Saturday, July 27, 2024
Homeຂ່າວໜ້າໜຶ່ງລາວ - ຕຸຣະເຄຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ລາວ – ຕຸຣະເຄຍ ເພີ່ມທະວີການພົວພັນຮ່ວມມືສອງຝ່າຍ

ໃນລະຫວ່າງວັນທີ 4-5 ກຸມພາ 2024 ທ່ານ ສະເຫຼີມໄຊ ກົມມະສິດ ຮອງນາຍົກລັດຖະມົນຕີລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ພ້ອມຄະນະ ໄດ້ເຄື່ອນໄຫວຢ້ຽມຢາມ ສາທາລະນະລັດ ຕຸຣະເຄຍຢ່າງເປັນທາງການ ຕາມການເຊື້ອເຊີນ ຂອງ ທ່ານ ຮາກັນ ຟີດັນ ລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສາທາລະນະລັດ ຕຸຣະເຄຍ ເພື່ອສືບຕໍ່ຮັດ ແໜ້ນ ແລະ ເສີມຂະຫຍາຍການພົວພັນຮ່ວມມືທີ່ມີມາແຕ່ດົນນານ ລະ ຫວ່າງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະ ສາທາລະນະລັດ ຕຸຣະເຄຍ.

ໃນໄລຍະການເຄື່ອນໄຫວ ຢູ່ ສາທາລະນະລັດ ຕຸຣະເຄຍໃນຄັ້ງນີ້ ທ່ານ ສະເຫຼີມໄຊ ກົມມະສິດ ພ້ອມ ຄະນະ ໄດ້ພົບປະເຮັດວຽກກັບຄູ່ຮ່ວມຕໍາແໜ່ງ ທ່ານ ຮາກັນ ຟີດັນ ລັດຖະມົນຕີກະຊວງການຕ່າງປະເທດ ສາທາລະນະລັດ ຕຸຣະເຄຍ ເຊຶ່ງສອງຝ່າຍ ໄດ້ປຶກສາຫາລືວຽກງານການພົວພັນຮ່ວມ ມືສອງຝ່າຍ ໃນໄລຍະຜ່ານມາ ແລະ ທິດ ທາງໃນຕໍ່ໜ້າ ພ້ອມທັງ ແລກປ່ຽນຄໍາຄິດເຫັນຕໍ່ບັນຫາສະພາບພາກພື້ນ ແລະ ສາກົນທີ່ສອງຝ່າຍໃຫ້ຄວາມສົນໃຈ. ການພົບປະເຮັດວຽກ ສອງຝ່າຍ ໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ມີມາແຕ່ຍາວນານ ລະຫວ່າງ ສາທາລະນາະລັດ ປະຊາທິ ປະໄຕ ປະຊາຊົນລາວ ແລະ ສາທາລະນະລັດ ຕຸຣະເຄຍ ຕະຫຼອດໄລຍະ 60 ກວ່າປີ ຜ່ານມາ ທັງໃນຂອບ ສອງຝ່າຍ ແລະ ຫຼາຍຝ່າຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໄດ້ຮັບການເສີມຂະຫຍາຍຢ່າງຕໍ່ເນື່ອງ ບໍ່ວ່າຈະເປັນການພົວພັນດ້ານການເມືອງ ກໍ່ຄືດ້ານເສດຖະກິດ ແລະ ອື່ນໆ ໂດຍສະເພາະ ມີການແລກ ປ່ຽນການຢ້ຽມຄະນະຜູ້ແທນຂັ້ນສູງ ລະຫວ່າງ ສອງປະເທດ ແລະ ຮ່ວມມືໃນວຽກງານຕ່າງໆ ເຊັ່ນ: ສາທາລະນະສຸກ ການສຶກສາ ຕ້ານ ແລະ ຄຸ້ມຄອງໄພພິບັດ ສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ ແລະ ອື່ນໆ ໃນຕໍ່ໜ້າ ສອງຝ່າຍ ເຫັນວ່າ ຈະໄດ້ເພີ່ມທະວີຊຸກຍູ້ການພົວພັນຮ່ວມມືທາງດ້ານເສດຖະກິດ-ການຄ້າ ໃຫ້ຫຼາຍຂຶ້ນຕື່ມ ໂດຍອີງໃສ່ທ່າແຮງຂອງແຕ່ລະປະເທດ.

ໃນໂອກາດນີ້ ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ແຈ້ງການເປັນປະທານອາຊຽນຂອງ ສປປ ລາວ ໃນປີ 2024 ໂດຍເນັ້ນການສົ່ງເສີມການເຊື່ອມຕໍ່ພາກພື້ນ ແລະ ສ້າງຄວາມເຂັ້ມແຂງແກ່ອາຊຽນ ແລະ ເສີມຂະຫຍາຍການພົວພັນຮ່ວມມືກັບບັນດາຄູ່ຮ່ວມພັດທະນາຕ່າງໆ, ພ້ອມທັງ ເຊີນຊວນຊາວ ຕຸຣະເຄຍ ໄປທ່ອງທ່ຽວປີທ່ອງທ່ຽວລາວ 2024.

ນອກຈາກການປຶກສາຫາລືແລກປ່ຽນຄໍາເຫັນແລ້ວ ທ່ານ ສະເຫຼີມໄຊ ກົມມະສິດ ແລະ ຄູ່ຮ່ວມຕໍາ ແໜ່ງ ທ່ານ ຮາກັນ ຟີດັນ ຍັງໄດ້ລົງນາມ ບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມື ລະຫວ່າງ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ແລະ ກະຊວງການຕ່າງປະເທດ ຕຸຣະເຄຍ ໃນຕໍ່ໜ້າ ເຂົ້າຢ້ຽມຄໍານັບ ທ່ານ ເຊັບເດັດ ຢີລມາ (Cevdet Yilmaz) ຮອງປະທາ ນາທິບໍດີ ແຫ່ງ ສາທາລະນະລັດ ຕຸຣະເຄຍ ເຂົ້າຮ່ວມກອງປະຊຸມແລກປ່ຽນບົດຮຽນ ກ່ຽວກັບ ການພັດທະນາ ແລະ ວິວັດ ທະນາການ ຂອງຂະແໜງການພະລັງງານ ຕຸຣະເຄຍ ໄດ້ເຂົ້າຢ້ຽມຢາມ ຫ້ອງການ ຂອງກົງສຸນກິຕິມະສັກ ແຫ່ງ ສປປ ລາວ ປະຈໍາ ຕຸຣະເຄຍ ແລະ ຢ້ຽມຢາມຫໍພິພິ ທະພັນບູຮານອັນເກົ່າແກ່ ແລະ ຫໍສະໝຸດແຫ່ງຊາດ ຂອງ ທີ່ ນະຄອນຫຼວງ ອັງກາຣາ ຕຸຣະເຄຍ.

ການຢ້ຽມຢາມ ຕຸຣະເຄຍ ຂອງ ທ່ານຮອງນາຍົກລັດຖະມົນຕີ ລັດຖະມົນຕີຕ່າງປະເທດ ໃນຄັ້ງນີ້ ເປັນຂີດໝາຍອັນສໍາຄັນ ໃນທ່າມກາງບັນຍາກາດທີ່ສອງປະເທດກຳລັງສະເຫຼີມສະຫຼອງຄົບຮອບ 65 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ຕຸຣະເຄຍ ວັນທີ 26 ມິຖຸນາ 1958 ໃນຂະນະດຽວກັນ ປີ 2024 ນີ້ ສປປ ລາວ ເປັນປະທານອາຊຽນ ແລະ ເປັນປີທ່ອງທ່ຽວລາວ ເຊິ່ງເປັນປີທີ່ສຳຄັນ ແລະ ມີຄວາມໝາຍ ຕໍ່ ສປປ ລາວ.


ຂ່າວ;ພາບ: ກົມການຂ່າວ ກະຊວງການຕ່າງປະເທດ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments