Saturday, July 27, 2024
Homeຂ່າວພາຍໃນຢາງພາລາ ສ້າງຊີວິດການເປັນຢູ່ຂອງປະຊາຊົນ ບ້ານສະນອດ ເມືອງສັງທອງ ດີຂຶ້ນ

ຢາງພາລາ ສ້າງຊີວິດການເປັນຢູ່ຂອງປະຊາຊົນ ບ້ານສະນອດ ເມືອງສັງທອງ ດີຂຶ້ນ

ປະຊາຊົນທີ່ເຂົ້າຮ່ງມກຸ່ມປູກຢາງພາລາຢູ່ບ້ານສະນອດ, ເມືອງສັງທອງ, ນະຄອນຫລວງວຽງຈັນ ມີລາຍຮັບ ລວມກັນປະມານ 1 ຕື້ກີບຕໍ່ເດືອນ ຈາກການຈໍາໜ່າຍຢາງພາລາ ເຮັດໃຫ້ຊີວິດການເປັນຢູ່ຂອງເຂົາເຈົ້າໄດ້ຮັບການປັບປຸງນັບມື້ດີຂຶ້ນ.

ທ່ານ ສິນດາເຄນ, ນາຍບ້ານ, ທັງເປັນປະທານກຸ່ມປູກຢາງພາລາບ້ານສະນອດ ໃຫ້ສໍາພາດຕໍ່ສື່ມວນຊົນວ່າ: ການປູກຢາງພາລາ ຖືເປັນທ່າແຮງສໍາຄັນຂອງບ້ານສະນອດ, ປະຊາຊົນເລີ່ມ ຕົ້ນປູກນັບແຕ່ປີ 2.000 ເປັນຕົ້ນມາ, ເບື້ອງຕົ້ນພົບຂໍ້ຫຍຸ້ງຍາກຫລາຍຢ່າງ ຍ້ອນບໍ່ໄດ້ຕັ້ງເປັນກຸ່ມ ແລະ ເຮັດກະແຈກກະຈາຍພໍໃຜພໍລາວ, ຫລັງຈາກນັ້ນ ນັບແຕ່ປີ 2015 ເປັນຕົ້ນມາ ອົງການປົກຄອງບ້ານໄດ້ເຫັນດີສ້າງເປັນກຸ່ມປູກຢາງພາລາຂຶ້ນ ຊຶ່ງເບື້ອງ ຕົ້ນມີປະມານ 70 ຄອບຄົວ, ຫລັງຈາກນັ້ນເປັນຕົ້ນມາ ເນື່ອງ ຈາກມີຂໍ້ສະດວກຫລາຍຢ່າງ, ບວກກັບຢາງພາລາໄດ້ລາຄາດີເຮັດ ໃຫ້ປະຊາຊົນປູກເພີ່ມຂຶ້ນ ຊຶ່ງມາຮອດປັດຈຸບັນເນື້ອທີ່ປູກຢາງພາລາທົ່ວບ້ານມີ 800 ກວ່າເຮັກຕາ, ມີ 138 ຄອບຄົວ (ທົ່ວບ້ານມີ175 ຄອບຄົວ) ປູກຢາງພາລາ.

ທ່ານກ່າວຕື່ມວ່າ: ສໍາລັບການຈໍາໜ່າຍຢາງພາລາຂອງກຸ່ມປູກຢາງພາລາ ບ້ານສະນອດ ແມ່ນບໍ່ມີບັນຫາ ແລະ ເຫັນວ່າໄດ້ລາຄາດີ ຈຶ່ງເຮັດໃຫ້ມາຮອດປັດຈຸບັນ ຊີວິດການເປັນຢູ່ຂອງສະມາຊິກພາຍໃນກຸ່ມນັບມື້ດີຂຶ້ນຢ່າງຕໍ່ເນື່ອງ ແລະ ໃນຕໍ່ໜ້າອົງການປົກຄອງບ້ານຈະສືບຕໍ່ຊຸກຍູ້ສົ່ງເສີມປະຊາຊົນພາຍໃນບ້ານສືບຕໍ່ປູກຢາງພາລາໃຫ້ຫລາຍຂຶ້ນ ໂດຍອິງໃສ່ເງື່ອນໄຂ ກໍຄື ເນື້ອທີ່ດິນທີ່ມີ ເພື່ອແນໃສ່ສ້າງເສດຖະກິດຄອບຄົວໃຫ້ນັບມື້ເຂັ້ມແຂງກວ່າເກົ່າ.

ສ່ວນ ທ່ານ ຈັນທອນ ສີສຸພັນນີ, ໜຶ່ໃນສະມາຊິກກຸ່ມປູກຢາງພາລາບ້ານສະນອດ ໃຫ້ສໍາພາດວ່າ: ເມື່ອກ່ອນຕົນເອງຖືກເອົາອາຊີບເຮັດນາ ແລະ ລ້ຽງສັດເປັນອາຊີບຕົ້ນຕໍ, ມາຮອດປີ 2010 ໄດ້ຫັນມາປູກຢາງພາລາເປັນຕົ້ນມາ ເຮັດໃຫ້ຊີວິດການເປັນຢູ່ຂອງຄອບຄົວດີຂຶ້ນກວ່າແຕ່ກ່ອນຫລາຍ ຍ້ອນຄອບຄົວມີລາຍຮັບຈາກການຂາຍຢາງພາລາສະເລ່ຍຢູ່ລະຫວ່າງ 20-30 ລ້ານກີບຕໍ່ເດືອນ.

Cr: ຂ່າວອອນລາຍ, ວສລ

RELATED ARTICLES

LEAVE A REPLY

Please enter your comment!
Please enter your name here

- Advertisment -
Google search engine

Most Popular

Recent Comments