃຈທາງເສດຖະກິດ-ສັງຄົມທີ່ສັບຊ້ອນ ໃນ ແຂວງບໍ່ແກ້ວ. ຂໍ້ມູນທີ່ໄດ້ຮັບມານັ້ນ ແມ່ນມີຄວາມສໍາຄັນຫຼາຍ ໃນການປັບແຕ່ງໂຄງການ ເເລະ ກິດຈະກຳຕ່າງໆທີ່ເໝາະສົມ ເພື່ອຕອບສະໜອງຄວາມຕ້ອງການຂອງແຕ່ລະເມືອງໃນ ເເຂວງ”.

ການສໍາຫຼວດໃນຄັ້ງນີ້ ແມ່ນໄດ້ດໍາເນີນການໄປທົ່ວທຸກເມືອງ​ຂອງ ​ແຂວງບໍ່ເເກ້ວ ໂດຍໄດ້​ກວມ​ເອົາບັນດາຄົວ​ເຮືອນ ​ແລະ ໝູ່​ບ້ານ ເປັນຈໍານວນຫຼາຍ ເພື່ອໃຫ້ມຸມມອງທີ່ກວ້າງຂວງ ແລະ ຄົບຖ້ວນ ​ກ່ຽວກັບສະພາບດ້ານ​ໂພຊະນາ​ການຂອງ ເເຂວງ. ນອກຈາກນີ້, ການສໍາຫຼວດນີ້ຍັງໄດ້ເຜີຍໃຫ້ເຫັນວ່າ ພາຍໃນ ແຂວງບໍ່ແກ້ວ ສະພາບຄວາມເປັນຢູ່ຂອງເດັກນ້ອຍ ມີຄວາມແຕກຕ່າງກັນອອກໄປໃນແຕ່ລະເມືອງ ເຊີ່ງຊີ້ໃຫ້ເຫັນເຖິງຄວາມຈໍາເປັນທີ່ຈະຕ້ອງອອກເເບບໂຄງການ ເເລະ ກິດຈະກຳດໃຫ້ເໝາະສົມ ເພື່ອແກ້ໄຂບັນຫາການຂາດສານອາຫານໃນແຕ່ລະເມືອງ.

ທ່ານ ດຣ. ສະໜອງ ທອງຊະນະ, ຮອງລັດຖະມົນຕີ ກະຊວງສາທາລະນະສຸກ, ກໍໄດ້ຮັບຮູ້ເຖິງບົດບາດອັນສຳຄັນຂອງ ການສໍາຫຼວດໃນຄັ້ງນີ້ ແລະ ໄດ້ກ່າວວ່າ: “ຂໍ້ມູນເຫຼົ່ານີ້ ບໍ່ໄດ້ເປັນພຽງເເຕ່ຕົວເລກເທົ່ານັ້ນ ແຕ່ມັນຍັງເປັນບາດກ້າວອັນໃໝ່ໃນຄວາມເຂົ້າໃຈຂອງພວກເຮົາ ກ່ຽວກັບສຸຂະພາບ ແລະ ໂພຊະນາການ ໃນຊຸມຊົນຂອງພວກເຮົາ. ຂໍ້ມຸນເຫຼົ່ານີ້ ມີບົດບາດອັນສໍາຄັນ ໃນການສ້າງໂຄງການ ທີ່ມີຄ່າໃຊ້ຈ່າຍຕຳ ເເຕ່ ມີປະສິດຕິພາບສູງ ແລະ ຕອກຍໍ້າຄວາມມຸ່ງໝັ້ນຂອງພວກເຮົາໃນການສົ່ງເສີມການພັດທະນາເດັກນ້ອຍຢ່າງສົມບູນເເບບ ໃນທົ່ວ ສປປ ລາວ”.

ຜົນການສໍາຫຼວດໃນຄັ້ງນີ້ ຄາດວ່າຈະມີອິດທິພົນຢ່າງຫຼວງຫຼາຍຕໍ່ການຈັດຕັ້ງໂຄງການ, ໂດຍສະເພາະ ໃນດ້ານກ່ຽວກັບສະຫວັດດີການ ແລະ ການພັດທະນາຂອງເດັກນ້ອຍ ເຊິ່ງຖືວ່າເປັນບາດກ້າວອັນສໍາຄັນໃນວຽກງານນະໂຍບາຍທີ່ຂັບເຄື່ອນໂດຍຖານຂໍ້ມູນ. ຫົວໃຈສໍາຄັນໃນຜົນສໍາເລັດຂອງການສໍາຫຼວດໃນຄັ້ງນີ້ ແມ່ນການສະໜັບສະໜູນດ້ານວິຊາການ ພາຍໃຕ້ໂຄງການ ສ້າງຖານຂໍ້ມູນຂ່າວສານແຫ່ງຊາດດ້ານໂພຊະນາການ (National Information Platforms for Nutrition ຫຼື NIPN), ເຊີ່ງເປັນໂຄງການທີ່ໄດ້ຮັບການສະໜັບສະໜູນດ້ານງົບປະມານໂດຍ ສະຫະພາບເອີຣົບ ພ້ອມ ອົງການຢູນິເຊັບ. ໂຄງການນີ້ໄດ້ເນັ້ນໃສ່ ການວິເຄາະຂໍ້ມູນດ້ານໂພຊະນາການ ເພື່ອປະກອບສ່ວນເຂົ້າໃນການອອກເເບບໂຄງການ ແລະ ນະໂຍບາຍຕ່າງໆ, ເພື່ອເປັນການເຊື່ອມໂຍງ ຂໍ້ມູນ ແລະ ຍຸດທະສາດການດໍາເນີນການຕ່າງໆຂອງ ສປປ ລາວ ເພື່ອເເກ້ໄຂບັນຫາການ​ຂາດ​ສານ​ອາ​ຫານ​ໃນປະເທດ.

ທ່ານນາງ Ina Marčiulionytė, ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈຳ ສປປ ລາວ, ໄດ້ກ່າວເຖິງ ຄວາມມານະພະຍາຍາມໃນການຮ່ວມມືທີ່ນຳພາມາສູຜົນສຳເລັດໃນການສຳຫຼວດນີ້: “ການສໍາຫຼວດຄັ້ງນີ້ ເປັນຫຼັກຖານທີ່ສະແດງໃຫ້ເຫັນເຖິງ ຄວາມມຸ່ງໝັ້ນລວມຂອງພວກເຮົາ ຕໍ່ການປັບປຸງສະຫວັດດີການຂອງເດັກນ້ອຍໃນ ສປປ ລາວ. ໂດຍຜ່ານການຄົ້ນຄວ້າແບບລະອຽດ ເຊັ່ນການສຳຫຼວດນີ້, ພວກເຮົາມີຄວາມມຸ່ງໝັ້ນທີ່ຈະສ້າງການປ່ຽນແປງທີ່ດີຂຶ້ນສຳລັບຊີວິດຂອງເດັກນ້ອຍທຸກຄົນ, ໂດຍສະເພາະຜູ້ທີ່ມີຄວາມສ່ຽງທີ່ສຸດ. ໃນຄະນະທີ່ ແຂວງບໍ່ແກ້ວ ແລະ ບັນດາຄູ່ພັດທະນາ ສູ້ຊົນເພື່ອຍົກລະດັບຄຸນນະພາບຊີວິດການເປັນຢູ່ຂອງປະຊາຊົນໃນເເຂວງນັ້ນ, ໂດຍສະເພາະແມ່ນເດັກນ້ອຍເປັນລັກ, ການສຳຫຼວດໃນຄັ້ງນີ້ ກໍຖືໄດ້ວ່າເປັນບາດກ້າວອັນສຳຄັນ ໃນການຮັບມືກັບຄວາມທ້າທ້າຍຕ່າງໆໃນຂັ້ນເມືອງ.”

ນອກນັ້ນ ທ່ານນາງ ດຣ. ເພຍ ເຣເບລໂລ ບຣິດໂຕ, ຜູ້ຕາງໜ້າ ອົງການຢູນິເຊັບ ປະຈຳ ສປປ ລາວ, ກໍໄດ້ເນັ້ນຍໍ້າເຖິງພະລັງແຫ່ງການຮ່ວມມືອີກເຊັ່ນດຽວກັນ: “ການ​ສຳ​ຫຼວດ​ຄັ້ງ​ນີ້​ ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຜົນ​ສຳ​ເລັດ​ອັນ​ພົ້ນ​ເດັ່ນ ​ທີ່ສາມາດບັນລຸໄດ້​ຜ່ານ​ຄວາມ​ພະ​ຍາ​ຍາມ​ຮ່ວມກັນ.  ມັນຈະສະໜອງຂໍ້ມຸນສຳຄັນກ່ຽວກັບ ສິ່ງທ້າທາຍທີ່ແຕ່ລະຄອບຄົວ ຢູ່ ແຂວງບໍ່ແກ້ວ ກຳລັງປະເຊີນ, ເຊິ່ງຈະຊ່ວຍພວກເຮົາໃນການຊອກຫາຍຸດທະສາດທີ່ມີປະສິດທິພາບຫຼາຍຂຶ້ນ ເພື່ອສົ່ງເສີມການພັດທະນາ ແລະ ສະຫວັດດີການທີ່ດີຂຶ້ນສໍາລັບເດັກນ້ອຍ.” ທ່ານຍັງກ່າວຕື່ມວ່າ ການວາງເປົ້າຫມາຍເພື່ອແກ້ໄຂສິ່ງທ້າທາຍໃນການບໍລິການ, ການປະຕິບັດ ແລະ ຄຸນນະພາບຂອງອາຫານ ທີ່ເຫັນໄດ້ຈາກຜົນຂອງການສຳຫລວດຄັ້ງນີ້ ແມ່ນມີຄວາມຈຳເປັນຢ່າງຮີບດ່ວນຈາກພາກສ່ວນທີ່ກ່ຽວຂ້ອງທັງຫມົດ. ອົງການຢູນິເຊັບປະຈຳລາວ ພ້ອມແລ້ວທີ່ຈະສະຫນັບສະຫນູນແຂວງບໍ່ແກ້ວໃນການປັບປຸງຄຸນະພາບຊີວິດຂອງເດັກນ້ອຍໃນແຂວງຕົນ.

ໂຄງການລິເລີ່ມດ້ານໂພຊະນາການໃນ ສປປ ລາວ ເເມ່ນໄດ້ປະຕິບັດຂຶ້ນໂດຍອີງຕາມ ແຜນຍຸດທະສາດດ້ານໂພຊະນາການແຫ່ງຊາດ (2016-2025) ແລະ ແຜນປະຕິບັດວຽກງານແຫ່ງຊາດດ້ານໂພສະນາການ ຄັ້ງທີ II (2021-2025), ເຊີ່ງເເຜນການເຫຼົ່ານີ້ ເເມ່ນມີຈຸດປະສົງໃນການສົ່ງເສີມການ​ຮ່ວມ​ມື​ລະຫວ່າງຫຼາຍ​ພາກສ່ວນ, ບໍ່ວ່າຈະເເມ່ນໃນຂົງເຂດ ດ້ານ​ກະສິກຳ, ສາທາລະນະ​ສຸກ ແລະ ການສຶກສາ, ​ເພື່ອ​ແນ​ໃສ່​ການແກ້​ໄຂ​ບັນດາ​ສິ່ງ​ທ້າ​ທາຍ​ດ້ານ​ໂພ​ຊະ​ນາ​ການ​ຢ່າງຮອບດ້ານ. ເຊິ່ງລວມໄປເຖິງ ໂຄງການສ້າງຖານຂໍ້ມູນແຫ່ງຊາດດ້ານໂພຊະນາການ ຂອງລາວ ທີ່ມີຈຸດປະສົງເພື່ອປັບປຸງຄວາມສາມາດໃນການນຳໃຊ້ຂໍ້ມູນ ຫລື ຫລັກຖານໃນການແນະນຳການວາງໂຄງການ ແລະ ນະໂຍບາຍເພື່ອຫລຸດຜ່ອນການຂາດໂພຊະນາການ. ບັນດາຂໍ້ມູນທີ່ເປັນຫລັກຖານຂອງໂພຊະນາການບໍ່ວ່າຈະເປັນບົດລາຍງານຂອງການສຳຫລວດຂອງແຂວງບໍ່ແກ້ວແມ່ນສາມາດເຂົ້າເຖິງໄດ້ຜ່ານ ເວັບຊາຍ ນິບເປິນ https://nipn.lsb.gov.la/

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments